ຂປລ
ຄະນະຈັດຕັ້ງສູນກາງ ພັກ ແຈ້ງການເຖິງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການ ແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະ ບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະປະ ຈໍາສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາ ແຫ່ງຊາດ, ທັງເປັນຮັກສາການ ແທນປະທານຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ X ນັບແຕ່ວັນລົງ ລາຍເຊັນເປັນຕົ້ນໄປຈົນກວ່າຈະ ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.
ການປະກາດແຕ່ງຕັ້ງດັ່ງກ່າວ, ອີງຕາມແຈ້ງການຄະນະຈັດຕັ້ງ
ສູນກາງພັກ ເລກທີ 1514/ຄຈສພ,
ລົງວັນທີ 18/08/2026 ວ່າດ້ວຍ
ການແຕ່ງພະນັກງານການນໍາຂັ້ນ
ສູງຮັບໜ້າທີ່ໃໝ່; ອີງຕາມລັດຖະ
ທໍາມະນູນ ແຫ່ງ ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ
(ສະບັບປັບປຸງ ປີ 2025 ) ເລກທີ
77/ສພຊ, ລົງວັນທີ 20 ມີນາ
2025, ມາດຕາ 54 ແລະ ມາດຕາ
56; ອີງຕາມກົດໝາຍວ່າດ້ວຍ
ສະພາແຫ່ງຊາດ (ສະບັບປັບປຸງ)
ເລກທີ 56/ສພຊ, ລົງວັນທີ 28
ມິຖຸນາ 2024, ມາດຕາ 12,
ມາດຕາ 34, ມາດຕາ 40 ແລະ
ມາດຕາ 54 ແລະ ອີງຕາມມະຕິ
ຕົກລົງຂອງຄະນະເລຂາທິການ
ສູນກາງພັກ ສະບັບເລກທີ 181/
ຄລສພ, ລົງວັນທີ 18 ສິງຫາ 2026
ວ່າດ້ວຍການແຕ່ງຕັ້ງຮັກສາການ
ແທນເລຂາຄະນະບໍລິຫານງານພັກ
ສະພາແຫ່ງຊາດ.
KPL