oeltg|u xt8y my odq f\kp xt9exu 2026 lts]v'7q [Iv[ 50 xu dkolh k'8A 'lkprq ;ra odkom6 f ]k;{vu 16 w0dv'xt-5 ,ltw\lk,a o 0v']a f4t[ko xt9egfn vort9y d 2025 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 12.12.2025 ປີທີ 24 ສະບັບທີ 6.333 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j okpq d]a f4t,q o8u 8h voIa [ g]0kmy dkoltrk7;k,\A o7q ' l ia fg-p ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ປະທານກອງປະຊຸມ ) ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ( ຜູ້ທີ 4 ນັບຈາກຂວາຫາຊ້າຍ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ຂວາ ) dkooe0A ol6 '0v' lxx ]k; wfh Ia [lkov;prvo;a o-kf ຂປລ. ໃນວັນທີ 9 ທັນວາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ຮັບສານອວຍພອນວັນ ຊາດ ຈາກ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ. ເນື້ອໃນສານໄດ້ລະບຸວ່າ: ຂ້າ ພະເຈົ້າຮູ້ສຶກປິຕິຍິນດີເປັນຢ່າງ ຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນມາ ຍັງທ່ານ, ລັດຖະບານ ແລະ ປະ ຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຖ້ວນໜ້າເນື່ອງໃນໂອກາດວັນ ຊາດ ຄົບຮອບ 50 ປີ. ຂີດໝາຍສຳຄັນແຫ່ງປະຫວັດ ສາດໃນການສະເຫລີມສະຫລອງ ເຄິ່ງສະຕະວັດແຫ່ງການມີອຳ ນາດອະທິປະໄຕ ແລະ ຄວາມເຂັ້ມ ແຂງຂອງປະເທດຄັ້ງນີ້ ແມ່ນ ຄວາມພາກພູມໃຈອັນຊອບທຳ ຂອງປະຊາຊົນລາວ. ຕີມໍ-ແລັດ ສະເຕ ຂໍຮ່ວມຊົມເຊີຍກັບການ ສະເຫລີມສະຫລອງໃນຄັ້ງນີ້, ດ້ວຍໄມຕີຈິດມິດຕະພາບອັນຈິງ ໃຈ ເພື່ອກຽດສັກສີແຫ່ງຄວາມ ເຂັ້ມແຂງ ແລະ ວິໄສທັດໃນການ ນໍາພາປະເທດລາວໃຫ້ມີຄວາມ ກ້າວໜ້ານັບແຕ່ປີ 1975 ເປັນ ຕົ້ນມາ. ອ່ານຕໍ່ໜ້າ 2 *ມື້ອື່ນ, ວັນທີ 13 ທັນວາ ເປັນວັນຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ວັນເກີດປະທານ ໄກສອນ ພົມວິຫານ ຜູ້ ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຊຶ່ງຢູ່ໃນທ່າມກາງ ບັນຍາກາດອັນເບີກບານມ່ວນຊື່ນທີ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະ ນັກຮົບໃນທົ່ວປະເທດພວມອອກແຮງແຂ່ງຂັນກັນສ້າງຜົນງານ ແລະ ຂະບວນການອັນຟົດຟື້ນໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີທີ່ຫາກໍຜ່ານພົ້ນໄປ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາຂອງການປະຕິວັດລາວ ຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວ ພິບແຫລມຄົມ, ມີນໍ້າໃຈປະຕິວັດເດັດດ່ຽວໜຽວແໜ້ນ; ເພິ່ນເຕີບໂຕໃນ ຄອບຄົວຂ້າລາຊະການໃນສະພາບທີ່ປະເທດຊາດຕົກເປັນຫົວເມືອງ ຂຶ້ນຂອງຈັກກະພັດຕ່າງດ້າວ ແລະ ປະຊາຊົນຕົກຢູ່ໃນຄວາມລໍາບາກ ຍາກເຂັນ; ປະທານ ໄກສອນ ພົມວິຫານ ໄດ້ມີຄວາມຕື່ນຕົວ ແລະ ໄດ້ ຮ່ວມກັບເພື່ອນສະຫາຍທີ່ມີນໍ້າໃຈຮັກຊາດ ເພື່ອຊອກເສັ້ນທາງກອບກູ້ ເອົາເອກະລາດແຫ່ງຊາດ; ເພິ່ນໄດ້ນໍາພາປຸກລະດົມເຕົ້າໂຮມສາມັກຄີ ປະຊາຊົນທຸກເຜົ່າ, ທຸກຊັ້ນຄົນຢ່າງກວ້າງຂວາງລຸກຂຶ້ນຕໍ່ສູ້ດ້ວຍ ການສົມທົບກັບການຕໍ່ສູ້ດ້ານຕ່າງໆ xtmko wdlvo rq ,;y sko pn opq '.ork]tdy fxt8y ;a f]k;8ts]vfwx ອ່ານຕໍ່ໜ້າ 2 ຂປລ. ພິທີນຳສະເໜີປະຕິທິນ ກົດໝາຍ ປະຈຳປີ 2026 ແລະ ສະເຫລີມສະຫລອງການສ້າງຕັ້ງ ປະຕິທິນກົດໝາຍ ຄົບຮອບ 17 ປີ ໄດ້ຈັດຂຶ້ນໃນວັນທີ 10 ທັນວາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ທັດສະພອນ ບຸດສະຫລິງ ຂປລ. ເມື່ອບໍ່ດົນຜ່ານມາ, ກົມ ໃຫຍ່ສັນຕິບານກະຊວງປ້ອງກັນ ຂປລ. ຄະນະພົວພັນຕ່າງປະ ເທດສູນກາງພັກ(ຄຕພ) ຈັດປາຖະ 78r gzu pczj gvdtlko 2 ;a ole7a o0v'-kf ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 dkooe0A ol6 '0v' lxx ]k; wfh Ia [ lkov;prvo;a o-kf 9kd76j Ij ;,8ec|j ' ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 9 ທັນວາ 2025, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບ ສານອວຍພອນວັນຊາດຈາກທ່ານ ເອັມມານຸຍແອນ ມາຄຣົງ ປະທານາ ທິບໍດີ ແຫ່ງ ສ ຝຣັ່ງ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ຂ້າພະເຈົ້າຮູ້ສຶກປິຕິຍິນດີຕໍ່ການພັດທະນາໃນທາງບວກທີ່ເຫັນວ່າ ການຮ່ວມມືລະຫວ່າງສອງປະເທດພວກເຮົາສືບຕໍ່ເຂັ້ມແຂງດັ່ງທີ່ພວກ ເຮົາໄດ້ສະແດງຄວາມມຸ່ງໝັ້ນຮ່ວມກັນໃນລະຫວ່າງການຢ້ຽມຢາມ ປະເທດຝຣັ່ງຂອງທ່ານໃນເດືອນຕຸລາ 2024. ການສ້າງຕັ້ງກົນໄກການ ປຶກສາຫາລືດ້ານການເມືອງ ຊຶ່ງຈັດຂຶ້ນໃນທຸກໆສອງປີ ຖືເປັນບາດກ້າວ ສໍາຄັນໃນການເພີ່ມທະວີການແລກປ່ຽນ ອ່ານຕໍ່ໜ້າ 4 dko-j ;pgs]n vfh kolt[P'vksko0v'puj x5j o -j ;p[a ogmq km5 dl5 dglu ole]a [xt-k-q o]k; ອ່ານຕໍ່ໜ້າ 2 lts]5 [37'dkora fmtok ]t[q []q 'mt[Poz6h ra dg-q k ສະຫາຍ ບຸນເຫລືອ ພັນດານຸວົງ ທ່ານ ນາງ ດາລານີ ພິມມະວົງສາ xtmko wdlvo rq ,;y sko pn opq '.ork]tdy fxt8y ;a f]k; 8ts]vfwxK ຂປລ. ໃນວັນທີ 11 ທັນວາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາ ຄວາມໝັ້ນຄົງ ສ ຣັດເຊຍ ພ້ອມ ດ້ວຍຄະນະໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/19752/12/2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/ 2025), ພ້ອມທັງປະດັບຫລຽນ ກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 11 ທັນວາ 2025 ໂດຍການເຜີຍແຜ່ ແລະ ປະ ດັບຫລຽນໂດຍສະຫາຍ ບຸນເຫລືອ ພັນດານຸວົງ ເລຂາຄະນະບໍລິຫານ ຄວາມສະຫງົບ (ປກສ) ຈັດກອງ ປະຊຸມສະຫລຸບການຈັດຕັ້ງປະຕິບັດ ໂຄງການພັດທະນາລະບົບລົງທະ ບຽນຜູ້ພັກເຊົາຂອງບຸກຄົນພາຍໃນ ແລະ ຕ່າງປະເທດ ຕາມສະຖານທີ່ ພັກແຮມໃນຂອບເຂດທົ່ວປະເທດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພິມມະວົງສາ ຮອງລັດຖະ ມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຜູ້ຊີ້ນຳວຽກງານ ທ່ອງທ່ຽວ, ມີຄະນະຮັບຜິດຊອບ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 12/12/2025 xtgmf]k; ໄຂກອງປະຊຸມສະໄໝສາມັນ... ນາຍົກລັດຖະມົນຕີ... ຄຕພ ເຜີຍແຜ່ເອກະສານ... ສະຫລອງຄົບຮອບ 50 ປີ... ການນຳຂັ້ນສູງ... ການນຳຂັ້ນສູງ... ຂປລ. ກອງປະຊຸມສະໄໝສາ ມັນຂອງລັດຖະບານ ປະຈຳເດືອນ ພະຈິກ 2025 ໄດ້ໄຂຂຶ້ນໃນວັນທີ 11 ທັນວາ 2025 ທີ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ, ຜູ້ ຕາງໜ້າກະຊວງ-ອົງການເຂົ້າ ຮ່ວມແບບເຊິ່ງໜ້າ, ການນໍາຂອງ ນະຄອນຫລວງວຽງຈັນ ແລະ ບັນ ຂປລ. ສປປ ລາວ ແລະ ສະຫະ ພາບເອີຣົບ (ອີຢູ) ຈັດງານສະ ເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດໃນວັນທີ 10 ທັນວາ 2025 ຢູ່ ນະຄອນຫລວງວຽງຈັນ, ໂດຍການ ເຂົ້າຮ່ວມຂອງທ່ານ ທອງສະຫວັນ ກ າ ນສ ະ ເ ຫລີມສ ະ ຫລອ ງ ຄົບຮອບ 50 ປີ ໃນຄັ້ງນີ້, ມີຄວາມ ໝາຍສຳຄັນພິເສດສໍາລັບ ຕີມໍ-ແລັດ ສະເຕ ຊຶ່ງເປັນປີທີ່ພວກຂ້າພະເຈົ້າ ໄດ້ເຂົ້າເປັນສະມາຊິກສົມບູນປະ ເທດທີ 11 ຂອງອາຊຽນ. ພວກຂ້າ ພະເຈົ້າຕີລາຄາສູງຕໍໍ່ບົດບາດອັນ ສ້າງສັນຂອງປະເທດລາວ ໃນການ ສົ່ງເສີມຄວາມສາມັກຄີກົມກຽວ, ສະຖຽນລະພາບ ແລະ ການພັດ ທະນາພາຍໃນຄອບຄົວອາຊຽນ ພວກເຮົາ. ສະນັ້ນ, ພວກຂ້າພະເຈົ້າ ຂໍຢືນຢັນຄືນຄວາມໝາຍໝັ້ນ ເພື່ອ ເຮັດໃຫ້ການຮ່ວມມືສອງຝ່າຍຂອງ ພວກເຮົາມີຄວາມເລິກເຊິ່ງ ແລະ ຮັດ ແໜ້ນຄວາມພະຍາຍາມຮ່ວມມືກັນ ໃນອາຊຽນ ເພື່ອບັນລຸຄວາມຈະເລີນ ຮຸ່ງເຮືອງຮ່ວມກັນຂອງປະຊາຊົນ ສອງຊາດພວກເຮົາ. ຂໍອວຍພອນໄຊອັນປະເສີດມາ ຍັງທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ສືບຕໍ່ປະສົບຜົນສຳເລັດ ແລະ ຂໍອວຍພອນໃຫ້ປະຊາຊົນ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຈົ່ງມີແຕ່ຄວາມຜາສຸກ ແລະ ຈະເລີນກ້າວໜ້າຕະຫລອດໄປ. ຂອງສອງຊາດພວກເຮົາ. ພວກເຮົາອາດສາມາດເສີມ ຂະຫຍາຍການຮ່ວມມືໃນຂະແໜງ ການທີ່ເປັນບຸລິມະສິດສໍາຄັນ ໂດຍ ສະເພາະບັນຫາສິ່ງທ້າທາຍຂອງ ໂລກ. ຂ້າພະເຈົ້າເຫັນວ່າການ ແກ້ໄຂບັນຫາການປ່ຽນແປງຂອງ ດິນຟ້າອາກາດ ແລະ ການຫັນ ປ່ຽນດ້ານພະລັງງານແມ່ນມີຄວາມ ສຳຄັນ. ຕໍ່ກັບບັນຫານີ້, ເຫັນວ່າ ເຂື່ອນໄຟຟ້ານໍ້າເທີນ 2 ຊຶ່ງພວກເຮົາ ໄດ້ສະຫລອງຄົບຮອບ 15 ປີ ເມື່ອບໍ່ ດົນມານີ້, ເປັນໂຄງການໜຶ່ງທີ່ເປັນ ສັນຍະລັກຂອງຄວາມພະຍາຍາມ ໃນການຫລຸດຜ່ອນການປ່ອຍອາຍ ກາກໂບນິກ ຂອງ ສປປ ລາວ. ສອງປະເທດພວກເຮົາຍັງສາ ມາດສືບຕໍ່ຮ່ວມມືກັນໃນຂົງເຂດ ອື່ນໆເປັນຕົ້ນສາທາລະນະສຸກ, ອົງ ການປະເທດທີ່ໃຊ້ພາສາຝຣັ່ງ, ກະ ສິກຳ, ມໍລະດົກ, ວຽກງານແມ່ນໍ້າ ຂອງ ແລະ ການທ່ອງທ່ຽວແບບ ຍືນຍົງ. ທ່ານປະທານປະເທດ, ຂໍໃຫ້ ທ່ານຈົ່ງເຊື່ອໝັ້ນວ່າ ຝຣັ່ງ ມີຄວາມ ມຸ່ງໝັ້ນທີ່ຈະສືບຕໍ່ຮັດແໜ້ນການ ພົວພັນຮ່ວມມືກັບ ສປປ ລາວ ໃຫ້ ເລິກເຊິ່ງຍິ່ງໆຂຶ້ນ. ປະທານ ໄກສອນ ພົມວິຫານ... ຢ່າງແໜ້ນແຟ້ນ. ໃນຕະຫລອດຊີວິດຂອງເພິ່ນແມ່ນໄດ້ອຸທິດໃຫ້ແກ່ ປະເທດຊາດ ແລະ ປະຊາຊົນເຮັດວຽກຢ່າງບໍ່ຮູ້ອິດເມື່ອຍໃນພາລະກິດ ກອບກູ້ເອກະລາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບ ເກົ່າ ແລະ ແບບໃໝ່ ທີ່ຍືດເຍື້ອຍາວນານຈົນສາມາດປົດປ່ອຍຊາດ ນໍາເອົາຄວາມເປັນເອກະລາດອິດສະລະພາບ ແລະ ຜືນແຜ່ນດິນອັນ ຄົບຖ້ວນມາໃຫ້ແກ່ປວງຊົນລາວໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ພາຍຫລັງປະເທດຊາດ ໄດ້ຮັບການ ປົດປ່ອຍຢາງສົມບູນ, ປະທານ ໄກສອນ ພົມວິຫານ ກໍບໍ່ໄດ້ລົດລະຕໍ່ ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ພາລະກິດຂອງການປະຕິວັດໃນໄລຍະ ໃໝ່ ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈາກຄຸນສົມບັດອັນລໍ້າເລີດ ແລະ ພາລະກິດນໍາພາການປະຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນທາດນັກ ປະຕິວັດຜູ້ດີເດັ່ນຄືດັ່ງກ່າວນັ້ນ ໄດ້ເປັນການປະກອບສ່ວນຢ່າງສໍາຄັນ ໃນການຊຸກຍູ້ພາລະກິດການຕໍ່ສູ້ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາໃນປັດ ຈຸບັນນີ້ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ. ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີແນວຄິດລິເລີ່ມປ່ຽນແປງ ໃໝ່: ແນວຄິດກ່ຽວກັບປ່ຽນແປງໃໝ່ບໍ່ໄດ້ເກີດຂຶ້ນໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນພື້ນຖານການຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບ ນະໂຍບາຍປ່ຽນແປງໃໝ່ໃນແຕ່ລະຂົງເຂດ ໃນນັ້ນ ແມ່ນປ່ຽນແປງ ໃໝ່ດ້ານຈິນຕະນາການໃນຂົງເຂດເສດຖະກິດ; ເພິ່ນໄດ້ມີຄວາມ ກ້າຫານ, ປະດິດສ້າງໃນການໝູນໃຊ້ທິດສະດີຂອງນັກມາກຊິດເຂົ້າ ກັບເງື່ອນໄຂ ແລະ ສະພາບຈຸດພິເສດຂອງປະເທດເຮົາ. ເພື່ອເຮັດໃຫ້ ແນວທາງປ່ຽນແປງໃໝ່ ດໍາເນີນໄປຢ່າງຖືກຕ້ອງຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້ທັງຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ປະທານ ໄກສອນ ພົມວິຫານ ໄດ້ກໍານົດ 6 ຫລັກການພື້ນຖານຂອງການປ່ຽນແປງໃໝ່ຢູ່ປະເທດ ເຮົາ. ປະທານບໍ່ພຽງເປັນຜູ້ຊີ້ນໍາການເປີດກວ້າງການພົວພັນກັບຕ່າງ ປະເທດ, ເປັນຜູ້ທີ່ເຄື່ອນໄຫວດ້ານການຕ່າງປະເທດຢ່າງເອົາການເອົາ ງານ ຊຶ່ງເວລາໃດກໍເປັນແບບຢ່າງດ້ານການກໍາແໜ້ນຫລັກການ ແລະ ຍຸດທະສາດທີ່ວາງອອກ; ພ້ອມກັນນັ້ນກໍມີຄວາມຄ່ອງແຄ້ວນີ້ມນວນໃນ ດ້ານຍຸດໂທບາຍ ເພື່ອບັນລຸຈຸດປະສົງເປົ້າໝາຍທີ່ວາງໄວ້. ຕະຫລອດ ໄລຍະແຫ່ງການເປັນຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ ຍາມໃດກໍຊີ້ ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດ ລາວ; ເພິ່ນເປັນຜູ້ນໍາທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງກ້າຄິດ, ກ້າເຮັດ, ຮັບຜິດຊອບ, ປະທານ ໄກສອນ ພົມວິຫານ ເປັນແວ່ນແຍງ ອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການ ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ກໍຄື ແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍ ຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ເພື່ອເປັນບົດຮຽນໃຫ້ລູກຫລານຮຸ່ນຕໍ່ໄປ. ພາລະກິດອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ ຍາມໃດກໍ່ ເປັນແສງສະຫວ່າງແຫ່ງການກ້າວເດີນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍ່ມີວັນດັບມອດ ແລະ ເປັນ ດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ. ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດລາວ ຕະຫລອດໄປ! ງານພັກ, ຫົວໜ້າຄຕພ, ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານ ງານພັກ, ຄະນະກົມ, ພະນັກງານ ບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອ ຂະບວນການປະຕິວັດ ແລະ ຄວາມ ໝາຍຄວາມສໍາຄັນຂອງວັນຊາດ ທີ 2 ທັນວາ ຊຶ່ງແມ່ນວັນແຫ່ງໄຊ ຊະນະ ອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງຊາດ, ປວງຊົນ ລາວທັງຊາດໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ ແລະ ມີອະທິປະໄຕ ຢ່າງຄົບຖ້ວນ, ມີຖານະເທົ່າທຽມ ກັບປະເທດອື່ນໆ ໃນເວທີສາກົນ ກໍຄື ໃນໂລກ. ພ້ອມທັງຍົກໃຫ້ເຫັນ ບັນດາເຫດການໄຊຊະນະອັນຍິ່ງ ໃຫຍ່, ພາລະກິດປົດປ່ອຍຊາດໃນ ເມື່ອກ່ອນ ກໍຄື ຜົນງານ, ຜົນສໍາ ເລັດໃນພາລະກິດປົກປັກຮັກສາ ດາແຂວງເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍ ງານສະພາບພົ້ນເດັ່ນປະຈຳເດືອນ ພະຈິກ ແລະ ທິດທາງແຜນວຽກ ຈຸດສຸມປະຈຳເດືອນທັນວາ2025. ກອງປະຊຸມຄັ້ງນີ້, ຈະດໍາເນີນ ເປັນເວລາ 2 ວັນ ໂດຍຈະໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື, ປະກອບ ຄຳເຫັນ ແລະ ພິຈາລະນາຕໍ່ບັນດາ ຫົວຂໍ້ທີ່ສໍາຄັນຄື: ສະຫລຸບວຽກງານ ພົ້ນເດັ່ນປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈຳເດືອນ ທັນວາ2025 ຂອງລັດຖະບານ, ລາຍງານສະພາບພົ້ນເດັ່ນສາກົນ ແລະ ພາກພື້ນ, ສະພາບພົ້ນເດັ່ນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ລາຍງານການ ເກັບຂໍ້ມູນ ແລະ ຜົນການສຶກສາຕັ້ງ ດ່ານເກັບເງິນຄ່າບໍລິການຜ່ານທາງ ຫລວງແຫ່ງຊາດ ເລກທີ 13 ໃຕ້ ໃນ ກິໂລແມັດທີ 71-346(ໄລຍະທາງ 275 ກິໂລແມັດ) ແລະ ທາງຫລວງ ແຫ່ງຊາດເລກທີ 12 ແຕ່ທ່າແຂກ ຫາຊາຍແດນລາວ-ຫວຽດນາມ (ໄລຍະທາງ 143 ກິໂລແມັດ); ຮ່າງດຳລັດວ່າດ້ວຍການປັບໃໝ ແລະ ການນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບ ການກ່ຽວກັບຊັບສິນຂອງລັດ; ຮ່າງ ດຳລັດວ່າດ້ວຍເງິນເດືອນ, ຜົນ ປະໂຫຍດ ແລະ ນະໂຍບາຍອື່ນ ຕໍ່ສະມາຊິກຂອງສໍານັກງານຜູ້ຕາງ ໜ້າ; ຮ່າງດໍາລັດວ່າດ້ວຍການ ສະກັດກັ້ນ ແລະ ແກ້ໄຂວິກິດການ ຂອງລະບົບການເງິນ; ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະ ການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມ ຢາສູບ; ຮ່າງດຳລັດວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກໍາມະການຄຸ້ມຄອງນໍ້າແຫ່ງ ຊາດ; ຮ່າງດໍາລັດວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານ ການພັດທະນາ ແລະ ຮ່າງດຳລັດ ວ່າດ້ວຍຝຸ່ນ. ໃນໂອກາດກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນ ຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງ ຮ້ອນ ແລະ ສັບສົນ ໂດຍສະເພາະ ແມ່ນຄວາມຂັດແຍ່ງທາງດ້ານການ ທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ຊຶ່ງ ບັນຫາເຫລົ່ານີ້ ຍັງຈະສືບຕໍ່ເປັນ ສິ່ງທ້າທາຍ ແລະ ອາດສ້າງຜົນ ກະທົບຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນຢູ່ຫລາຍປະເທດ, ທັງ ເຮັດໃຫ້ສະພາບເສດຖະກິດໂລກທີ່ ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະ ສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນ ກະທົບເປັນວົງກວ້າງຕື່ມ. ສໍາລັບຢູ່ປະເທດລາວເຮົາແນ່ ນອນວ່າຈະບໍ່ສາມາດຫລີກລ່ຽງຜົນ ກະທົບຈາກສະພາບດັ່ງກ່າວ ທັງ ທາງກົງ ແລະ ທາງອ້ອມບໍ່ຫລາຍ ກໍໜ້ອຍ. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ ຕິດຕາມຢ່າງໃກ້ຊິດ ແລະ ມີມາດ ຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ-ລັດ ຖະກອນ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງປະເທດເຮົາ. ນອກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານຈົ່ງໄດ້ພ້ອມ ກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະ ກອບຄໍາເຫັນໃຫ້ເລິກເຊິ່ງ, ແທດ ກັບສະພາບຄວາມເປັນຈິງຕໍ່ແຕ່ລະ ບັນຫາດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນ ກອງປະຊຸມຄັ້ງນີ້ ມີຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ຊົົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ພົນເອກ ເຊີເກ ໂຊຍກູ ທີ່ໄດ້ນຳພາ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືອັນດີງາມ ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ, ຕິີລາຄາສູງຕໍ່ການພົວພັນ ຮ່ວມມືລະຫວ່າງສອງປະເທດ ທັງ ໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ວຽກງານຊີວະພາບ, ການສຶກສາ, ການທະຫານ, ດ້ານ ກົດໝາຍ, ວັດທະນະທໍາ ແລະ ການ ທ່ອງທ່ຽວ ແລະ ອື່ນໆ ໃນໂອກາດນີ້, ທ່ານ ພົນເອກ ເຊີເກ ໂຊຍກູ ພ້ອມດ້ວຍຄະນະກໍໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ພ້ອມທັງ, ຖືໂອກາດນີ້ ແຈ້ງຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮັບຊາບຕື່ມອີກ. ຂ່າວ: ກິດຕາ ພາບ: ໜັງສືພິມປະຊາຊົນ ແລະ ສ້າງສາປະເທດຊາດ ພາຍໃຕ້ ການນໍາພາ-ຊີ້ນໍາຂອງພັກ, ຜົນສໍາ ເລັດຂອງການປະຕິບັດ 2 ໜ້າທີ່ ຍຸດທະສາດແຕ່ອະດີດຈົນເຖິງປັດ ຈຸບັນ. ພ້ອມນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຍັງໄດ້ຍົກໃຫ້ເຫັນການ ເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ, ຍົກໃຫ້ເຫັນ ເຖິງຜົນງານອັນໃຫຍ່ຫລວງ ແລະ ແບບຢ່າງອັນດີເລີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບ ຮັກຂອງປວງຊົນລາວທັງຊາດ ທີ່ມີ ຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາ ແບບຢ່າງອັນດີງາມ ເພື່ອໃຫ້ຄົນ ຮຸ່ນໃໝ່ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີ, ເປັນພະນັກງານທີ່ດີເດັ່ນສືບທອດ ພາລະກິດຂອງພັກ ໃຫ້ຈະເລີນຮຸ່ງ ເຮືອງຂຶ້ນໄປເລື້ອຍໆ. ໃນວັນດຽວກັນ,ສະຫາຍວາລະໄຊ ເລັ່ງສະຫວັດ ຮອງເລຂາຄະນະ ບໍລິຫານງານພັກ, ຮອງຫົວໜ້າ ຄຕພ ໄດ້ຜ່ານລັດຖະດຳລັດຂອງປະ ທານປະເທດ ສະບັບເລກທີ 290/ ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການປະດັບຫລຽນກາລະ ນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ຜ່ານໃບມອບສິດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 247/ນຍ, ລົງວັນທີ 20 ພະຈິກ 2025 ເພື່ອປະດັບຫລຽນກາລະນຶກ 50 ປີ ໃຫ້ ແກ່ບັນດາພະນັກງານລັດຖະກອນປະຈຳການ ແລະ ບຳ ນານຜູ້ທີ່ມີຜົນງານດີເດັ່ນ, ມີຄຸນ ງາມຄວາມດີໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ຕະຫລອດໄລຍະຜ່ານມາ ຊຶ່ງມີຜູ້ທີ່ໄດ້ຮັບຫລຽນທັງໝົດ 90 ສະຫາຍ, ຍິງ 23 ສະຫາຍ. ໃນນີ້ ພະນັກງານບຳນານ 34 ສະຫາຍ, ຍິງ 10 ສະຫາຍ. ການປະດັບຫລຽນກາລະນຶກໃນ ຄັ້ງນີ້, ເປັນການຍ້ອງຍໍ, ສັນລະເສີນ ຕໍ່ຄຸນງາມຄວາມດີອັນສູງສົ່ງ, ທັງ ເປັນລາງວັນ ແລະ ກຳລັງໃຈອັນສໍາ ຄັນຕໍ່ພາລະກິດປະຕິວັດ ຕໍ່ຊາດ, ຕໍ່ ປະຊາຊົນລາວ ພ້ອມທັງລະນຶກເຖິງ 50 ປີ ວັນມະຫາໄຊຊະນະແຫ່ງການ ປະຕິວັດຊາດ ປະຊາທິປະໄຕ ແລະ ລະນຶກເຖິງຜົນງານອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນຳປະຕິວັດ, ວິລະຊົນ ຕະຫລອດຮອດປະຊາຊົນລາວ ທີ່ ໄດ້ເສຍສະລະຊີວິດ-ເລືອດເນື້ອ ໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງ ອົງອາດກ້າຫານຈົນສາມາດຍາດ ໄດ້ເອກະລາດ ອະທິປະໄຕ, ປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975 ຈົນ ເຖິງປັດຈຸບັນ. ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ໃນນາມຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ມາກ ກາລາເຮີ ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສະຫະພາບເອີຣົບ ປະ ຈໍາ ສປປ ລາວ ໃນນາມຕາງໜ້າ ສະຫະພາບ ເອີຣົບ, ມີບັນດາລັດຖະ ມົນຕີ, ເອກອັກຄະລັດຖະທູດ, ຄະ ນະທູຕານຸທູດ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ມາກ ກາລາເຮີ ໄດ້ໃຫ້ກຽດຂຶ້ນ ກ່າວຄໍາເຫັນ ໂດຍໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສໍາເລັດຂອງ ການພົວພັນຮ່ວມມືສອງຝ່າຍທີ່ໄດ້ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະ 5 ທົດສະວັດ ຜ່ານມາ ບົນພື້ນຖານຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ຄວາມ ເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມກັນ, ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນ ຍິ່ງໃຫຍ່ໃນຫລາຍຂົງເຂດການ ຮ່ວມມືເປັນຕົ້ນດ້ານການເມືອງ ສືບຕໍ່ໄດ້ຮັບການສົ່ງເສີມ ໂດຍຜ່ານ ການແລກປ່ຽນພົບປະຢ້ຽມຢາມ ຂອງຄະນະຜູ້ແທນລະດັບສູງຂອງ ສອງປະເທດ; ດ້ານເສດຖະກິດສອງ ຝ່າຍມີຄວາມພະຍາຍາມຢ່າງເຕັມທີ່ ເພື່ອໃຫ້ບັນລຸມູນຄ່າການຄ້າ ແລະ ການລົງທຶນທີ່ສູງຂຶ້ນກວ່າເກົ່າ ໂດຍ ການສົ່ງເສີມໃຫ້ນັກທຸລະກິດ ແລະ ນັກລົງທຶນມາສໍາຫລວດຄວາມ ເປັນໄປໄດ້ໃນຂະແໜງການທີ່ມີ ຄວາມສົນໃຈ ແລະ ຄົ້ນຫາທ່າແຮງ ບົ່ມຊ້ອນຮ່ວມກັນ; ດ້ານວັດທະນະ ທໍາ-ສັງຄົມຝ່າຍອີຢູ ໄດ້ໃຫ້ການ ຊ່ວຍເຫລືອຢ່າງຕໍ່ເນື່ອງ ແລະ ປະ ກອບສ່ວນອັນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ; ລວມທັງການຮ່ວມມື ໃນຂອບຫລາຍຝ່າຍກໍໄດ້ໃຫ້ການ ຮ່ວມມື ແລະ ສະໜັບສະໜູນເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາ ຊຽນ ແລະ ສະຫະປະຊາຊາດ. ໃນໂອກາດດັ່ງກ່າວ, ທ່ານລັດ ຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ເນັ້ນຢໍ້າວ່າສະຫະພາບເອີຣົບ ເປັນໜຶ່ງໃນບັນດາຄູ່ຮ່ວມມືພັດທະ ນາທີ່ສໍາຄັນທີ່ສຸດ ຊຶ່ງມີບົດບາດສໍາ ຄັນໃນການສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມຂອງສປປລາວ, ພ້ອມທັງໄດ້ຖືໂອກາດນີ້ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ ສະ ແດງຄວາມຂອບໃຈເປັນຢ່າງສູງຕໍ່ ສະຫະພາບເອີຣົບ ສໍາລັບການສະ ໜັບສະໜູນ ແລະ ຄວາມເອື້ອເຟື້ອ ເຜື່ອແຜ່ອັນລໍ້າຄ່າຕໍ່ ສປປ ລາວ ເປັນເວລາຫລາຍກວ່າ 5 ທົດສະວັດ ທີ່ຜ່ານມາ, ພິເສດແມ່ນການໝັ້ນ ໝາຍຂອງສະຫະພາບເອີຣົບ ເພື່ອ ສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ພາຍຫລັງຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາ(LDC) ໃນປີ 2026 ໂດຍ ສະເພາະໃນຄວາມພະຍາຍາມໃນ ການພັດທະນາແບບຍືນຍົງ ແລະ ຮອບດ້ານ ເພື່ອຮັບປະກັນແຜນຍຸດ ທະສາດການຂ້າມຜ່ານອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາຂອງ ສປປ ລາວ ທີ່ກໍາລັງຈະ ມາເຖິງນີ້ ມີຄວາມໂລ່ງລ່ຽນ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ ວາງໄວ້.
12/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີ ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກ ຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ຂປລ. ເພື່ອເປັນການເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດໃນ ການຕ້ານໄຟປ່າ ແລະ ການປ່ຽນ ແປງຂອງດິນຟ້າອາກາດ. ເມື່ອບໍ່ ດົນມານີ້, ກົມປ່າໄມ່ ຮ່ວມກັບ ອົງ ການຮ່ວມມືປ່າໄມ້ອາຊີ-ສ ເກົາຫລີ ("'PC0) ໄດ້ຈັດກອງປະຊຸມ ສຳມະນາ ກ່ຽວກັບໄຟປ່າ ຂອງປະ ເທດລຸ່ມແມ່ນໍ້າຂອງ ພາຍໃຕ້ຫົວຂໍໍ້ hການຝຶກອົບຮົມເພື່ອສ້າງໃຫ້ເປັນ ຄູຝຶກ ກ່ຽວກັບການຄຸ້ມຄອງໄຟປ່າ ແລະ ການດັບມອດໄຟປ່າ ຢູ່ໃນພາກ ພື້ນອາຊີຕາເວັນອອກສຽງໃຕ້i ຂຶ້ນທີ່ ແຂວງຈໍາປາສັກ ໂດຍການ ເປັນປະທານຮ່ວມຂອງ ທ່ານ ອໍລະ ຫັນ ບຸນຍະພາລົມ ຮອງຫົວໜ້າກົມ ປ່າໄມ້ແລະທ່ານໄຊຍະສິດວິລະພັດ le,tokdj P;da [w2xj k 0v'xtgmf]5j ,c,j oE0v' 7A 'mu 3 ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແຂວງຈຳປາສັກ. ມີຜູ້ຕາງໜ້າຈາກຫ້ອງການປະຈໍາ ພາກພື້ນລຸ່ມແມ່ນໍໍ້າຂອງ, ໂຄງການ ສ້າງຄວາມເຂັໍ້ມແຂງໃນການເສີມ ຂະຫຍາຍການປັບຕົວຕໍ່ໄຟປ່າ, ການ ປັບປຸງຊີວິການເປັນຢູ່ຂອງຊຸມຊົນ ທ້ອງຖິ່ນ ແລະ ການເຊື່ອມໂຍງ, ບັນ ດາຄູຝຶກຈາກອົງການຮ່ວມມືປ່າໄມ້ ອາຊີ-ສ ເກົາຫລີ ພ້ອມດ້ວຍຜູ້ຕາງ ໜ້າຈາກປະເທດລຸ່ມແມ່ນໍ້າຂອງ ເຂົ້າຮ່ວມ. ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ກ່ຽວກັບນະ ໂຍບາຍ ແລະ ການຮ່ວມມືໃນພາກ ພື້ນ ດ້ານການຄຸ້ມຄອງໄຟປ່າ. ພ້ອມ ທັງເປັນການແລກປ່ຽນບົດຮຽນທີ່ ສໍາຄັນດ້ານທິດສະດີ ແລະ ພາກປະ ຕິບັດຕົວຈິງຢູ່ສະໜາມ, ລວມທັງ ເປັນການປຶກສາຫາລື ເພືີ່ອແລກ ປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຂອງບັນດາປະເທດ ລຸ່ມແມ່ນໍ້າຂອງ CL.7. ກອງປະຊຸມໃນຄັ້ງນີ້ ຈະ ເປັນນິມິດໝາຍອັນສໍາຄັນ ເພືີ່ອການ ທົບທວນ ແລະ ປັບປຸງດ້ານນະໂຍ ບາຍ ໃນການຄຸ້ມຄອງໄຟປ່າ ແລະ ເສີມສ້າງຄວາມຍືດຢຸນ (ຄວາມທົນ ທານ) ຕໍ່ກັບການປ່ຽນແປງດິນຟ້າ ອາກາດ ໃຫ້ກັບບັນດາປະເທດ ລຸ່ມ ແມ່ນໍ້າຂອງ CL.7 ຕື່ມອີກ. ແນວໃດກໍດີ, ດັ່ງທີ່ຮູ້ນຳກັນ ແລ້ວ ປັດຈຸບັນແມ່ນໄດ້ກ້າວສູ່ຍາມ ແລ້ງແລ້ວ ເຊິ່ງມີຄວາມຈຳເປັນທີ່ ພວກເຮົາທຸກຊັ້ນຄົນຕ້ອງໄດ້ເພີ່ມ ທະວີຄວາມເອົາໃຈໃສ່ບັນຫາໄຟ ໄໝ້ປ່າ ໂດຍສະເພາະການທຳການ ຜະລິດ, ການທຳມາຫາກິນຢູ່ໃນປ່າ ຄວນມີສະຕິຕໍ່ບັນຫາດັ່ງກ່າວ. ໃນ ນັ້ນ, ສະເພາະການທຳການຜະລິດ ທີ່ໃກ້ປ່າໄມ້ ຕ້ອງຕັດແລວໄຟໃຫ້ມີ ຄວາມປອດໄພ ຈຶ່ງທຳການຈູດ. ສ່ວນການເຂົ້າຫາຢູ່ຫາກິນໃນປ່າ ເວລາແຕ່ງຢູ່ຄົວກິນໄສ້ລັດ ຕ້ອງ ດັບມອດໄຟເສຍກ່ອນຈຶ່ງ ຈາກໄປ ທັງນີ້ ເພື່ອຫລີກເວັ້ນບັນຫາໄຟໄໝ້ ລາມປ່າ ດັ່ງທີ່ພວກເຮົາເຫັນໃນທຸກ ປີຜ່ານມາ ໄດ້ເກີດມີໄຟໄໝ້ປ່າຢູ່ປະ ເທດລາວເຮົາເປັນວົງກວ້າງ. ຂປລ. ປະທານ ໄກສອນ ພົມວິ ຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ເທົ່ານັ້ນ ທ່ານຍັງເປັນບຸກຄົນຜູ້ໂດດ ເດັ່ນຂອງຂະບວນການປະຕິວັດອິນ ດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງ ໃຫຍ່ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ຊີວິດ ແລະ ພາລະກິດ ການປະຕິວັດຂອງທ່ານໄດ້ຜູກພັນ ກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດ ລາວ, ການສ້າງແນວທາງຄວາມ ສາມັກຄີເປັນປຶກແຜ່ນຂອງປວງ ຊົນທັງຊາດ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດ ທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ. ໃນປີ 1935, ເມື່ອທ່ານເດີນ ທາງໄປສຶກສາທີ່ໂຮງຮຽນເບືອຍ ຢູ່ ຮ່າໂນ້ຍ (ປັດຈຸບັນຄື ໂຮງຮຽນມັດ ທະຍົມຕອນປາຍ ຈູ ວັນ ອານ, ທ່ານ ປະທານ ໄກສອນ ພົມວິຫານ ໄດ້ມີ ໂອກາດສຶກສາແນວຄິດມາກ-ເລນິນ ລວມທັງຮັບຮູ້ເຖິງຂະບວນການຕໍ່ ສູ້ເພື່ອປົດປ່ອຍຊາດທີ່ກຳລັງຂະ ຫຍາຍຕົວໃນອິນດູຈີນ. ນັບແຕ່ນັ້ນ, ທ່ານໄດ້ຕິດແໜ້ນກັບສາຍພົວພັນ ພິເສດລະຫວ່າງ ລາວ-ຫວຽດນາມ, ເຊິ່ງຕໍ່ມາທ່ານໄດ້ຢໍ້າວ່າເປັນ hອາ ວຸດທາງການເມືອງ ແລະ ມະນຸດສະ ທຳi ທີ່ນຳພາການປະຕິວັດລາວ ໄປສູ່ຄວາມສຳເລັດ. ໄລຍະປີ1940-1945, ພາຍໃຕ້ ອິດທິພົນຂອງການປະຕິວັດເດືອນ ສິງຫາໃນຫວຽດນາມແລະຂະບວນ ການປົດປ່ອຍຊາດໃນພາກພື້ນທີ່ ກຳລັງເຕີບໃຫຍ່, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມເຄື່ອນໄຫວລັບ ແລະຈັດຕັ້ງກອງກຳລັງປະກອບອາ ວຸດຢູ່ລາວ. ດ້ວຍວິໄສທັດຍຸດທະ xtmko wdlvo rq ,;y sko z6h ;k'Ikd4kolkprq ;ra o ,y f8trk[ c]t 7;k,lk,a d7u ry glf ]k;{s;Pfok, (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025) ສາດ, ທ່ານໄດ້ເຫັນວ່າການປະຕິວັດ ລາວຕ້ອງກ້າວໄປຄຽງຄູ່ກັບການ ປະຕິວັດຂອງຫວຽດນາມ ແລະ ຂະ ບວນການປະຕິວັດອິນດູຈີນ ລວມ ທັງຕ້ອງອາໄສພະລັງຄວາມສາ ມັກຄີເປັນເອກະພາບພາຍໃນຊາດ ແລະ ພະລັງສາກົນຂອງຊົນຊັ້ນກຳ ມະກອນ. ຕະຫລອດເສັ້ນທາງການປະຕິ ວັດຂອງທ່ານ, ໂດຍສະເພາະໃນ ໄລຍະປີເດືອນແຫ່ງການຕໍ່ສູ້ຮ່ວມ ກັບຫວຽດນາມ ເພື່ອຂັບໄລ່ສັດຕູ ຮ່ວມ ແລະ ປົດປ່ອຍຊາດ, ປະທານ ໄກສອນ ພົມວິຫານ ໄດ້ມີຄວາມ ເຄົາລົບຮັກເປັນພິເສດ, ຄວາມເຄົາ ລົບ ແລະ ຄວາມເຊື່ອໝັ້ນຢ່າງຍິ່ງ ຕໍ່ ປະທານ ໂຮ່ຈີ່ມິງ ແລະ ສະຫາຍ ຫວຽດນາມ. ຄວາມຜູກພັນທີ່ແໜ້ນ ແຟ້ນນີ້ໄດ້ກາຍເປັນໜຶ່ງໃນຮາກ ຖານທີ່ແຂງແກ່ນໃຫ້ສອງພັກ ແລະ ປະຊາຊົນທັງສອງປະເທດຢືນຢັດ ຄຽງຂ້າງກັນຕະຫລອດໄລຍະປະ ຫວັດສາດຂອງສອງຊາດ. ປັດຈຸບັນຍັງມີສະຖານທີ່ສຳ ຄັນຫລາຍແຫ່ງໃນຫວຽດນາມ ທີ່ ສະທ້ອນຮ່ອງຮອຍຕິດພັນກັບການ ປະຕິວັດຂອງປະທານ ໄກສອນ ພົມວິຫານເຊັ່ນ: ເຂດອະນຸສອນບ້ານ ລາວໂຄ້, ແຂວງເຊີນລາ ເຊິ່ງເປັນສະ ຖານທີ່ຈັດຕັ້ງກອງກຳລັງhກອງນຳ ໜ້າລາວເໜືອi ເມື່ອປີ 194 ໂດຍ ມີທ່ານປະທານ ໄກສອນ ພົມວິຫານ ເປັນຫົວໜ້າກອງກຳລັງ; ເຂດອະນຸ ສອນການປະຕິວັດລາວ, ບ້ານລອງ ງອຍ-ດ່າບ້ານ, ແຂວງຕວຽນກວາງ, ສະຖານທີ່ຈັດກອງປະຊຸມໃຫຍ່ແນວ ລາວອິດສະຫລະ ແລະ ສ້າງຕັ້ງລັດ ຖະບານລາວຊົ່ວຄາວ ທີ່ໄດ້ເລືອກ ຕັ້ງທ່ານ ໄກສອນ ພົມວິຫານ ດຳລົງ ຕຳແໜ່ງ ລັດຖະມົນຕີກະຊວງປ້ອງ ກັນປະເທດ ຂອງລາວ. ສະຖານທີ່ດັ່ງກ່າວ ບໍ່ພຽງແຕ່ ປະທັບຮອຍເຫດການປະຫວັດສາດ ສຳຄັນຂອງການຕໍ່ສູ້ປົດປ່ອຍຊາດ ເທົ່ານັ້ນ ຍັງເປັນສະຖານທີ່ ທີ່ປະ ທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກໄດ້ວາງ ຮາກຖານແຫ່ງຄວາມຜູກພັນ ແລະ ພັນທະມິດການຕໍ່ສູ້ລະຫວ່າງ ລາວ- ຫວຽດນາມ. ສາຍພົວພັນດັ່ງກ່າວ ໄດ້ກາຍເປັນແບບຢ່າງອັນງົດງາມ ແລະ ຫາຍາກໃນໂລກ, ເປັນຊັບສົມ ບັດອັນລ້ຳຄ່າຮ່ວມກັນຂອງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ, ເປັນກົດເກນຂອງການຄົງ ຕົວ ແລະ ການພັດທະນາ, ເປັນໜຶ່ງ ໃນປັດໄຈຮັບປະກັນໄຊຊະນະຂອງ ພາລະກິດປະຕິວັດຂອງແຕ່ລະຊາດ ແລະ ເປັນພະລັງຍິ່ງໃຫຍ່ທີ່ມີຄວາມ ໝາຍຕໍ່ຄວາມເປັນຢູ່ຂອງການສ້າງ ສາ ແລະ ປົກປ້ອງປະເທດຊາດຂອງ ທັງສອງປະເທດ. ເຖິງແມ່ນຕ້ອງ ຜະເຊີນໜ້າກັບອຸປະສັກ ແລະ ການ ຕໍ່ຕ້ານຈາກກຸ່ມປໍລະປັກທີ່ບໍ່ຫວັງດີ ແຕ່ສາຍພົວພັນດັ່ງກ່າວກໍຍັງຄົງໄດ້ ຮັບການເສີມສ້າງໃຫ້ໝັ້ນຄົງຍິ່ງຂຶ້ນ ຕາມການເວລາ. ຕະຫລອດໄລຍະການນຳພາການ ປະຕິວັດລາວ, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ຄວາມສຳຄັນຢ່າງ ຍິ່ງຕໍ່ຄວາມຜູກພັນລະຫວ່າງການ ປະຕິວັດລາວ ແລະ ຫວຽດນາມ. ໃນບັນດາປຶ້ມ ແລະ ສູນທອນພົດ ຂອງທ່ານ ໄດ້ຢືນຢັນຢ່າງໜັກແໜ້ນ ເຖິງນະໂຍບາຍອັນສະເໝີຕົ້ນສະເໝີ ປາຍຂອງພັກ, ລັດ ແລະ ປະຊາຊົນ ລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ວ່າ: hບໍ່ວ່າໃນສະຖາ ນະການໃດຫລືບ່ອນໃດ, ສອງຊາດ ອ້າຍນ້ອງ ລາວ-ຫວຽດນາມ ຂອງ ພວກເຮົາຈະຢູ່ຄຽງບ່າຄຽງໄຫລ່, ດຳເນີນການປະຕິວັດຮ່ວມກັນ. ຄວາມສຳເລັດຂອງການປະຕິວັດ ຫວຽດນາມ ຄືໄຊຊະນະຮ່ວມຂອງ ພວກເຮົາi ແລະ hມິດຕະພາບ ແລະ ຄວາມເປັນນໍ້າໜຶ່ງໃຈດຽວກັນລະ ຫວ່າງ ລາວ-ຫວຽດນາມ ເປັນ ເໝືອນອັນຍະມະນີອັນລ້ຳຄ່າ, ເປັນ ມູນມໍລະດົກທີ່ລໍ້າຄ່າi. ເປັນສາຍ ພົວພັນທີ່ຫລໍ່ຫລອມດ້ວຍນໍ້າໃຈ ຂອງການແບ່ງປັນ, ເຖິງແມ່ນພຽງ ເມັດເຂົ້າ ຫລື ຜັກໃບດຽວ, ການ ຮ່ວມທຸກ ແລະ ຮ່ວມກັນຕໍ່ສູ້ຈົນໄດ້ ຮັບໄຊຊະນະ. ທ່ານຍັງຢືນຢັນວ່າ: hໃນປະຫວັດສາດປະຕິວັດຂອງ ໂລກ, ມີຕົວຢ່າງຫລາຍຢ່າງກ່ຽວ ກັບຄວາມເປັນສາກົນຂອງຊົນຊັ້ນ ກຳມະກອນ, ແຕ່ຍັງບໍ່ເຄີຍມີສາຍ ພົວພັນໃດທີ່ຍືນຍາວ ແລະ ແໜ້ນ ແຟ້ນຄືສາຍພົວພັນ ລາວ-ຫວຽດ ນາມ. ສາຍພົວພັນນີ້ໄດ້ກາຍເປັນ ແບບຢ່າງທີ່ພິເສດ, ຊື່ສັດ, ບໍລິສຸດ ແລະ ໝັ້ນຄົງຍິ່ງຂຶ້ນເລື້ອຍໆ. ພວກ ເຮົາຂໍໃຫ້ຄຳໝັ້ນສັນຍາທີ່ຈະທະນຸ ບຳລຸງມິດຕະພາບ ລາວ-ຫວຽດ ນາມ ໃຫ້ຂຽວສົດງົດງາມ ແລະ ຍືນ ຍົງຕະຫລອດໄປi. ພາຍຫລັງການປະຕິວັດໄດ້ໄຊ ຊະນະຢ່າງສົມບູນລາວແລະຫວຽດ ນາມ ໃນປີ 1975, ທັງສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະສ້າງສາປະ ເທດ, ປົກປ້ອງປະເທດຊາດ, ປະຕິ ຮູບ ແລະ ເຊື່ອມໂຍງເຂົ້າກັບສາກົນ. ສາຍພົວພັນ ລາວ-ຫວຽດນາມ ຈຶ່ງ ກ້າວສູ່ຂັ້ນຕອນໃໝ່ທີ່ມີຄວາມກ້າວ ໜ້າຢ່າງແທ້ຈິງ ແລະ ຮອບດ້ານ ຫລາຍຍິ່ງຂຶ້ນ. ທັງສອງປະເທດ ໄດ້ລົງນາມ ແລະ ຈັດຕັ້ງປະຕິບັດ hສົນທິສັນຍາມິດຕະພາບແລະການ ຮ່ວມມື ລາວ-ຫວຽດນາມi (1 ກໍລະກົດ 1977), ຕະຫລອດເຖິງ ຂໍ້ຕົກລົງສຳຄັນອີກຫລາຍສະບັບ ໃນດ້ານການເມືອງ, ການຕ່າງປະ ເທດ, ປ້ອງກັນຄວາມສະຫງົບປ້ອງກັນຊາດ, ເສດຖະກິດ, ວັດທະ ນະທຳ, ການສຶກສາ, ວິທະຍາສາດ ແລະ ເຕັກນິກ. ຕະຫລອດເຄິ່ງສັດຕະ ວັດທີ່ຜ່ານມາ, ສາຍພົວພັນ ລາວຫວຽດນາມ ໄດ້ພັດທະນາຢ່າງຮອບ ດ້ານ ແລະ ກາຍເປັນຕົ້ນແບບຂອງ ຄວາມສາມັກຄີພິເສດລະຫວ່າງ ສອງຊາດ. ພາຍຫລັງການເຖິງແກ່ມໍລະ ນະກຳຂອງປະທານ ໄກສອນ ພົມວິຫານ (21 ພະຈິກ 1992), ຜູ້ນຳຮຸ່ນຕໍ່ມາຂອງທັງສອງປະເທດ ໄດ້ສືບທອດພາລະກິດຂອງຜູ້ນຳ ຮຸ່ນກ່ອນແລະ ເພີ່ມພູມຄູນສ້າງສາຍ ພົວພັນພິເສດ ລາວ-ຫວຽດນາມ ໃຫ້ພັດທະນາຍິ່ງຂຶ້ນ. ຈາກກອບ hມິດຕະພາບດັ້ງເດີມ, ຄວາມເປັນ ນໍ້າໜຶ່ງໃຈດຽວກັນພິເສດ ແລະ ການຮ່ວມມືຮອບດ້ານi ໄດ້ຍົກລະ ດັບສູ່ hມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຄວາມຜູກພັນເປັນ ຍຸດທະສາດi. ທັງສອງປະເທດຍັງ ຄົງຍຶດໝັ້ນມູນເຊື້ອຄວາມສາມັກຄີ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ໃນອະດີດ ແລະ ຮ່ວມມືສະໜັບສະ ໜູນກັນ ແລະ ກັນໃນການປ່ຽນແປງ ໃໝ່, ຊ່ວຍກັນສ້າງສາ, ປົກປ້ອງ ແລະ ພັດທະນາປະເທດ. ທ່າມກາງບັນຍາກາດທີ່ປະຊາ ຊົນລາວບັນດາເຜົ່າລະນຶກເຖິງວັນ ເກີດຂອງ ປະທານ ໄກສອນ ພົມວິ ຫານ ຄົບຮອບ 105 ປີ, ພວກເຮົາ ຂໍສະແດງຄວາມຊົມຊື່ນຍິນດີທີ່ເຫັນ ວ່າ,ສາຍພົວພັນພິເສດລາວ-ຫວຽດ ນາມ ເຊິ່ງໄດ້ຮັບການວາງຮາກ ຖານໂດຍປະທານ ໂຮ່ຈີ່ມິງ ຜູ້ຍິ່ງ ໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບ ຮັກ ແລະ ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍໂດຍຜູ້ນຳ ແລະ ປະ ຊາຊົນຂອງທັງສອງປະເທດຕະ ຫລອດຫລາຍຊ່ວງເວລາ ຍັງຄົງ ງອກງາມໃນທຸກສະຖານະການ. ໃນອະນາຄົດ, ພວກເຮົາຂໍເຊື່ອ ໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການ ນຳພາທີ່ສະຫລາດສ່ອງໃສຂອງພັກ ກອມມູນິດຫວຽດນາມ ແລະ ພັກປະ ຊາຊົນປະຕິວັດລາວ, ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ຜູກ ພັນຍຸດທະສາດ ລະຫວ່າງ ລາວຫວຽດນາມ ຈະໄດ້ຜູ້ນໍາ ແລະ ປະ ຊາຊົນສອງຊາດ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໃຫ້ຍືນຍົງ ແລະ ພັດ ທະນາໃຫ້ສູ່ລວງເລິກ ແລະ ມີຄວາມ ໝາຍຍິ່ງຂຶ້ນ ສອດຄ່ອງກັບຍຸກສະ ໄໝໃໝ່. ທັງສອງຝ່າຍຈະສືບຕໍ່ປະ ຕິບັດຕາມສັນຍາ, ຂໍ້ຕົກລົງ ແລະ ການຮ່ວມມືທີ່ຜູ້ນຳລະດັບສູງຂອງ ທັງສອງພັກ ແລະ ສອງລັດໄດ້ຕົກ ລົງໄວ້ ເພື່ອຊຸກຍູ້ສາຍພົວພັນ ລາວຫວຽດນາມ ໃຫ້ກ້າວສູ່ລະດັບໃໝ່ທີ່ ສູງຂຶ້ນ, ນຳຜົນປະໂຫຍດທີ່ເປັນຮູບ ປະທຳມາສູ່ປະຊາຊົນທັງສອງປະ ເທດ ແລະ ມີສ່ວນຮ່ວມຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະ ນາໃນພາກພື້ນ ແລະ ທົ່ວໂລກ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==