ກະຊວງການຕ່າງປະເທດ ຝຶກອົບຮົມຍົກລະດັບຄູພາສາອັງກິດ

23/08/2026 15:36
Email Print 141
ຂປລ ເມື່ອບໍ່ດົນມານີ້, ກະຊວງ ການຕ່າງປະເທດ ຈັດຝຶກອົບຮົມ ໃນຫົວຂໍ້ “ຝຶກອົບຮົມຄູສອນພາສາ ອັງກິດ ສຳລັບພະນັກງານກະຊວງ ການຕ່າງປະເທດ ແລະ ພາກສ່ວນ ກ່ຽວຂ້ອງຮັບຜິດຊອບການສອນ ພາສາອັງກິດ ຈຳນວນ 20 ທ່ານ ພາຍໃຕ້ຂອບການຮ່ວມມືດ້ານວິຊາ ການ ລາວ-ໄທ ໂດຍການສະໜັບ ສະໜູນຂອງກົມຮ່ວມມືລະຫວ່າງ ປະເທດ ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ແລະ ຈັດຕັ້ງປະຕິບັດໂດຍສະຖາບັນ ການຕ່າງປະເທດ ເທວະວົງວະໂຣ ປະການ (DVIFA) ແລະ ສະຖາ ບັນການຕ່າງປະເທດ, ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ.

 ໃນພິທີ, ທ່ານ ວັດຖຸນິຍົມ ດວງມາລາ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ເນັ້ນໃຫ້ເຫັນວ່າ: ໃນຍຸກໂລກາພິວັດ, ພາສາອັງກິດ ບໍ່ພຽງແຕ່ແມ່ນເຄື່ອງມືໃນການສື່ ສານເທົ່ານັ້ນ, ແຕ່ຍັງແມ່ນເຄື່ອງມື ທີ່ສຳຄັນສຳລັບວຽກງານການທູດ, ການຮ່ວມມືສາກົນ, ການຄ້າ-ການ ລົງທຶນ ແລະ ການເຊື່ອມໂຍງພາກ ພື້ນ. ການພັດທະນາທັກສະພາສາ ອັງກິດຂອງພະນັກງານຕ້ອງອາໄສ ຄູ-ອາຈານທີ່ມີຄວາມຮູ້, ຄວາມ ສາມາດ ແລະ ເປັນແຮງບັນດານ ໃຈ. ສະນັ້ນ, ຊຸດຝຶກອົບຮົມຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສຳຄັນຢ່າງ ຍິ່ງໃນການຍົກລະດັບທາງດ້ານ ເຕັກນິກ-ວິທີການສອນໃໝ່ໆ ທີ່ຖືເອົາຜູ້ຮຽນເປັນໃຈກາງ (Learner-centred) ແລະ ການ ອອກແບບບົດສອນທີ່ເນັ້ນຜົນໄດ້ຮັບ (Outcome-based lesson design) ເພື່ອໃຫ້ຄູ-ອາຈານ ນຳ ໄປໝູນໃຊ້ເຂົ້າໃນວຽກງານການ ສິດສອນຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າໃນອະນາຄົດ. ຕະຫລອດໄລຍະ 2 ວັນ, ຜູ້ເຂົ້າ ຮ່ວມໄດ້ຄົ້ນຄວ້າຮໍ່າຮຽນ ແລະ ແລກປ່ຽນບົດຮຽນຢ່າງຟົດຟື້ນກ່ຽວກັບ ຫລັກການໃນການສອນພາສາອັງກິດ (Teaching English to Speakers of Other Language/TESOL), ເຕັກນິກ ການອຳນວຍຄວາມສະດວກໃນ ການຮຽນ-ການສອນ, ການໃຫ້ຄຳ ຕຳຕິຊົມໃນຮູບແບບສ້າງສັນ ເພື່ອ ການພັດທະນາ (Constructive Feedback), ພ້ອມທັງໄດ້ຝຶກແອບ ການອອກແບບບົດສອນ ແລະ ການຂຶ້ນສາທິດສິດສອນຕົວຈິງ (Teaching Practicum & Demonstration) ເປັນກຸ່ມ. ທ່ານ ນາງ ພວງມະນີ ແພງຄຳມີຮອງຫົວໜ້າສະຖາບັນການຕ່າງ ປະເທດ ໄດ້ມີຄໍາເຫັນໃນປິດພິທີ ຊຸດອົບຮົມວ່າ: ບັນດາຜົນສຳເລັດ ແລະ ໝາກຜົນທີ່ແທ້ຈິງຂອງການ ຝຶກອົບຮົມໃນຄັ້ງນີ້ ຈະບໍ່ມີພຽງ ແຕ່ຢູ່ໃນພິທີປິດນີ້ເທົ່ານັ້ນ, ແຕ່ຈະ ເລີ່ມຕົ້ນຂຶ້ນໃນອະນາຄົດ ເມື່ອ ພວກທ່ານໄດ້ນຳເອົາບັນດາຫລັກ ການ, ບົດຮຽນ ແລະ ເຄື່ອງມື ທີ່ໄດ້ຮຽນຮູ້ໃນສະຖາບັນແຫ່ງນີ້ ນຳໄປໝູນໃຊ້ເຂົ້າໃນການຮຽນການສອນ ກໍຄື ວຽກງານຕົວຈິງ ຂອງພວກທ່ານພ້ອມທັງແບ່ງປັນ ໃຫ້ກັບເພື່ອນຮ່ວມງານ ເພື່ອໃຫ້ ເກີດຜົນປະໂຫຍດເປັນວົງກວ້າງ ຕໍ່ໄປ”. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ກົມ ຮ່ວມມືລະຫວ່າງປະເທດ, ກະຊວງ ການຕ່າງປະເທດຂອງໄທ ທີ່ໄດ້ໃຫ້ການສະໜັບສະໜູນດ້ານງົບ ປະມານ, ສະຖາບັນການຕ່າງປະ ເທດ ເທວະວົງວະໂຣປະການ ທີ່ ຊ່ວຍຈັດຕັ້ງປະຕິບັດໂຄງການ, ສະ ຖານເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ອຳນວຍຄວາມສະດວກ ໃນການປະສານງານ ແລະ ວິທະຍາ ກອນທີ່ໄດ້ທຸ້ມເທສະຕິປັນຍາ, ຄວາມຮູ້ ແລະ ປະສົບການ ເຂົ້າໃນ ການຝຶກອົບຮົມໃນຫົວຂໍ້ດັ່ງກ່າວຈົນ ສາມາດສຳເລັດໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ.

KPL

ຂ່າວອື່ນໆ

ads
ads

Top