ຂປລ
ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ, ປະເທດລາວເຮົາ ແມ່ນປະກອບຫລາຍໆຊົນເຜົ່າຢູ່ຮ່ວມກັນ ດ້ວຍຄວາມສາມັກຄີປອງດອງກັນ ຕິດພັນກັບການຮ່ວມແຮງຮ່ວມໃຈກັນປະກອບສ່ວນຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
.jpeg)
ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ, ປະເທດລາວເຮົາ ແມ່ນປະກອບຫລາຍໆຊົນເຜົ່າຢູ່ຮ່ວມກັນ ດ້ວຍຄວາມສາມັກຄີປອງດອງກັນ ຕິດພັນກັບການຮ່ວມແຮງຮ່ວມໃຈກັນປະກອບສ່ວນຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ແນວໃດກໍດີ, ມື້ນີ້ ຄໍລຳ ຊີວິດ-ວັດທະນະທຳ ໜັງສືພິມປະເທດລາວ ຂໍມາສະເໜີກ່ຽວກັບ ຄວາມເຊື່ອຖືຂອງຊົນເຜົ່າອາຄາ ໃຫ້ຮູ້ພວກເຮົາຮັບຮູ້ໄປພ້ອມໆກັນ.
ເຖິງຈະບໍ່ໄດ້ມີການບັນທຶກ ເປັນລາຍລັກອັກສອນຕາມ ຕຳນານຂອງຊົນເຜົ່າອາຄາ ກໍມີຮີດຄອງປະເພນີ, ວັດທະນະທຳ, ວິຖີການດຳລົງຊີວິດທີ່ຫລວງຫລາຍ ແລະ ອຸດົມສົມບູນ ຊຶ່ງຖືວ່າເປັນເອກະລັກຂອງຕົນ, ເປັນບົດສະຫລຸບຂອງຄວາມຄິດ, ປະສົບການຂອງການດຳລົງຊີວິດ ທີ່ໃຫ້ຄວາມສຳຄັນຂອງຊົນເຜົ່າຕົນ ໂດຍສືບທອດມາແຕ່ເຊັ່ນປູຍ່າຕາຍາຍຈົນຮອດທຸກວັນນີ້. ຊົນເຜົ່າອາຄາ ໄດ້ມີຄວາມເຊື່ອໃນເລື່ອງຜີ ແລະ ຍາກທີ່ສຸດຈະປ່ຽນໃຈໄປເຊື່ອຖືສາສະໜາອື່ນ. ຜີທີ່ເຂົາເຈົ້າເຊື່ອຖືມີທັງຜີດີ ແລະ ຜີຮ້າຍ ແລະ ເປັນສີລິມຸງຄຸນໄດ້ແກ່ຜີເຮືອນ ແລະ ຜີບ້ານ ຊຶ່ງໄດ້ຖືວ່າເປັນວິນຍານຂອງບັນພະບູລຸດ, ກໍຄອຍໃຫ້ຄວາມດູແລ ຮັກສາປົກປ້ອງຄຸ້ມຄອງສະມາຊິກໃນຄົວເຮືອນ. ສະນັ້ນ, ໃນເຮືອນຈະມີຮ້ານແທນບູຊາຜີ. ສ່ວນຜີຮ້າຍໄດ້ແກ່ຜີຕົ້ນໄມ້, ຜີພູຜາປ່າດົງ ແລະ ຜີແມ່ນລຳເຊເຫລົ່ານີ້ ຊຶ່ງອາດຈະເຮັດໃຫ້ເຂົາເຈົ້າເກີດມີຄວາມເຈັບໄຂ້ໄດ້ປ່ວຍຕ່າງໆ.
ຈາກຄວາມເຊື່ອຖືທີ່ໄດ້ກ່າວມານີ້, ເຂົາເຈົ້າກໍຈະມີພິທີກຳຫລາຍຢ່າງ ໃນລັກສະນະຂອງການວິ່ງວອນ, ໄດ້ຮ້ອງຂໍຈາກສິ່ງສັກສິດທີ່ຢູ່ໃນດ້ານດີ ແລະ ດ້ານຮ້າຍ ເພື່ອຈະໃຫ້ຄວາມຄຸ້ມຄອງ, ຮັກສາ ຫລື ປັດເປົ່າ ສິ່ງຊົ່ວຮ້າຍຕ່າງໆ ໃຫ້ບັນເທົາເບົາບາງລົງໄດ້. ຄຽງຄູ່ກັນນີ້ ຊົນເຜົ່າອາຄາ ຍັງມີການເອົາໃຈໃສ່ຕໍ່ສິ່ງສັກສິດທັງຫລາຍໂດຍການ “ຢູ່ກຳ ຫລື ຄະລຳ” ຊຶ່ງໄດ້ແກ່ການປະຕິບັດຕົນໃຫ້ຢູ່ໃນຂອບເຂດຂອງຮີດຄອງປະເພນີ, ບໍ່ກະທຳ ຫລື ລ່ວງລະເມີດ ຫລື ລົບລູ່ສິ່ງສັກສິດຕ່າງໆ ທີ່ມີຢູ່ໃນບ້ານ ເຮືອນ. ພ້ອມນີ້ ມີການຢຸດພັກວຽກງານຕ່າງໆ ໃນມື້ທີ່ຢູ່ລວມທັງວຽກງານການຜະລິດໃນໄຮ່ນາທີ່ມີຄວາມສຳຄັນຕໍ່ການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ. ແນວໃດກໍດີ ບົດນີ້ ຂໍສະເໜີພຽງຄວາມເຊື່ອຖື ຂອງຊົນເຜົ່າອາຄາ ຊຶ່ງຍັງມີອີກຫລາຍໆດ້ານກ່ຽວກັບ ຊົນເຜົ່າອາຄາທີ່ໜ້າສົນໃຈ ເປັນຕົ້ນປະຫວັດ ຄວາມເປັນມາ ແລະ ຊື່ເອີ້ນ, ອາຊີບ, ທີ່ຕັ້ງບ້ານ ແລະ ເຮືອນ, ເຄື່ອງນຸ່ງຫົ່ມ ເຫລົ່ານີ້ເປັນຕົ້ນ. ນອກ ຈາກນີ້, ຖ້າທ່ານໃດຮູ້ກ່ຽວກັບ ວັດທະນະທຳຊົນເຜົ່າ ໃນປະເທດລາວເຮົາ ກໍສາມາດຂຽນເປັນບົດສົ່ງ ມາລົງໜ້າໜັງສືພິມປະເທດລາວ ຄໍລຳຊີວິດ-ວັດທະນະທຳ ເພື່ອເປັນການໂຄສະນາເຜີຍແຜ່ວັດທະນະທຳ ຂອງຊົນເຜົ່າໃນລາວໃຫ້ພວກເຮົາໄດ້ຮັບຮູ້ເຊິ່ງກັນ ແລະ ກັນ.
ໂດຍ: ເຂົ້າຈານນ້ຳ
KPL