ຂປລ
ອົງການ ສົ່ງເສີມ ການທ່ອງທ່ຽວ ແຫ່ງປະເທດ ຍີ່ປຸ່ນ (JNTO) ເປີດເຜີຍວ່າ: ຈຳນວນ ນັກທ່ອງທ່ຽວ ຕ່າງປະເທດ ທີ່ເດີນທາງເຂົ້າ ຍີ່ປຸ່ນ ໃນໄລຍະ 9 ເດືອນ (ເດືອນມັງກອນ-ເດືອນກັນຍາ) ເພີ່ມຂຶ້ນສູ່ ລະດັບ ປະມານ 31,65 ລ້ານເທື່ອຄົນ
ຂປລ. ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ອົງການ ສົ່ງເສີມ ການທ່ອງທ່ຽວ ແຫ່ງປະເທດ ຍີ່ປຸ່ນ (JNTO) ເປີດເຜີຍວ່າ: ຈຳນວນ ນັກທ່ອງທ່ຽວ ຕ່າງປະເທດ ທີ່ເດີນທາງເຂົ້າ ຍີ່ປຸ່ນ ໃນໄລຍະ 9 ເດືອນ (ເດືອນມັງກອນ-ເດືອນກັນຍາ) ເພີ່ມຂຶ້ນສູ່ ລະດັບ ປະມານ 31,65 ລ້ານເທື່ອຄົນ, ເປັນຄັ້ງທຳອິດ ທີ່ມີ ຍອດບັນລຸເຖິງ 30 ລ້ານເທື່ອຄົນ ໃນໄລຍະ 9 ເດືອນຂອງປີນີ້. ຕົວເລກ ດັ່ງກ່າວນີ້ ກວມເອົາ 17,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີກາຍ, ໃນຂະນະທີ່ ຍອດລວມໝົດປີ ຄາດວ່າ ຈະລື່ນສະຖິຕິ ທີ່ກຳນົດໄວ້ ໃນປີ 2024 ຢູ່ທີ 36,87 ລ້ານເທື່ອຄົນ.
ໃນໄລຍະ 9 ເດືອນນີ້, ນັກທ່ອງທ່ຽວ ສາກົນ ໄດ້ໃຊ້ຈ່າຍຄ່າທີ່ພັກ, ການຊື້ສິນຄ້າ ແລະ ການບໍລິໂພກອື່ນໆ ປະມານ 6,9 ພັນຕື້ເຢນ (ປະມານ 4,55 ໝື່ນລ້ານໂດລາ ສະຫະລັດ), ເປັນຕົວເລກສູງສຸດເປັນຄັ້ງປະຫວັດສາ. ໂດຍສະເພາະເດືອນ ກັນຍາ ມີຈຳນວນ ນັກທ່ອງທ່ຽວ ຕ່າງປະເທດຫລາຍກວ່າ 3 ລ້ານເທື່ອຄົນ ເປັນຄັ້ງທຳອິດ ປະມານ 3,26 ລ້ານເທື່ອຄົນ, ເພີ່ມຂຶ້ນ 13,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ./
KPL