ກະຊວງປ້ອງກັນປະເທດ ຫວນຄືນວັນລະຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ

23/08/2026 15:30
Email Print 101
ຂປລ ກະຊວງປ້ອງກັນປະເທດ ຈັດປາຖະກະຖາຫວນຄືນວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 19 ສິງຫາ 2026 ໂດຍການເຜີຍແຜ່ຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາ ທິການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນຂອງລັດຖະ ທຳມະນູນ ແຫ່ງ ສປປ ລາວ ຊຶ່ງ ລັດຖະທຳມະນູນເປັນກົດໝາຍ ພື້ນຖານຂອງຊາດ, ທັງເປັນກົດ ໝາຍພື້ນຖານຂອງລະບອບປະຊາ ທິປະໄຕປະຊາຊົນລາວ ເພື່ອສຶກສາ ອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະ ບອບໃໝ່, ເພີ່ມທະວີຄວາມສາມັກຄີ ປອງດອງທົ່ວປວງຊົນລາວທັງ ຊາດ, ເຊີດຊູບົດບາດເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ຕາມ ຈຸດໝາຍທີ່ພັກໄດ້ກຳນົດໄວ້. ການ ປະກາດໃຊ້ລັດຖະທຳມະນູນເປັນ ເຫດການທາງການເມືອງທີ່ສຳຄັນ ຂອງຊາດ, ທັງເປັນຂີດໝາຍໃໝ່ ແຫ່ງການຫັນໄປສູ່ການຄຸ້ມຄອງ ລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອ ລະກ້າວ, ສ່ອງແສງໃຫ້ເຫັນເຖິງ ລັກສະນະທາດແທ້ ແລະ ການເຕີບ ໃຫຍ່ຂະຫຍາຍຕົວຂອງລະບອບ ປະຊາທິປະໄຕປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງ ຂອງພັກ, ທັງເປັນການຢັ້ງຢືນ ຕໍ່ຊາວໂລກກ່ຽວກັບຄວາມເປັນ ເອກະລາດ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງ ສປປ ລາວ ຕາມ ແນວທາງການປ່ຽນແປງໃໝ່ແນ ໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ພ້ອມນີ້, ສະຫາຍ ກອງແກ້ວ ໄຊສົງຄາມ ຍັງໄດ້ຍົກໃຫ້ເຫັນ ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທຳມະນູນ, ຕີລາຄາ ດ້ານດີ, ດ້ານອ່ອນ ແລະ ບົດຮຽນ ທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິ ບັດລັດຖະທຳມະນູນຕະຫລອດໄລ ຍະ 35 ປີຜ່ານມາພາຍໃຕ້ການ ນຳພາຂອງພັກປະຊາຊົນປະຕິວັດ ລາວ ລັດ ແຫ່ງ ສປປ ລາວ ໄດ້ເປັນ ເຈົ້າການ ແລະ ໃຈກາງໃນການ ປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງຢ່າງໝັ້ນຄົງຕະຫລອດມາ, ເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາ ແລະ ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນ, ບົດບາດ ອິດທິພົນຂອງພັກ ແລະ ລັດ ໄດ້ ຮັບການຍົກສູງຂຶ້ນໃນເວລາພາກ ພື້ນ ແລະ ສາກົນ. ຄຽງຄູ່ກັບຜົນສໍາ ເລັດທີ່ພົ້ນເດັ່ນ ແລະ ໃຫຍ່ຫລວງ ນັ້ນ, ການຈັດຕັ້ງປະຕິບັດລັດຖະ ທຳມະນູນ ແລະ ກົດໝາຍຍັງມີ ດ້ານອ່ອນ ແລະ ຂໍ້ຄົງຄ້າງໃຫຍ່ ຫລາຍຢ່າງທີ່ເລັ່ງທວງໃຫ້ພວກ ເຮົາພ້ອມກັນຕັດສິນໃຈສູ້ຊົນແກ້ໄຂ ໃຫ້ໄດ້ເປັນກ້າວໆແນໃສ່ເສີມຂະ ຫຍາຍທ່າແຮງສັງຮວມຂອງປະ ເທດຊາດ ແລະ ສາກົນ ເພື່ອສືບ ຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນຂຶ້ນສູ່ສັງຄົມນິຍົມ, ເຮັດ ໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມ ແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ການຈັດປາຖະກະຖາຄັ້ງນີ້, ເປັນການສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານໃນທົ່ວກອງທັບ ໂດຍສະເພາະພະນັກງານສະມາຊິກ ພັກ, ນາຍທະຫານຜູ້ສືບທອດໄດ້ ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈເລິກເຊິ່ງ ກ່ຽວກັບວັນລັດຖະທໍາມະນູນ ເພື່ອ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປັບປຸງກໍ່ສ້າງກົມກອງ ກໍຄື ກອງທັບປະຊາຊົນລາວ ໃຫ້ມີ ແບບແຜນທັນສະໄໝກ້າວຂຶ້ນຢ່າງ ບໍ່ຢຸດຢັ້ງ. ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top