ຂປລ
ປຶ້ມ “ສີ ຈິ້ນຜິງ: ສັງເຂບແນວຄິດ ເສດຖະກິດ” ໄດ້ເລີ່ມພິມຈຳໜ່າຍ ເມື່ອບໍ່ດົນມານີ້. ນັບແຕ່ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ປຶ້ມ “ສີ ຈິ້ນຜິງ: ສັງເຂບແນວຄິດ ເສດຖະກິດ” ໄດ້ເລີ່ມພິມຈຳໜ່າຍ ເມື່ອບໍ່ດົນມານີ້. ນັບແຕ່ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສູນກາງພັກທີ່ມີສະຫາຍ ສີ ຈິ້ນຜິງ ເປັນແກນກາງ ໂດຍອີງຕາມສະພາບລວມ ແຫ່ງຍຸດທະສາດ ຂອງການຟື້ນຟູ ຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ ຂອງປະຊາຊາດຈີນ ຄືນໃໝ່ ແລະ ສະພາບ ການປ່ຽນແປງຄັ້ງໃຫຍ່ ທີ່ບໍ່ເຄີຍມີມາກ່ອນ ໃນຮອບ100ປີ ຂອງໂລກ, ໄດ້ສະຫລຸບບົດຮຽນ ຈາກພຶດຕິກຳຕົວຈິງ ແຫ່ງການພັດທະນາ ເສດຖະກິດຂອງ ສປ ຈີນ ຢ່າງເປັນລະບົບ, ແລ້ວໄດ້ສະເໜີ ທັດສະນະແນວຄິດໃໝ່ ແລະ ຍຸດທະສາດໃໝ່ ຢ່າງເປັນລະບົບ, ນຳພາການພັດທະນາເສດຖະກິດຂອງ ສປ ຈີນໃຫ້ໄດ້ຮັບຜົນງານໃຫຍ່ຫລວງ ຄັ້ງປະຫວັດສາດ ແລະ ເກີດການປ່ຽນແປງ ຄັ້ງປະຫວັດສາດ ຈາກນັ້ນ ຈຶ່ງຈໍ່ຕົວເປັນແນວຄິດ ເສດຖະກິດ ຂອງທ່ານ ສີ ຈິ້ນຜິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL