ຂປລ
ຄື້ນຄວາມຮ້ອນ ທີ່ປົກຄຸມລັດ ອານທຣາປະເທດ ແລະ ລັດເຕລັງຄານາ ທາງພາກໃຕ້ຂອງອິນເດຍ ສົ່ງຜົນໃຫ້ມີ ຜູ້ເສຍ ຊີວິດໃນສອງລັດດັ່ງກ່າວ ຢ່າງໜ້ອຍ 37ຄົນ ຫລັງຈາກເຈົ້ານ້າທີ່ທາງການປະກາດເຕືອນໄພ ຄື້ນຄວາມ ຮ້ອນທະວີຄວາມຮຸນແຮງ ຢ່າງຕໍ່ເນື່ອງ

ຂປລ.ສຳນັກຂ່າວຊິນຮວາ ຂອງສປ ຈີນ, ສື່ທາງການອິນເດຍ ລາຍງານວ່າ: ຄື້ນຄວາມຮ້ອນ ທີ່ປົກຄຸມລັດ ອານທຣາປະເທດ ແລະ ລັດເຕລັງຄານາ ທາງພາກໃຕ້ ຂອງອິນເດຍ ສົ່ງຜົນໃຫ້ມີ ຜູ້ເສຍ ຊີວິດໃນສອງລັດດັ່ງກ່າວ ຢ່າງໜ້ອຍ 37ຄົນ ຫລັງຈາກເຈົ້ານ້າທີ່ທາງການປະກາດເຕືອນໄພ ຄື້ນຄວາມຮ້ອນທະວີຄວາມຮຸນແຮງ ຢ່າງຕໍ່ເນື່ອງ ໂດຍມີ ຜູ້ເສຍຊີວິດ ຈາກອາກາດຮ້ອນແຮງ ໃນລັດເຕລັງ ຄານາ ແລ້ວ 16ຄົນ ຊຶ່ງລັດຖະບານທ້ອງຖິ່ນ ຈະມອບເງິນ ຊ່ວຍເຫລືອ 4.180 ໂດລາສະຫະລັດ ໃຫ້ແກ່ ຄອບຄົວ ຜູ້ເສຍຊີວິດ ແຕ່ລະຄົນ. ສ່ວນລັດອານທຣາປະເທດ ຊຶ່ງຢູ່ໃກ້ຄຽງ ມີຜູ້ເສຍຊີວິດ 21ຄົນ. ຂະນະນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ພວມປະຊຸມທົບທວນ ມາດຕະການ ກຽມຄວາມພ້ອມ ເພື່ອປ້ອງກັນ ປະຊາຊົນ ຈາກຄື້ນຄວາມຮ້ອນ ຮຸນແຮງ ແລະ ອຸນຫະພູມ ເພີ່ມສູງຂຶ້ນກວ່າ 47ອົງສາ.ນອກນີ້ ຍັງແນະນຳໃຫ້ປະຊາຊົນ ໃນສອງລັດ ໂດຍສະເພາະ ຜູ້ສູງອາຍຸ, ແມ່ຍິງຖືກພາ, ເດັກນ້ອຍ ແລະ ຜູ້ທີ່ເປັນພະຍາດ ເບົາຫວານ, ຄວາມດັນເລືອດສູງ ແລະ ຜູ້ເປັນພະຍາດ ຫົວໃຈ ຕ້ອງດື່ມນ້ຳ ໃຫ້ພຽງພໍ ແລະ ຫລີກລ້ຽງ ອອກໄປສຳພັດແດດໂດຍກົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL