ເອຢິບ ຄົ້ນພົບແຫລ່ງແກັສ-ນໍ້າມັນ ຄັ້ງໃຫຍ່ ປະລິມານ ສຳຮອງປະມານ 70 ລ້ານຖັງ

26/05/2026 06:20
ຂປລ ກະຊວງ ປິໂຕຣລ່ຽມ ແລະ ຊັບພະຍາກອນແຮ່ທາດ ຂອງເອຢິບ ປະກາດວ່າ ຄົ້ນພົບ ແຫລ່ງແກັສ ແລະ ນໍ້າມັນ ຄັ້ງໃຫຍ່ ທີ່ສຸດ ໃນພາກພື້ນ ທະເລຊາຍ ຕາເວັນຕົກ (Western Desert) ໃນຮອບ 15 ປີ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ປິໂຕຣລ່ຽມ ແລະ ຊັບພະຍາກອນແຮ່ທາດ ຂອງເອຢິບ ປະກາດວ່າ ຄົ້ນພົບ ແຫລ່ງແກັສ ແລະ ນໍ້າມັນ ຄັ້ງໃຫຍ່ ທີ່ສຸດ ໃນພາກພື້ນ ທະເລຊາຍ ຕາເວັນຕົກ (Western Desert) ໃນຮອບ 15 ປີ, ໂດຍການປະເມີນ ເບື້ອງຕົ້ນ ໄດ້ຊີ້ແຈງວ່າ ປະລິມານ ສຳຮອງແກັສ ລວມມີປະມານ 3,3 ແສນລ້ານ ແມັດກ້ອນ, ລວມເຖິງ ແກັສທຳມະຊາດແຫລວ ແລະ ນໍ້າມັນດີບ 10 ລ້ານຖັງ. ໂດຍປະລິມານ ສຳຮອງທັງໝົດ ທຽບເທົ່າ ປະມານ 70 ລ້ານຖັງ.

ຄວາມສຳເລັດ ໃນຄັ້ງສຳຄັນນີ້ ໄດ້ເກີດຈາກ ຫລຸມສຳຫລວດເຊົາ ບໍສຕັນ-1ເອັສຊ(South Bostan-1X) ຊຶ່ງມີ ຖ່ານຫີນ ກັກເກັບ ປິໂຕຣລ່ຽມຫນາ ລວມມີ 400 ແມັດ ແລະ ໄດ້ຮັບການ ຢືນຢັນ ສັກກາຍະພາບ ທາງການຜະລິດ ແລະ ເສດຖະກິດ ທັງຍັງ ມີຄວາມສຳຄັນ ເຊິງຍຸດທະສາດ ເນື່ອງຈາກ ຢູ່ໃກ້ກັບ ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍ ຄວາມສະດວກ ດ້ານການຜະລິດ ທີ່ມີຢູ່ແລ້ວ , ຊຶ່ງຢູ່ຫ່າງອອກໄປ ພຽງ 10 ກິໂລແມັດ, ເພື່ອຊ່ວຍໃຫ້ສາມາດ ເຊື່ອມຕໍ່ເຂົ້າກັບ ລະບົບ ການຜະລິດ ໄດ້ຢ່າງວ່ອງໄວ./

KPL

ຂ່າວອື່ນໆ

ads
ads

Top