ສປ ຈີນ ຕັ້ງເປົ້າເພີ່ມອັດຕາການ ຣີໄຊເຄີນ ຂີ້ເຫຍື້ອ ໃນຕົວເມືອງ ໃຫ້ຫລາຍກວ່າ 76% ພາຍໃນປີ 2030

26/05/2026 05:21
ຂປລ ສປ ຈີນ ຕັ້ງເປົ້າໝາຍ ທີ່ຈະ ເພີ່ມ ອັດຕາການ ຣີໄຊເຄີນ ຂີ້ເຫຍື້ອໃນຄົວເຮືອນໃນຕົວເມືອງ ໃຫ້ຫລາຍກວ່າ 76% ພາຍໃນທ້າຍປີ 2030.

ຂປລ.ສຳນັກຂ່າວ ຊິນຮວາ ຂອງສປ ຈີນ, ວັນທີ 25ພຶດສະພານີ້,ກະຊວງການເຄຫາ ແລະ ການພັດທະນາ ຕົວເມືອງ ແລະ ຊົນນະບົດຂອງ ສປ ຈີນ ເປີດເຜີຍວ່າ: ສປ ຈີນ ຕັ້ງເປົ້າໝາຍ ທີ່ຈະ ເພີ່ມ ອັດຕາການ ຣີໄຊເຄີນ ຂີ້ເຫຍື້ອໃນຄົວເຮືອນໃນຕົວເມືອງ ໃຫ້ຫລາຍກວ່າ 76% ພາຍໃນທ້າຍປີ 2030.ການປະກາດ ເປົ້າໝາຍນີ້ ສອດຄ່ອງກັບ ການເປີດຕົວສັບປະດາ ຄັດແຍກ ຂີ້ເຫຍື້ອ ໃນຄົວເຮືອນ ໃນຕົວເມືອງ ແຫ່ງຊາດ ຄັ້ງທີ 4 ຂອງ ສປ ຈີນ ເຊິ່ງຈະດຳເນີນໄປ ຕັ້ງແຕ່ວັນທີ 25-31 ພຶດສະພາ.ກະຊວງຄຸ້ມຄອງ ສິ່ງເສດເຫລືອ ໄດ້ຈັດກອງປະຊຸມ ລະດັບຊາດ ກ່ຽວກັບ ການຄັດແຍກຂີ້ເຫຍື້ອ ໃນຕົວເມືອງ ທີ່ນະຄອນຫລວງປັກກິ່ງ.ໃນປີນີ້, ທາງໜ່ວຍງານດັ່ງກ່າວ ຈະສືບຕໍ່ ຊຸກຍູ້ເປົ້າໝາຍ ຂອງການຄັດແຍກ ແລະ ຫລຸດຜ່ອນ ສິ່ງເສດເຫລືອ, ການນຳໃຊ້ ສິ່ງເສດ ເຫລືອຄືນໃໝ່, ແລະ ການກຳຈັດສິ່ງເສດເຫລືອ ຢ່າງປອດໄພ,ໃນຂະນະດຽວກັນ ກໍ່ປັບປຸງຂອບນະໂຍບາຍ ເພື່ອຄວບຄຸມ ແລະ ຄຸ້ມຄອງ ວັດສະດຸ ຣີໄຊເຄີນ ໃຫ້ມີປະສິດທິພາບຫລາຍຂຶ້ນ ແລະ ເພີ່ມອັດ ຕາການຟື້ນຟູ ສິ່ງເສດເຫລືອ.ສິ່ງນີ້ ມີຈຸດປະສົງ ເພື່ອຊຸກຍູ້ ການພັດທະນາ ຕົວເມືອງ ທີ່ມີຄຸນນະພາບ ແລະ ກ້າວໄປສູ່ເປົ້າໝາຍ ໃນການສ້າງ "ປະເທດຈີນ ທີ່ສວຍງາມ".ຮອດທ້າຍປີ 2025, ສປ ຈີນ ມີໂຮງງານເຜົາຂີ້ເຫຍື້ອ 1.137 ແຫ່ງທົ່ວປະເທດ, ໂດຍມີກຳລັງ ຈັດການຂີ້ເຫຍື້ອ ລວມກັນ 1.18 ລ້ານໂຕນຕໍ່ວັນ.ຂະນະທີ່ ມີ 15 ພາກພື້ນ ລະດັບແຂວງ, ລວມທັງ ປັກກິ່ງ, ເຈີ້ຈຽງ ແລະ ຊານຕົງ, ໄດ້ຫລຸດຜ່ອນ ປະລິມານ ຂີ້ເຫຍື້ອ ໃນຄົວເຮືອນ ທີ່ຕ້ອງການ ການຖິ້ມລົງ ເຫລືອສູນ ຢ່າງສຳເລັດຜົນແລະ ຍັງໄດ້ບັນລຸມາດຕະຖານ ການຄວບຄຸມ ມົນລະພິດ ທີ່ເຂັ້ມງວດ ທີ່ສຸດໃນໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top