ຂປລ
ສະພາບໍລິຫານລັດວິສາຫະກິດໄຟ ຟ້າລາວ ໄດ້ລາຍງານກ່ຽວກັບທິດ ທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2026 ໃນວັນທີ 11 ສິງຫາ ຜ່ານມາ.
ລັດວິສາຫະກິດໄຟຟ້າລາວ
ຍັງມີຫລາຍໜ້າວຽກທີ່ຈຳເປັນເລັ່ງ
ດ່ວນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ
ຕາມໜ້າວຽກຈຸດສຸມທີ່ໄດ້ກຳນົດໄວ້
ໃນມະຕິກອງປະຊຸມປະຈຳປີ 2025
ຂອງໄຟຟ້າລາວ ເພື່ອສຸມໃສ່ສືບຕໍ່
ດຳເນີນການໃນ 6 ເດືອນທ້າຍປີ ມີ
ຜົນສໍາເລັດຕາມລະດັບຄາດໝາຍ
ໂດຍສະເພາະເນັ້ນໃສ່ການດໍາເນີນ
ໜ້າວຽກສໍາຄັນເລັ່ງດ່ວນເປັນຕົ້ນ
ສືບຕໍ່ຕິດຕາມຊຸກຍູ້ແຜນພັດທະນາ
ໂຄງການພະລັງງານໄຟຟ້າແສງຕາ
ເວັນຂະໜາດໃຫຍ່ ແລະ ຂະໜາດ
ນ້ອຍທີ່ເປັນແຜນບຸລິມະສິດເລັ່ງ
ດ່ວນ ປີ 2025-2027 ໂດຍປະ
ເມີນຄືນການປະຕິບັດໂຄງການ
ໃຫ້ພັດທະນາໄປຕາມແຜນກຳນົດ
ແລະ ຄົ້ນຄວ້າແຈ້ງຍົກເລີກກໍລະນີ
ໂຄງການໃດບໍ່ມີຄວາມຄືບໜ້າ ຫລື
ບໍ່ມີຄວາມພ້ອມດຳເນີນການ ເພື່ອ
ສັນຫາຜູ້ພັດທະນາໃໝ່ທີ່ມີຄວາມ
ພ້ອມມາສືບຕໍ່ໂຄງການໃຫ້ສຳເລັດ
ຕາມແຜນເລັ່ງດ່ວນ; ສືບຕໍ່ເຮັດວຽກຮ່ວມກັບກະຊວງອຸດສາຫະກໍາ ແລະ
ການຄ້າ ແລະ ບໍລິສັດ EDL-T ໃນ
ການພັດທະນາໂຄງການສາຍສົ່ງ
ເຊື່ອມພາຍໃນ 3 ຊ່ວງ (ສາຍສົ່ງ
230 kV ປາກມອງ-ນາເພຍ, ນາ
ເພຍ-ທ່າວຽງ ແລະ ຫລັກ20-
ມະຫາໄຊ) ເພື່ອຮອງຮັບເອົາພະລັງ
ງານຈາກເຂື່ອນໄຟຟ້ານໍ້າງື່ມ 3
ແລະ ຮັບປະກັນການສະໜອງໄຟ
ໃຫ້ພາຍໃນມີຄວາມໝັ້ນຄົງໃຫ້ສຳ
ເລັດຕາມແຜນ.
ສືບຕໍ່ເຮັດວຽກກັບກະຊວງທີ່
ກ່ຽວຂ້ອງ ເພື່ອຄົ້ນຄວ້າລະບຽບ
ການກ່ຽວກັບການອະນຸຍາດໃຫ້ບັນ
ດານິຄົມອຸດສາຫະກຳ, ເຂດເສດ
ຖະກິດພິເສດຜະລິດພະລັງງານ
ໄຟຟ້າຊົມໃຊ້ເອງ ໂດຍເອົາລະບົບ
ໄຟຟ້າຂອງໄຟຟ້າລາວ ເປັນພະລັງ
ງານສຳຮອງຕາມແນວທາງນະ
ໂຍບາຍຂອງລັດຖະບານ; ສືບຕໍ່
ຕິດຕາມຫາງສຽງຂອງສັງຄົມ
ເພື່ອອະທິບາຍຊີ້ແຈງຄວາມເຂົ້າໃຈ
ກ່ຽວກັບການຈັດຕັ້ງໂຄງສ້າງລາ
ຄາໄຟຟ້າແຕ່ລະໄລຍະຜ່ານສື່ອອນ
ລາຍຕ່າງໆ. ພ້ອມນັ້ນ, ຈະສືບຕໍ່ລົງ
ເຜີຍແຜ່ຈັດກອງປະຊຸມເສວະນາ
ກ່ຽວກັບການດໍາເນີນທຸລະກິດຂອງ
ໄຟຟ້າລາວ ຕິດພັນກັບການປັບປຸງ
ໂຄງສ້າງລາຄາໄຟຟ້າ ປີ 2025-
2029 ຮ່ວມກັບອົງການປົກຄອງ
ຂອງແຂວງທົ່ວປະເທດ; ປັບປຸງລະ
ບົບສົ່ງ 115 kV ແລະ ຍົກລະດັບໝໍ້
ແປງຢູ່ບັນດາສະຖານີໄຟຟ້າຂອງ
ໄຟຟ້າລາວ ໃນຂອບເຂດທົ່ວປະເທດ
ໂດຍສະເພາະໃນຂົງເຂດທີ່ມີແຜນ
ຄວາມຕ້ອງການຊົມໃຊ້ໄຟຫລາຍ
ເພື່ອປັບປຸງລະບົບໄຟຟ້າໃຫ້ສາມາດ
ສະໜອງພະລັງງານໃຫ້ພຽງພໍກັບ
ແຜນຄວາມຕ້ອງການແຕ່ລະໄລຍະ
ແລະ ລະບົບມີຄວາມໝັ້ນຄົງ.
ສືບຕໍ່ສູ້ຊົນໃຫ້ສາມາດຫລຸດຜ່ອນ
ພະລັງງານຕົກເຮ່ຍ ໃນປີ 2026
ພາກລະບົບຈໍາໜ່າຍ ໃຫ້ໄດ້ 8,77%,
ພາກລະບົບສົ່ງ ໃຫ້ໄດ້ 3,33%, ໝົດ
ລະບົບ ໃຫ້ໄດ້ 6,50%; ສຸມໃສ່ຫລຸດ
ຜ່ອນລາຍຈ່າຍບໍລິຫານທີ່ບໍ່ຈໍາເປັນ,
ນໍາໃຊ້ງົບປະມານໃຫ້ມີຄວາມຮັດ
ກຸມ, ມີປະສິດທິຜົນ ແລະ ສາມາດ
ກວດສອບໄດ້ ແລະ ຄົ້ນຄວ້າທ່າ
ແຮງປິ່ນອ້ອມຕ່າງໆຂອງໄຟຟ້າ
ລາວ ໃນການຮ່ວມທຸລະກິດກັບພາກ
ສ່ວນພາຍນອກ ເພື່ອສ້າງລາຍຮັບ
ເພີ່ມ; ສົມທົບກັບຄະນະກໍາມະການ
ຄົ້ນຄວ້າໂຄງສ້າງລາຄາໄຟຟ້າຂັ້ນ
ສູນກາງໃນການທົບທວນ ແລະ ປະ
ເມີນຄືນການປັບຂຶ້ນລາຄາໄຟຟ້າ
ເພື່ອຊີ້ແຈງຕໍ່ສັງຄົມ ແລະ ລັດຖະ
ບານ ເປັນແຕ່ລະໄລຍະ; ສຸມໃສ່ເລັ່ງ
ການພັດທະນາໂຄງການໝໍ້ນັບໄຟ
ທັນສະໄໝ (Smart Meter) ໃຫ້
ນໍາໃຊ້ໃນນະຄອນຫລວງວຽງຈັນ
ແລະ ສືບຕໍ່ຂະຫຍາຍໄປຍັງຕົວ
ເມືອງໃຫຍ່ ຢູ່ໃນ 5 ແຂວງໃຫຍ່
(ແຂວງວຽງຈັນ, ຫລວງພະບາງ,
ຄຳມ່ວນ, ສະຫວັນນະເຂດ ແລະ
ຈຳປາສັກ); ສືບຕໍ່ສຸມໃສ່ວຽກງານ
ປະຕິຮູບ ຕາມການຮັບຮອງຂອງ
ລັດຖະບານ 6 ກຸ່ມວຽກ 34 ແຜນ
ງາແຜນກຳນົດແຕ່ລະໄລຍະ ໂດຍ
ສະເພາະບັນດາໜ້າວຽກທີ່ສຳຄັນ
ເລັ່ງດ່ວນໃຫ້ສຳເລັດພາຍໃນທ້າຍ
ປີ 2026.
ຂ່າວ: ກິດຕາ
KPL