ຂປລ
ກະຊວງ ການທ່ອງທ່ຽວຂອງ ກຳປູເຈຍ ລາຍງານວ່າ: ຈຳນວນ ນັກທ່ອງທ່ຽວ ຊາວຕ່າງປະເທດ ທີ່ ເດີນທາງຢ້ຽມຢາມ ກຳປູເຈຍ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີ 2026 ລວມມີ 1,01 ລ້ານຄົນ, ຫລຸດລົງ 44,8% ເມື່ອທຽບກັບປີກາຍ
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການທ່ອງທ່ຽວຂອງ ກຳປູເຈຍ ລາຍງານວ່າ: ຈຳນວນ ນັກທ່ອງທ່ຽວ ຊາວຕ່າງປະເທດ ທີ່ ເດີນທາງຢ້ຽມຢາມ ກຳປູເຈຍ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີ 2026 ລວມມີ 1,01 ລ້ານຄົນ, ຫລຸດລົງ 44,8% ເມື່ອທຽບກັບປີກາຍ, ໂດຍນັກທ່ອງທ່ຽວຈາກຈີນ ສູງເປັນອັນ ດັບທີ ໜຶ່ງ, ຖັດມາແມ່ນ ຫວຽດນາມ ແລະ ສ.ອາເມລິກາ.
ທ່ານ ທອງເມັງເດວິດ ຮອງຜູ້ອຳນວຍການສູນ ຈີນ-ອາຊຽນສຶກສາ ສັງກັດ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງກຳປູເຈຍ ກ່າວວ່າ: ຈຳນວນນັກທ່ອງທ່ຽວ ຊາວຕ່າງປະເທດ ທີ່ຫລຸດລົງ ສະທ້ອນເຖິງການຢຸດຈຶ້ງເສດຖະກິດ, ຜົນກະທົບ ຈາກຄວາມຂັດແຍ່ງ ທາງຊາຍແດນ ກຳປູເຈຍ-ໄທ ລວມເຖິງ ຄວາມຂັດແຍ່ງ ໃນຕາເວັນອອກກາງ ທີ່ເຮັດໃຫ້ ລາຄາ ເຊື້ອໄຟ ເພີ່ມສູງຂຶ້ນ ແລະ ຖ້ຽວບິນຫລຸດລົງ. ການທ່ອງທ່ຽວ ເປັນໜຶ່ງເສົາຫລັກ ການຊຸກຍູ້ເສດຖະກິດຂອງ ກຳປູເຈຍ, ນອກຈາກການ ສົ່ງອອກເສື້ອຜ້າ,ເກີບ, ສິນຄ້າ ເພື່ອການ ເດີນ ທາງ, ການກະສິກຳ ແລະ ການກໍ່ສ້າງ-ອະສັງຫາລິມະຊັບອຶ່ນໆ./
KPL