ຂປລ
ຂປລ. ຊົນເຜົ່າບິດ ແມ່ນຊົນເຜົ່າໜຶ່ງໃນວົງຄະນາຍາດແຫ່ງຊາດລາວ, ເຂົາເຈົ້າໄດ້ມາຕັ້ງຫລັກປັກຖານບົນດິນແດນແຫ່ງນີ້ແຕ່ສະຕະ ວັດທີ V ເປັນຕົ້ນມາ. ໄດ້ເຄື່ອນຍ້າຍເຂົ້າມາດິນລາວຊ່ວງໄລຍະດຽວກັນກັບຊົນເຜົ່າ ກຶມມຸ ແລະ ຊົນເຜົ່າລະເມດ, ແຕ່ກ່ອນມີນິທານກ່າວວ່າຊົນເຜົ່າ ກຶມມຸ ແລະ ຊົນເຜົ່າບິດ ແມ່ນອ້າຍນ້ອງຮ່ວມອຸທອນດຽວກັນ.

ຂປລ. ຊົນເຜົ່າບິດ ແມ່ນຊົນເຜົ່າໜຶ່ງໃນວົງຄະນາຍາດແຫ່ງຊາດລາວ, ເຂົາເຈົ້າໄດ້ມາຕັ້ງຫລັກປັກຖານບົນດິນແດນແຫ່ງນີ້ແຕ່ສະຕະ ວັດທີ V ເປັນຕົ້ນມາ. ໄດ້ເຄື່ອນຍ້າຍເຂົ້າມາດິນລາວຊ່ວງໄລຍະດຽວກັນກັບຊົນເຜົ່າ ກຶມມຸ ແລະ ຊົນເຜົ່າລະເມດ, ແຕ່ກ່ອນມີນິທານກ່າວວ່າຊົນເຜົ່າ ກຶມມຸ ແລະ ຊົນເຜົ່າບິດ ແມ່ນອ້າຍນ້ອງຮ່ວມອຸທອນດຽວກັນ. ເນື່ອງມາຈາກຄວາມເຂົ້າໃຈຜິດໃນການແບ່ງຊີ້ນໂຕຊ້າງ ແລະ ຊີ້ນໂຕເໝັ້ນຈຶ່ງແຕກແຍກກັນ. ຜູ້ເປັນນ້ອງໄດ້ເຂົ້າປ່າແລ້ວຮຽນເອົາສຽງນໍ້າຕົກຕາດ, ສຽງກົກໄມ້ສີກັນ, ສຽງໂຕສັດຮ້ອງເປັນພາສາ ຕົນເອງ. ສະນັ້ນ, ຄົນຊົນເຜົ່າບິດ ຈຶ່ງຮູ້ທັງພາສາຊົນເຜົ່າກຶມມຸ ແລະ ມີທັງພາສາຂອງຕົນເອງ, ສ່ວນຄົນກຶມມຸ ບໍ່ສາມາດຮູ້ໄດ້ພາສາຂອງຊົນເຜົ່າບິດ ແລະ ຊົນເຜົ່າອື່ນເອີ້ນໃຫ້ຊົນເຜົ່າບິດວ່າ: “ຂ້າບິດ ຫລື ຂະບິດ” ແຕ່ເຂົາເຈົ້າບໍ່ມັກ, ຊື່ທີ່ເຂົາມັກແມ່ນຄຳວ່າ: “ບິດ” ມີຄວາມໝາຍວ່າ: ພິກ ປີ້ນຈາກເຜົ່າໜຶ່ງ ແລະ ພາສາໜຶ່ງມາເປັນຊົນເຜົ່າໃໝ່ ແລະ ພາສາໃໝ່. ຊົນເຜົ່ານີ້ມີອາຊີບ ໃນການເຮັດໄຮ່ປະສົມກັບການເຮັດນາ, ລ້ຽງສັດ ແລະ ປູກພືດຜັກ, ຫາຢູ່ຫາກິນຕາມທຳມະຊາດ ແລະ ມີຄວາມຊຳນານໃນວຽກງານຫັດ ຖະກຳຈັກສານ, ສຳລັບການຕໍ່ຳຫູກນັ້ນ, ແມ່ຍິງຊົນເຜົ່ານີ້ບໍ່ມີພອນສະຫວັນຈຶ່ງອາໃສການຊື້ ແລະ ແລກປ່ຽນນຳເຜົ່າອື່ນໆ.

ປັດຈຸບັນຊົນເຜົ່າບິດ ສ່ວນຫລາຍຈະດຳລົງຊີວິດຢູ່ບັນດາແຂວງພາກເໜືອຂອງລາວ ເຊັ່ນ: ແຂວງຜົ້ງສາລີ, ອຸດົມໄຊ ແລະ ແຂວງຫລວງນ້ຳທາ. ແນວໃດກໍຕາມ, ຊົນເຜົ່ານີ້ມີຄວາມນິຍົມສ້າງ ແລະ ຢູ່ເຮືອນຮ້ານ, ໃນເຮືອນ ຈະແບ່ງເປັນສອງຫ້ອງ ແລະ ມີຮ້ານບູຊາຜີບັນພະບຸລຸດ ຄື: ຫ້ອງນອນ ຂອງພໍ່ແມ່ ແລະ ຫ້ອງທົ່ວໄປເປັນຫ້ອງຮັບແຂກ ແລະ ບັນດາລູກໆທີ່ບໍ່ທັນໄດ້ແຕ່ງດອງ, ຄົນທາງນອກຈະບໍ່ມີສິດລ່ວງເຂົ້າຫ້ອງນອນຂອງພໍ່ ແມ່ ແລະ ຫ້ອງຮ້ານບູຊາຜີເຮືອນ, ເຮືອນແຕ່ລະຫລັງຈະມີຊານ, ເຊຍ ແລະ ເຮືອນຄົວເປັນບ່ອນແຕ່ງຢູ່ຄົວກິນ. ສະໄໝກ່ອນການເຮັດເຮືອນ ຂອງເຂົາເຈົ້າແມ່ນເສົາໄມ້ແກ່ນ, ມີ 9-12 ເສົາ, ມຸ້ງດ້ວຍຫຍ້າຄາ, ແອ້ມດ້ວຍຝາໄມ້ເຮ້ຍ, ປູດ້ວຍໄມ້ແປ້ນ ຫລື ໄມ້ຟາກ. ປັດຈຸບັນໄດ້ມີການປະດິດຄິດແຕ່ງ ແລະ ຫັນມາໃຊ້ເຄື່ອງກໍ່ສ້າງທີ່ທັນກັບຍຸກສະໄໝ ແລະ ທີ່ມີໃນຕະຫລາດຂອງທ້ອງຖິ່ນຕົນ. ຊົນເຜົ່ານີ້ບໍ່ມີເຄື່ອງນຸ່ງປະຈຳຊົນເຜົ່າ, ການນຸ່ງຖືສ່ວນຫລາຍໃນສະໄໝກ່ອນແມ່ນແລກປ່ຽນຈາກຊົນເຜົ່າໃກ້ຄຽງ ແລະ ຫາຊື້ຕາມທ້ອງຕະຫລາດໄປຕາມແຕ່ລະຍຸກສະໄໝຂອງສັງຄົມ. ແຕ່ໃດມາແມ່ນໄດ້ມີຄວາມເຊື່ອຜີບັນພະບູລຸດຂອງຕົນເປັນຕົ້ນ: ຜີພໍ່,ຜີແຜ່, ຜີເຮືອນ, ຜີບ້ານ-ຜີເມືອງ, ແຕ່ລະເຮືອນລ້ວນແຕ່ມີຮ້ານບູຊາຜີບັນພະບູລຸດຂອງຕົນ.

ການຈັດພິທີລ້ຽງຜີນັ້ນ ຈະອີງໃສ່ຄວາມສຳຄັນ ຫລື ບົດບາດຂອງແຕ່ລະຜີ ຊຶ່ງຈະມີການຕົບແຕ່ງຕ່າງກັນອອກໄປຕາມແຕ່ລະພິທີກຳ. ຊົນເຜົ່າບິດ ມີປະເພນີເອີ້ນຂວັນເຮືອນ ແລະ ຂວັນບ້ານໃນທຸກໆປີ ລະຫວ່າງຮອບວຽນຂອງການປູກເຂົ້າໄຮ່. ນອກນີ້, ເວລາມີການເຈັບເປັນ ຫລື ເກີດພະຍາດຕ່າງໆເຂົາເຈົ້າກໍຈະເຮັດພິທີ ເພື່ອຂໍຮ້ອງໃຫ້ຈິດວິນຍານຫລື ຜີທີ່ດີມາຊ່ວຍໃນປີໜຶ່ງໆເຂົາເຈົ້າມີການຈັດພິທີສະເຫລີມສະຫລອງ ຫລື ມ່ວນຊື່ນສອງເທື່ອຄື:ເວລາບຸນດອກຝາງແດງ ແລະ ເວລາຈູດໄຮ່ເຂົ້າ.ດ້ານສິລະປະວັນນະຄະດີຂອງຊົນເຜົ່າບິດ ເຂົາເຈົ້າບໍ່ມັກ, ບໍ່ມີການຂັບລຳ ແລະ ນິທານພື້ນເມືອງຕ່າງໆ ທີ່ເປັນເອກະລັກສະເພາະຂອງຕົນ. ໃນກໍລະນີມ່ວນຊື່ນກໍຈະຮ້ອງເພງລາວ, ຂັບລື້ ຫລື ຂັບຊົນເຜົ່າອື່ນໆທີ່ຢູ່ໃກ້ຄຽງ. ສ່ວນພາສາກປາກເວົ້າຈະມີພາສາສະເພາະຂອງຕົນ ຊຶ່ງຈັດເຂົ້າໃນໝວດພາສາ ມອນ-ຂະແມ. ສະນັ້ນ, ພາສາປາກເວົ້າຂອງເຂົາເຈົ້າມີຫລາຍຄຳຄ້າຍຄືກັບພາສາປາກເວົ້າຂອງຊົນເຜົ່າ ກຶມມຸ, ລະເມດ ແລະ ສາມຕ່າວ. ພ້ອມກັນນັ້ນ, ກໍມີບາງຄຳເວົ້າຂອງບັນດາຊົນເຜົ່າໃນໝວດພາສາ ມອນ-ຂະແມ ຢູ່ທາງພາງໃຕ້ຂອງລາວ, ບໍ່ມີຕົວໜັງສືຂຽນ, ແຕ່ຍັງຮູ້ພາສາຊົນເຜົ່າທີ່ຢູ່ໃກ້ຄຽງເຊັ່ນ: ພາສາລື້, ຢັ້ງ, ຍວນ, ລະເມດ ແລະ ອື່ນໆ.
(ຄັດຈາກປຶ້ມບັນດາຊົນເຜົ່າໃນ ສປປ ລາວ)
KPL