ຮ້ານໝີ່ ມັງກອນຄູ່ ຄອງໃຈລູກຄ້າ ດ້ວຍວັດຖຸດິບທີ່ສົດໃໝ່

26/05/2026 10:42
ຂປລ ຂປລ. ເມື່ອເວົ້າເຖິງຮ້ານຜະລິດເສັ້ນໝີ່ເຫລືອງທີ່ມີຊື່ສຽງ ແລະ ເປັນຮ້ານຍອດນິຍົມຂອງນະຄອນຫລວງວຽງຈັນ ກໍມີຫລາຍໆຮ້ານ ໜຶ່ງໃນນັ້ນ ກໍຕ້ອງແມ່ນ ຮ້ານໝີ່ ມັງກອນຄູ່ ຈາກບ້ານ ສີຫອມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຊຶ່ງເປັນອີກຮ້ານໜຶ່ງທີ່ຄອງໃຈລູກຄ້າມາກວ່າ 50 ກວ່າປີ ດ້ວຍລົດຊາດ ແລະ ຄຸນນະພາບຂອງເສັ້ນໝີ່ທີ່ມີຄວາມໜ່ຽວນຸ່ມ, ຫອມເວລາກິນ

ຂປລ. ເມື່ອເວົ້າເຖິງຮ້ານຜະລິດເສັ້ນໝີ່ເຫລືອງທີ່ມີຊື່ສຽງ  ແລະ ເປັນຮ້ານຍອດນິຍົມຂອງນະຄອນຫລວງວຽງຈັນ ກໍມີຫລາຍໆຮ້ານ ໜຶ່ງໃນນັ້ນ ກໍຕ້ອງແມ່ນ ຮ້ານໝີ່ ມັງກອນຄູ່ ຈາກບ້ານ ສີຫອມ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຊຶ່ງເປັນອີກຮ້ານໜຶ່ງທີ່ຄອງໃຈລູກຄ້າມາກວ່າ 50 ກວ່າປີ ດ້ວຍລົດຊາດ ແລະ ຄຸນນະພາບຂອງເສັ້ນໝີ່ທີ່ມີຄວາມໜ່ຽວນຸ່ມ, ຫອມເວລາກິນ, ພ້ອມດຽວກັນ ກໍມີຫລາຍແບບໃຫ້ເລືອກບໍ່ວ່າຈະເປັນເສັ້ນໝີ່ເຫລືອງ ດິບຂະໜາດນ້ອຍ, ກາງ, ໃຫຍ່, ແຜ່ນກ້ຽວ  ແລະ ໝີ່ກອບ ບອກໄດ້ເລີຍວ່າແຊບທຸກແບບ ທີ່ເວົ້າແບບນີ້ເພາະ ຜູ້ຂຽນໄດ້ລອງກິນມາແລ້ວ ແຊບ ສົມຄໍາເລົ່າລື່.

 

ທ່ານ ເມກຕາ ປະພັດສະລາງ  ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ວ່າ: ອາຊີີບຜະລິດເສັ້ນໝີ່ນີ້ແມ່ນອາຊີບໜຶ່ງທີ່ເກີດຂຶ້ນດ້ວຍຄວາມມັກ, ຄວາມອົດທົນພະຍາຍາມຂອງຜູ້ເປັນພໍ່ແມ່ເພື່ອສ້າງສາເສດຖະກິດຄອບຄົວ ຊຶ່ງໄດ້ເລີ່ມຜະລິດເສັ້ນໝີ່ແຕ່ປີ 1972 ເປັນຕົ້ນມາ ຊຶ່ງເວົ້າໄດ້ວ່າຕົນເອງກໍໄດ້ກີ້ງເກືອກລີເລືອຢູ່ນໍຳການເຮັດເສັ້ນໝີ່ ຫລື ເວົ້າຢ່າງໜຶ່ງວ່າໃຫຍ່ມານໍາເສັ້ນໝີ່ກໍວ່າໄດ້. ສະນັ້ນ, ຈຶ່ງມີຄວາມຮູ້ປະສົບການໃນການເຮັດເສັ້ນໝີ່ເຫລືອງຫລາຍສົມຄວນ ຈົນມາຮອດປີ 2000 ພໍ່ແມ່ ເພິ່ນຈຶ່ງໄດ້ມອບກິດຈະການນີ້ໃຫ້ຕົນເອງເຮັດຕໍ່ ຊຶ່ງຂ້າພະເຈົ້າກໍໄດ້ນໍາເອົາຄວາມຮູ້ປະສົບການ, ສູດທີ່ສືບທອດມາໄດ້ປັບປຸງເລື້ອຍໆເພື່ອໃຫ້ໄດ້ເສັ້ນທີ່ມີຄຸນນະພາບນຸ່ມແຊບຖືກໃຈລູກຄ້າກວ່າເກົ່າ ແລະ ທີ່ສຳຄັນເສັ້ນໝີ່ທາງຮ້ານຂອງພວກເຮົາແມ່ນສົດໃໝ່ ບໍ່ໃສ່ສານກັນບູດ ຊຶ່ງທາງ ອຍ ກໍໄດ້ລົງມາກວດທຸກປີ. ພ້ອມນີ້ ທາງຮ້ານຂອງພວກເຮົາກໍໄດ້ຜະລິດເສັ້ນໝີ່ຫລາຍຂະໜາດ ເພື່ອໃຫ້ລູກຄ້າເລືອກກິນໄດ້ຕາມຄວາມຕ້ອງການ ເຊັ່ນ:  ເສັ້ນໝີ່ເຫລືອງດິບຂະໜາດນ້ອຍ, ກາງ ແລະ ເສັ້ນໃຫຍ່ແປ,ແຜ່ນກ້ຽວ,ໝີ່ກອບ, ໃນນັ້ນສະເພາະເສັ້ນໝີ່ດິບເສັ້ນໜ້ອຍຈະຜະລິດສອງສີ ຄື: ສີເຫລືອງ ແລະ ສີຂຽວ (ເສັ້ນໝີ່ຍົກ), ນອກຈາກນີ້ ກໍມີບໍລິການລວກເສັ້ນໝີ່ສຸກໃຫ້ນຳ ແຕ່ຕ້ອງສັ່ງກ່ອນມື້ໜຶ່ງເພື່ອກະກຽມວັດຖຸດິບ ເນື່ອງຈາກວ່າບາງຄົນລວກບໍ່ຊໍານານ. 



ສໍາລັບຈຸດພິເສດ ຂອງໝີ່ເຫລືອງທາງຮ້ານມັງກອນຄູ່ ແມ່ນຂັ້ນຕອນການຜະລິດ ທີ່ມີການຄັດສັນເລືອກວັດຖຸດິບທີ່ດີມີຄຸນນະພາບ ເພື່ອເຮັດເສັ້ນໝີ່ມີຄວາມໜຽວນຸ່ມ ແຊບ ໂດຍສະເພາະແມ່ນ ແປ້ງ ທີ່ນຳມາຜະລິດເສັ້ນໝີ່ ແມ່ນນຳເຂົ້າຈາກປະເທດເພື່ອນບ້ານ ແລະ ໄຂ່ໄກ່ ນຳໃຊ້ໄຂ່ໄກ່ຊີພີພາຍໃນປະເທດ. ສ່ວນບ່ອນຈໍາໜ່າຍໃນປັດຈຸບັນແມ່ນຈຳໜ່າຍຢູ່ໜ້າຮ້ານຂອງພວກເຮົາເອງຮ້ານໝີ່ມັງກ່ອນຄູ່ ບ້ານສີຫອມ, ນອກຈາກຂາຍຢູ່ໜ້າຮ້ານແລ້ວ ຍັງມີລູກຄ້າຈາກໂຮງແຮມ, ພັດຕະຄານ, ຮ້ານອາຫານຕ່າງໆ ກໍຈະສັ່ງປະເພດເສັ້ນມີລວກ ແລະ ລູກຄ້າຕ່າງແຂວງຈຳນວນໜຶ່ງ ເຊັ່ນ ແຂວງຫລວງພະບາງ, ສ່ວນແຂວງອື່ນໆກໍມີເລັກໜ້ອຍເນື່ອງຈາກວ່າໝີ່ເຮົາເປັນມີສົດ ຈຶ່ງພົບບັນຫາຫລາຍຢ່າງ, ສ່ວນການຜະລິດແຕ່ລະລະມື້ແມ່ນແລ້ວແຕ່ຂອງລູກຄ້າສັ່ງ, ຖ້າມື້ໃດລູກຄ້າສັ່ງຫລາຍ ກໍຈະຜະລິດປະມານ 100 ກິໂລກຣາມ,  ຖ້າຂາຍມື້ທໍາມະດາຕາມໜ້າຮ້ານ ກໍຜະລິດປະມານ 60-70 ກິໂລກຣາມຕໍ່ມື້, ສ່ວນລາຄາຂອງເສັ້ນໝີ່ທຸກແບບຂາຍໃນລາຄາກິໂລລະ 40 ພັນກີບ, ແຜ່ນກ້ຽວ ກິໂລ 50 ພັນກີບ, ແບ່ງຂາຍຖົງ 5-10 ພັນກີບ, ໝີ່ກອບ ຖົງລະ 15 ພັນກີບເທົ່ານັ້ນ ບອກໄດ້ເລີຍວ່າລາຄານີ້ຄຸ້ມແຮງ. 
ທ່ານ ເມກຕາ ເວົ້າເສີມວ່າ:  ເພື່ອເຮັດໃຫ້ເສັ້ນໝີ່ເຮົາຕອບໂຈດຜູ້ບໍໂພກຫລາຍຂຶ້ນ ໃນຕໍ່ໜ້າທາງຮ້ານເຮົາ ຈະມີການຍ້າຍການຜະລິດໄປເມືອງໄຊເສດຖາ ແລະ ນໍາໃຊ້ເຄື່ອງຈັກທັນສະໄໝຂຶ້ນຕື່ມ ເນື່ອງຈາກວ່າແບບເກົ່າມັນແອອັດ, ພ້ອມນັ້ນຈະມີການພັດທະນາດ້ານຫຸ້ມຫໍ່ ແລະ ໃສ່ໂລໂກ້ ຕື່ມອີກເພື່ອຮອງຮັບລູກຄ້າ ທັງພາຍໃນ ແລະ ຕ່າງແຂວງ.
 ເອົາເປັນວ່າ ທ່ານໃດ ຢາກໄດ້ໝີ່ແຊບໆເສັ້ນ ໜຽວນຸ່ມໄປໄວ້ກິນ ໃນງານສໍາຄັນຕ່າງໆ ກໍສາມາດເຂົ້າມາຊື້ໄດ້ທີ່ໜ້າຮ້ານຕັ້ງຢູ່ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ຫລື ຕິດຕໍ່ໄດ້ທີ່ເບີ 020 22209135, 020 55506132, 020 5975123,ພ້ອມນັ້ນທາງຮ້ານຍັງມີບໍລິການສົ່ງຟຣີ ໃນໄລຍະບໍ່ເກີນ 5 ກິໂລແມັດ, ຖ້າໄກ ແມ່ນມີຄ່າສົ່ງເລີ່ມຕົ້ນທີ 9.000 ກີບເທົ່ານັ້ນ ແລະ ຖ້າທ່ານໃດຕ້ອງການໝີ່ຈຳນວນຫລາຍເກີນ 15 ກິໂລກຣາມ ແມ່ນໃຫ້ສັ່ງລ່ວງໜ້າກ່ອນ 1 ມື້, ຖ້າສັ່ງໝີ່ລວກ ຕ້ອງໂທສັ່ງກ່ອນລ່ວງໜ້າ 1 ຊົ່ວໂມງ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top