ຂປລ
ທ່ານ ໄບຣອັນ ເບດຟອດຣ ຜູ້ອຳນວຍການ ສຳນັກບໍລິຫານການບິນ ແຫ່ງຊາດ ສ.ອາເມລິກາ (FAA) ເປີດເຜີຍວ່າ: ບໍລິສັດ ສະເປຊເອັກ (SpaceX) ໄດ້ຕັ້ງເປົ້າໝາຍ ເພີ່ມຈຳນວນການປ່ອຍ ຈະຫລວດ ໃຫ້ເຖິງ 10.000 ຄັ້ງຕໍ່ປີ ໃນ 5 ປີ ຕໍ່ໜ້າ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ໄບຣອັນ ເບດຟອດຣ ຜູ້ອຳນວຍການ ສຳນັກບໍລິຫານການບິນ ແຫ່ງຊາດ ສ.ອາເມລິກາ (FAA) ເປີດເຜີຍວ່າ: ບໍລິສັດ ສະເປຊເອັກ (SpaceX) ໄດ້ຕັ້ງເປົ້າໝາຍ ເພີ່ມຈຳນວນການປ່ອຍ ຈະຫລວດ ໃຫ້ເຖິງ 10.000 ຄັ້ງຕໍ່ປີ ໃນ 5 ປີ ຕໍ່ໜ້າ. ເຖິງຢ່າງໃດ ກໍ່ຕາມ ເຈົ້າໜ້າທີ່ ລັດຖະບານ ສ.ອາເມລິກາ ລະບຸວ່າ: ພວກເຂົາເຈົ້າ ຕ້ອງຮູ້ກ່ອນວ່າ ລະບົບ ມີຄວາມສະຖຽນ ແລະ ຫລຸດອັດຕາ ຄວາມຜິດພາດ ລົງໄດ້ຫລາຍກວ່ານີ້, ກ່ອນທີ່ ຈະອະນຸມັດ ການຂະຫຍາຍ ຂອບເຂດ ດຳເນີນການດັ່ງກ່າວ.
ໂດຍ ທ່ານ ໄບຣອັນ ເບດຟອດ ໄດ້ປຶກສາຫາລື ກັບ ກວິນ ຊອດເວລ ປະທານ ບໍລິສັດ ສະເປຊເອັກ ແລະ ໄດ້ແຈ້ງເຖິງ ເປົ້າໝາຍ ດັ່ງກ່າວ ຂອງ ບໍລິສັດ, ໃນປີ 2025 ຜ່ານມາ ສະເປຊເອັກ ໄດ້ດຳເນີນ ການປ່ອຍ ຈະຫລວດໄປແລ້ວ 170 ຄັ້ງ ແລະ ສົ່ງດາວທຽມ ຂຶ້ນໄປສູ່ ວົງໂຄຈອນ ປະມານ 2.500 ດວງ. ປັດຈຸບັນ ບໍລິສັດ ມີດາວທຽມ ຢູ່ໃນວົງໂຄຈອນ 10.000 ດວງ ແລະ ມີເປົ້າໝາຍ ໄລຍະຍາວ ທີ່ ຈະປ່ອຍດາວທຽມ ສື່ສານ ໃຫ້ໄດ້ 10.000 ດວງຕໍ່ປີ, ເຖິງແມ່ນວ່າ ຈະບໍ່ໄດ້ລະບຸ ໃນໄລຍະເວລາແນ່ນອນ ກໍ່ຕາມ./
KPL