ຂປລ
ທ່ານ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ເປີດເຜີຍວ່າ, ລັດຖະບານຍີ່ປຸ່ນ ຈະພິຈາລະນາ ສ້າງຄວາມຮ່ວມມື ກັບ ສ.ອາເມລິກາ ກ່ຽວກັບ ການພັດທະນາ ແຫລ່ງແຮ່ຫາຍາກ (rare earth) ໃນນ່ານນໍ້າ ມະຫາສະໝຸດ ປາຊີຟິກ ແຄມຝັ່ງເກາະ ທາງຕາເວັນອອກສຸດ ຂອງປະເທດ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ເປີດເຜີຍວ່າ, ລັດຖະບານຍີ່ປຸ່ນ ຈະພິຈາລະນາ ສ້າງຄວາມຮ່ວມມື ກັບ ສ.ອາເມລິກາ ກ່ຽວກັບ ການພັດທະນາ ແຫລ່ງແຮ່ຫາຍາກ (rare earth) ໃນນ່ານນໍ້າ ມະຫາສະໝຸດ ປາຊີຟິກ ແຄມຝັ່ງເກາະ ທາງຕາເວັນອອກສຸດ ຂອງປະເທດ.
ໂດຍ ທ່ານ ຊານາເອະ ທາຄາອິຈິ ໄດ້ຖະແຫລງຕໍ່ວຸດທິສະພາ ວ່າ ການກະຈາຍຫວ່ງໂຊ້ ຄວາມຕ້ອງການ ແຮ່ຫາຍາກ ທີ່ມີ ຄວາມສຳຄັນ ຢ່າງຍິ່ງ ສຳລັບ ທັງສອງປະເທດ. ດັ່ງນັ້ນ ຍີ່ປຸ່ນ ຈະພິຈາລະນາ ເປົ້າໝາຍຕົ້ນຕໍ ໃນການຮ່ວມມື ກັບ ສ.ອາເມລິກາ ເພື່ອໃຊ້ປະໂຫຍດ ຈາກ ຊັບພະຍາກອນ ໃກ້ບໍລິເວນເກາະມິນາມິ ຫ່າງຈາກ ນະຄອນຫລວງໂຕກຽວ ໄປທາງທິດຕາເວັນອອກສຽງໃຕ້ ປະມານ 2.000 ກິໂລແມັດ ແລະ ບໍ່ມີພົນລະເມືອງ ອາໄສຢູ່. ລັດຖະບານ ມີແຜນຈະດຳ ເນີນການ ທົດລອງດູດດິນໜຽວ ໂດຍ ເຊື່ອວ່າ ມີແຮ່ຫາຍາກ ຈາກມະຫາສະໝຸດ ທີ່ຄວາມເລິກປະມານ 6.000 ແມັດ ໃຕ້ພື້ນນໍ້າ ,ຊຶ່ງໃນອາດິດ ມີການຄົ້ນພົບດິນໜຽວ ທີ່ມີແຮ່ຫາຍາກ ໃນນ່ານນໍ້າໃກ້ເກາະ ມິນາມິໂທຣິມາແລ້ວ./
KPL