ໄດ້ຈັບເງິນ 800 ລ້ານກວ່າກີບ ຍ້ອນເຮັດກະສິກໍາປອດສານພິດ ສົ່ງເສີມ

08/09/2025 14:27
Email Print 664
ຂປລ ຂປລ. ອາຊີບ​ກະ​ສິກໍາ ​ແມ່ນ​ ​ເປັນອີກ​ອາຊີບໜຶ່ງທີ່​ປະຊາຊົນ​ລາວ​ບັນດາເຜົ່າຢຶດຖື​​ ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ ​ໄດ້​ເປັນ​ຢ່າງ​ດີ ​ເພາະວ່າພືດ​ຜັກ,ຊີ​້ນ, ປາ ​ເປັນ​ອາຫານ​ຫລັກ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະ​ຈໍາ​ວັນ.

ຂປລ. ອາຊີບ​ກະ​ສິກໍາ ​ແມ່ນ​ ​ເປັນອີກ​ອາຊີບໜຶ່ງທີ່​ປະຊາຊົນ​ລາວ​ບັນດາເຜົ່າຢຶດຖື​​ ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວ ​ໄດ້​ເປັນ​ຢ່າງ​ດີ ​ເພາະວ່າພືດ​ຜັກ,ຊີ​້ນ, ປາ ​ເປັນ​ອາຫານ​ຫລັກ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະ​ຈໍາ​ວັນ. ສະ​ນັ້ນ, ຈຶ່ງ​ເປັນ​ທ່າ​ແຮງ​ສໍາຄັນ​ທີ່​ໃຫ້​ຜູ້​ປະກອບ​ການ​ ຫັນ​ມາ​ເຮັດ​ອາຊີບ​ນີ້​ຫລາຍ​ຂຶ້ນ. ໜຶ່ງ​ໃນ​ນັ້ນ ກໍ່ແມ່ນ ທ່ານ ອານຸທິກອນ ​ເຈົ້າ ຂອງສວນບ້ານສວນອາຍອຸ່ນ ຈາກບ້ານ ນາທ່າ ເມືອງຈອມເພັດ ແຂວງຫລວງພະບາງ ​ກໍເປັນ​ອີກ​ຄົນໜຶ່ງ ທີ່​ເຫັນ​ໂອກາດ​ທີ່​ຈະ​ໄດ້​ຈັບ​ເງິນ​ກ້ອນ​ໃຫຍ່​ຈາກ​ອາຊີບ​ນີ້.

ທ່ານ ອານຸທິກອນ ເຈົ້າຂອງສວນບ້ານສວນອາຍອຸ່ນ ຈາກບ້ານ ນາທ່າ ເມືອງຈອມເພັດ ແຂວງ ຫລວງພະບາງ ​ໃຫ້​ຮູ້​ວ່າ: ຕົນ​ເອງບໍ່ໄດ້ຮຽນຈົບມາຈາກ ສາຍກະສິກໍາໂດຍສະເພາະ, ແຕ່ຍ້ອນຄວາມຮັກມັກໃນການປູກຝັງ ແລະ ລ້ຽງສັດ ແລະ ເຫັນໂອກາດໃນການສ້າງລາຍຮັບຈາກການຜະລິດ ຈຶ່ງເລີ່ມຫັນມາເຮັດກະສິກໍາ ໃນປີ 2017 ເປັນຕົ້ນມາ ໂດຍທໍາອິດແມ່ນ ໄດ້ປູກຕົ້ນອ່ອນຕາເວັນຂາຍກ່ອນ ແນວພັນດັ່ງກ່າວແມ່ນນຳເຂົ້າ ຈາກປະເທດເພື່ອນບ້ານ (ໄທ) ປູກໄດ້ອາທິດໜຶ່ງເລີ່ມຂາຍໄດ້ 20-30 ກິໂລ ແລະ ຕໍ່ມາກໍປູກຜັກສະຫລັດຊະນິດດຽວຂາຍ ໃຫ້ຫລາຍໆໂຮງແຮມຊື່ດັງ ຢູ່ຫລວງພະບາງ ແລະ ຫລັງຈາກນັ້ນກໍໄດ້ປູກຜັກສະຫລັດຫລາຍຊະນິດ ແລະ ຜັກອື່ນໆອີກ ເຊິ່ງເຫັນວ່າຜົນຕອບຮັບຈາກການຂາຍແມ່ນດີພໍສົມຄວນ. ຜັກທີ່ປູກມີຫລາຍແນວພັນ ຫລັກໆແລ້ວແມ່ນນໍາເຂົ້າຈາກຕ່າງປະເທດ ເຊິ່ງໂດຍລວມແລ້ວແມ່ນມີຫລາຍກວ່າ 100 ຊະນິດ ຜັກທີ່ມີລາຄາຖືກທີ່ສຸດແມ່ນຜັກກາດຄະນ້າກິໂລລະ 35.000 ກີບ ແລະ ຜັກທີ່ແພງທີ່ສຸດແມ່ນຜັກໄມໂຄກຣີນ ລາຄາສູງເຖິງກິໂລລະ 3.000.000 ກີບ ເຊິ່ງເປັນຜັກປູກຍາກ ແລະ ມັກອາກາດເຢັນຈຳເປັນຕ້ອງໄດ້ປູກຢູ່ຫ້ອງແອນັ້ນເອງ. ນອກປູກຜັກຢູ່ສວນແລ້ວ, ຍັງປູກຢູ່ຫລັງບ້ານ, ຂ້າງບ້ານ ແລະ ລະບຽງບ້ານຂອງຕົວເອງອີກດ້ວຍ. ພ້ອມນັ້ນ, ສວນອາຍອຸ່ນ ຍັງໄດ້ລ້ຽງສັດຫລາຍຊະນິດເຊັ່ນ: ປາ, ກົບ, ໄກ່, ເປັດ, ຄວາຍ, ມ້າ,  ປາຝາ ແລະ ສິ່ງທີ່ໜ້າສົນໃຈກໍຄືການລ້ຽງໜອນແມງວັນ  ເພາະໜອນເຫລົ່ານີ້ຊ່ວຍຫລຸດຜ່ອນຕົ້ນທຶນໃນການຊື້ຫົວອາຫານ ແລະ ເພີ່ມເປັນແຫລ່ງອາຫານໃຫ້ແກ່ກົບ, ໄກ່, ເປັດ ແລະ ສັດໂຕອື່ນໆ ເຊິ່ງລາຍໄດ້ສະເລ່ຍພາຍໃນປີ 2024  ແມ່ນປະມານ 800 ລ້ານກວ່າກີບ.

ທ່ານ ອານຸທິກອນ ​ເວົ້າ​ເສີມ​ວ່າ:  ກ່ອນຈະຫັນມາເຮັດອາຊີບກະສິກໍາ ມີຫລາຍຄົນທີ່ບໍ່ເຊື່ອຕົນ​ເອງ​ຈະ​ປະສົບ​ຜົນ​ສໍາ​ເລັດ​ໃນອາ​ຊີບ​ນີ້​ໄດ້, ​ແຕ່​ຕົນ​ເອງ​ກໍ່​ບໍ່​ເຄີຍ​ທໍ້ຖອຍ ພະຍາຍາມອົດທົນຜ່ານຜ່າອຸປະສັກຕ່າງໆ ​ຈົນ​ປະສົບ​ຜົນ​ສໍາ​ເລັດ​ໄດ້​ຄື​ທຸກ​ມື້​ນີ້  ສາມາດປົດໜີ້ຫລາຍກວ່າ100ລ້ານກີບໄດ້, ຊື້ດິນເພີ່ມ ແລະ ຊື້ຊັບສິນທີ່ຕົວເອງຢາກໄດ້ ແລະ ລາວໄດ້ກ່າວໄວ້ວ່າ: ຈົ່ງຟັງສຽງຫົວໃຈຂອງຕົວເອງ ເຊື່ອໝັ້ນ ແລະ ເຮັດໃນສິ່ງທີ່ຕົວເອງມັກ ເຖິງຈະບໍ່ມີໃຜເຊື່ອໝັ້ນໃນຕົວເອງ ແຕ່ກໍມີຕົວເຮົາທີ່ຢູ່ຄຽງຂ້າງເຮົາສະເໝີ”.  ທ່ານ ອານຸທິກອນ ໄດ້ກາຍເປັນແບບຢ່າງທີ່ດີ ໃຫ້ແກ່ໄວໜຸ່ມກໍຄືຄົນລາວທີ່ດຸໝັ່ນ, ອົດທົນ ແລະ ເຊື່ອໝັ້ນໃນຕົວເອງ ຖືວ່າເປັນບຸກຄົນທີ່ໜ້າຍົກຍ້ອງຢ່າງສູງ.

KPL

ຂ່າວອື່ນໆ

ads
ads

Top