ແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ 14 ຂອງຈີນຈະສົ່ງຜົນດີຕໍ່ໂລກແນວໃດ?

14/08/2025 22:16
Email Print 258
ຂປລ *ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປ ຈີນ 5 ປີ ຄັ້ງທີ 14 (2021-2025) ມີຜົນສໍາເລັດ ຢ່າງຫລວງຫລາຍ ໃນທ່າມກາງ ສະພາບເສດຖະກິດ, ການເມືອງ ຂອງໂລກ ຜັນຜວນ ແລະ ການແຊກແຊງ ຈາກພາຍນອກເພີ່ມຂຶ້ນເລື້ອຍໆ.

*ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປ ຈີນ 5 ປີ ຄັ້ງທີ 14 (2021-2025) ມີຜົນສໍາເລັດ ຢ່າງຫລວງຫລາຍ ໃນທ່າມກາງ ສະພາບເສດຖະກິດ, ການເມືອງ ຂອງໂລກ ຜັນຜວນ ແລະ ການແຊກແຊງ ຈາກພາຍນອກເພີ່ມຂຶ້ນເລື້ອຍໆ. ໃນຂະນະທີ່ ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ 14 ນີ້ໃກ້ຈະສິ້ນສຸດລົງ ທ້າຍປີ 2025 ນີ້, ສປ ຈີນ ໄດ້ສະທ້ອນໃຫ້ເຫັນ ຄວາມສໍາເລັດ ຫລາຍດ້ານຢ່າງເປັນຮູບປະທໍາ ແລະ ຜ່ານສາຍຕາທົ່ວໂລກ ຢ່າງພາກພູມໃຈ ເຊັ່ນ: ເສດຖະກິດ ທີ່ມີຄວາມຍືນຍົງ, ການປ່ຽນແປງໄປສູ່ທິດສີຂຽວ, ການເປີດປະເທດຢ່າງຕໍ່ເນື່ອງ,  ການເພິ່ງພາຕົນເອງ ດ້ານເຕັກໂນໂລຊີເພີ່ມຂຶ້ນ ແບບກ້າວກະໂດດ, ການແບ່ງປັນ ອັດຕາສ່ວນ ການ ພັດທະນາ ໃຫ້ປະຊາຄົມໂລກກວ້າງຂວາງຂຶ້ນ ແລະ ການປັບປຸງຄຸນນະພາບຊີວິດ ຂອງປະຊາຊົນຈີນດີຂຶ້ນກວ່າເກົ່າ.

ໂດຍລວມແລ້ວ, ຈຸດເດັ່ນຂອງແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 14 ຂອງຈີນໄດ້ກວມເອົາ 7 ຫົວໃຈຫລັກສໍາຄັນທີ່ຂັບເຄື່ອນ ດ້ວຍພະລັງມະຫາສາມັກຄີ ທົ່ວປວງ ຊົນຈີນ ບັນດາເຜົ່າຢ່າງແຂງແຮງ ຄື: 1.ການພັດທະນາແບບມີຄຸນນະພາບ: ປ່ຽນຈາກການຂະຫຍາຍຕົວ ແບບໄວໄປສູ່ ການຂະຫຍາຍຕົວແບບກຸ້ມຄ່າ ແລະ ຍືນຍົງ, 2. ການເພິ່ງພາ ຕົນເອງ ດ້ານເຕັກໂນໂລຊີ:  ຫລຸດຜ່ອນ ການເພິ່ງພາອາໄສ ເຕັກໂນໂລຊີ ຈາກຕ່າງປະເທດ ໂດຍສະເພາະ ເຕັກໂນໂລຊີ ໜ່ວຍປະເມີນຜົນ (ຊິບ) ຄອມພິວເຕີ ແລະ ເຄື່ອງໂທລະ ຄົມອື່ນໆ, 3. ຍຸດທະສາດ "ສອງວົງຈອນ" : ເລືອກໃຊ້ວົງຈອນພາຍໃນ (ການບໍລິໂພກ ແລະ ການຜະລິດພາຍໃນ) ເປັນຫລັກ, ພ້ອມສ້າງຄວາມສົມດຸນ ກັບວົງຈອນຕ່າງປະເທດ ໄປຄວບຄຽງຄູ່ກັນ, 4. ການເປີດປະເທດ ແລະ ການຄ້າເສລີ:  ຂະຫຍາຍ ເຂດການຄ້າເສລີ, ຫລຸດຜ່ອນຂໍ້ຈຳກັດການລົງທຶນຂອງຕ່າງປະເທດ ແລະ ເຂົ້າຮ່ວມຂໍ້ຕົກລົງ ການຄ້າເສລີ, 5. ການພັດທະນາແບບສີຂຽວ: ສົ່ງເສີມການຜະລິດ ທີ່ໃຊ້ພະລັງງານສະອາດ ແລະ ຫລຸດຜ່ອນ ການປ່ອຍກາກບອນ ຫລື ມົນລະພິດຂຶ້ນສູ່ອາກາດ, 6. ການປັບປຸງຄຸນນະ ພາບຊີວິດ ຂອງປະຊາຊົນ:  ເສີມຂະຫຍາຍ ການຄົ້ນຄວ້າດ້ານການແພດ, ຊີວະ ເຕັກໂນໂລຊີ ແລະ ການສຶກສາວິທະຍາສາດ ຢ່າງຫ້າວຫັນ  ແລະ 7. ການເສີມສ້າງຄວາມເຂັ້ມແຂງ ດ້ານວິທະ ຍາສາດ-ເຕັກໂນໂລຊີ: ສຸມໃສ່ການຄົ້ນຄວ້າ ເຕັກໂນໂລຊີ ຂັ້ນສູງ ເຊັ່ນ: ເຕັກໂນໂລຊີ ອະວະກາດ, ລະບົບສຳຫລວດ ພື້ນທະເລ ແລະ ເຄື່ອງຈຳລອງສະພາບແວດລ້ອມອະວະກາດອື່ນໆ. 

ໃນວັນທີ 11 ກໍລະກົດ 2025 ຜ່ານມານີ້, ໜັງສືພິມ ປະຊາຊົນຈີນ (People's Daily Online) ໄດ້ເຜີຍແຜ່ບົດລາຍງານທົບຄວນຄືນ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປ ຈີນ 5 ປີ ຄັ້ງທີ 14 (2021-2025)ຜ່ານເວທີ ກອງປະຊຸມສຳມະນາ ແລກປ່ຽນຄວາມຄິດເຫັນ ຢ່າງໜ້າສົນໃຈ.  ໃນໂອກາດດັ່ງກ່າວນີ້, ທ່ານ ເຈິງ ຊານເຈີ ຫົວໜ້າ ຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ໄດ້ກ່າວເຖິງ 5 ປີຜ່ານມາວ່າ: ເປັນເວລາຂອງ "ຄວາມກ້າວໜ້າທີ່ສໍາຄັນ, ຄວາມກ້າວໜ້າທີ່ສ້າງການປ່ຽນແປງ ແລະ ຄວາມສໍາເລັດ ທາງປະຫວັດສາດຄື: ຈີນໄດ້ກາຍເປັນພະລັງ ທີ່ມີຄວາມໝັ້ນຄົງ, ເຊື່ອຖືໄດ້ ແລະ ມີກໍາລັງແຮງຫລາຍທີ່ສຸດ ໃນການພັດທະນາລະດັບໂລກ."  ໃນນັ້ນ ລະບົບເສດ ຖະກິດຈີນ ຈະສາມາດຕີຫລົບທົບ ໄດ້ຢ່າງໝັ້ນໜຽວ: ໃນໄລຍະ 5 ປີ, ການຂະຫຍາຍຕົວທາງເສດ ຖະກິດຂອງຈີນ ຄາດວ່າຈະເກີນ 35 ລ້ານໆຢວນ (4,89 ລ້ານລ້ານ ໂດລາ), ໂດຍມີສ່ວນຮ່ວມໃນການຂະຫຍາຍຕົວຂອງເສດຖະກິດໂລກ ປະມານ 30% ຕໍ່ປີ.

ທ່ານ ເຈິງ ເວົ້າວ່າ:  ໃນ 4 ປີທໍາອິດຂອງໄລຍະ ເວລາດັ່ງກ່າວ, ເສດຖະກິດຂະຫຍາຍຕົວ ດ້ວຍອັດຕາການເຕີບໂຕ ສະເລ່ຍ 5,5% ຕໍ່ປີ, ເຖິງວ່າຈະຖືກ ຜົນກະທົບ ຈາກການ ລະບາດ ພະຍາດ ໂຄວິດທົ່ວໂລກ ແລະ ຜົນກະທົບທາງ ການຄ້າກໍຕາມ, ແຕ່ການເຕີບໂຕຂອງຈີນ ຖືວ່າເປັນຄວາມສໍາເລັດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. 

ຜົນງານທາງດ້ານເສດຖະກິດ ຂອງ ຈີນທີ່ໝັ້ນຄົງ ຍັງເຮັດໃຫ້ຄຸນນະພາບຊີວິດ ຂອງປະຊາຊົນດີຂຶ້ນຢ່າງຈະແຈ້ງ. ໃນແຕ່ລະປີ, ມີວຽກເຮັດງານທໍາໃໝ່ໃນເມືອງຫລາຍກວ່າ 12 ລ້ານຕໍາແໜ່ງ, ສະທ້ອນໃຫ້ເຫັນ ຕະຫລາດແຮງງານທີ່
ໝັ້ນຄົງ ຂອງປະເທດ ທີ່ມີປະຊາກອນໜາແໜ້ນ.  ການຂະຫຍາຍຕົວນີ້ ໄດ້ຮັບແຮງບັນດານໃຈ ຈາກການປ່ຽນແປງ ທາງເສດຖະກິດທີ່ເລິກເຊິ່ງຂຶ້ນ
, ຄວາມຕ້ອງການ ພາຍໃນປະເທດ ມີສ່ວນຮ່ວມ 86,4% ຂອງການເຕີບໂຕ GDP, ໂດຍການບໍລິໂພກສຸດທ້າຍ ມີສ່ວນຮ່ວມ 56,2% ເຊິ່ງເພີ່ມຂຶ້ນ 8,6%. ນະວັດຕະກໍາ ມີບົດບາດສໍາຄັນ ໃນການຂັບເຄື່ອນ ການພັດທະນາເຮັດໃຫ້ ຄ່າໃຊ້ຈ່າຍ ດ້ານການຄົ້ນຄວ້າ ແລະ ພັດທະນາຂອງປະເທດຈີນ ເພີ່ມສູງຂຶ້ນເກືອບ 50% ຫລື 1,2 ລ້ານໆຢວນ ລະຫວ່າງປີ 2020 ຫາ 2024 ແລະ ດ້ານການ ຄົ້ນຄວ້າ ແລະ ພັດທະນາຢູ່ທີ່ 2,8% ເຊິ່ງໃກ້ຄຽງກັບຄ່າສະເລ່ຍຂອງປະເທດໃນກຸ່ມອົງການ ການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ (OECD). 

ທ່ານ ເຈິງ ຍັງຍົກໃຫ້ເຫັນ ບາງເນື້ອໃນວ່າ: ໃນໄລຍະ 5 ປີຜ່ານມາ, ຈີນ ໄດ້ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະເທດ ເຊິ່ງໄດ້ນໍາມາສູ່ໂອກາດດີໆ ໃນການພັດທະນາລະດັບໂລກ, ບໍ່ວ່າ ສະພາບສາກົນ ຈະປ່ຽນແປງໄປໃນທາງໃດ, ປະເທດຈີນ ກໍຈະຈັດບັນດາກິດຈະກໍາຕ່າງໆ ທີ່ຜົນປະໂຫຍດຮ່ວມ ຂອງຕົນເອງໄດ້ດີ ແລະ ຊຸກຍູ້ການພັດທະນາ ແບບທັນ ສະໄໝ ຂອງຈີນ.

ການປ່ຽນແປງໄປ ສູ່ການພັດທະນາ ສີຂຽວຍືນຍົງ:  ໄລຍະເວລາ 5 ປີທີ່ຜ່ານມາ ຍັງເປັນການກ້າວກະໂດດ ໃນການປ່ຽນແປງ ທາງດ້ານສິ່ງແວດລ້ອມ ຂອງຈີນ ດ້ວຍການນຳ ໃຊ້ພະລັງງານ ທີ່ມີປະສິດທິພາບຫລາຍຂຶ້ນ ແລະ ມີສິ່ງແວດ ລ້ອມທາງທຳມະຊາດທີ່ດີຂຶ້ນ. ນັບແຕ່ປີ 2021 ຫາ 2024 ການໃຊ້ພະລັງງານຕໍ່ຫົວໜ່ວຍຈີດີພີ (GDP)ຫລຸດລົງ
11,6%, ຊ່ວຍຫລຸດການປ່ອຍ ອາຍກາກບອນໄດ້ປະມານ 1,1 ພັນລ້ານໂຕນ ເທົ່າກັບເກືອບເຄິ່ງໜຶ່ງ ຂອງການປ່ອຍອາຍກາກບອນທັງໝົດ ຂອງ ສະຫະພາບເອີຣົບໃນປີ 2024.  ຈີນໃນຖານະຜູ້ນຳລະດັບໂລກ ດ້ານພະລັງງານທົດແທນຈົນເຖິງເດືອນພຶດສະພາ 2025, ກຳລັງການຜະລິດ ພະລັງງານທົດແທນ ທີ່ຕິດຕັ້ງໃນຈີນສູງເຖິງ 2,09 ພັນລ້ານກິໂລວັດ ເຊິ່ງເພີ່ມຂຶ້ນຫລາຍກວ່າສອງເທົ່າຈາກປີ 2020. ໃນປັດຈຸບັນ, ໜຶ່ງໃນສາມກິໂລວັດໂມງຂອງໄຟຟ້າທົ່ວປະເທດແມ່ນມາຈາກແຫລ່ງພະລັງງານສີຂຽວ.  ການນຳໃຊ້ພະລັງງານທົດແທນ ກາຍເປັນວິຖີຊີວິດ ຂອງປະຊາຊົນຈີນທີ່ເປັນມິດກັບສິ່ງແວດ ລ້ອມເພີ່ມຂຶ້ນ. ໃນປີ 2024 ຈຳນວນຜູ້ໃຊ້ລົດພະລັງງານທົດແທນໃໝ່ຂອງຈີນສູງເຖິງ 31,4 ລ້ານຄັນ, ເພີ່ມຂຶ້ນຢ່າງຫລວງຫລາຍຈາກ 4,92 ລ້ານຄັນໃນປີ 2020. 

ທ່ານ ເຈົ້າ ໄຮ່ປິງ ຮອງຫົວໜ້າຄະນະກຳມະການ ການພັດທະນາ ແລະ ປ່ຽນແປງແຫ່ງຊາດ (NDRC) ກ່າວວ່າ: ໄລຍະເວລາ 5 ປີຕໍ່ໜ້າ, ນັບແຕ່ປີ 2026 ຫາ 2030, ຈະເປັນໄລຍະເວລາທີ່ສຳຄັນ ໃນການບັນລຸເປົ້າໝາຍເຖິງ ຈຸດສູງສຸດຂອງການປ່ອຍ ອາຍກາກບອນພາຍໃນປີ 2030 ຂອງຈີນ .  ທ່ານເຈົ້າ ໄຮ່ປິງ ກ່າວວ່າ: “ພວກເຮົາຈະເພີ່ມ ຄວາມພະຍາຍາມ ຫລຸດອາຍກາກບອນ ເປັນສອງເທົ່າ ແລະ ດຳເນີນມາດຕະການ ທີ່ເປັນຮູບປະທຳຫລາຍຂຶ້ນ ເພື່ອສົ່ງເສີມການ ປ່ຽນແປງໄປສູ່ທິດທາງ ສີຂຽວໃນດ້ານການພັດທະນາ ເສດຖະກິດ-ສັງຄົມ ແລະ ເລັ່ງການປັບປຸງຄວາມກົມກຽວລະຫວ່າງມະນຸດ ແລະ ທຳມະຊາດໃຫ້ທັນສະໄໝ.”

ການເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງກວ້າງ​ຂວາງກວ່າເກົ່າ: ນັບແຕ່ປີ 2021 ຈົນເຖິງເດືອນພຶດສະພາ 2025 ການລົງທຶນໂດຍກົງ ຈາກຕ່າງປະເທດ ໃນຈີນມີມູນຄ່າລວມ 4,7 ລ້ານໆຢວນ. ປັດຈຸບັນ, ການລົງທຶນໂດຍກົງ ຈາກຕ່າງປະເທດ ມີສ່ວນຮ່ວມໜຶ່ງໃນສາມ ຂອງການນຳເຂົ້າ ແລະ ສົ່ງອອກຂອງຈີນ, ໜຶ່ງໃນສີ່ຂອງຜົນຜະລິດ ອຸດສາຫະກຳ, ແລະ ໜຶ່ງໃນເຈັດຂອງລາຍຮັບຈາກພາສີ, ພ້ອມທັງສ້າງວຽກເຮັດງານທຳເກີນ 30 ລ້ານຕຳແໜ່ງ. ຈີນໄດ້ຫລຸດລາຍການຫ້າມ ຫລື ຂໍ້ຈໍາກັດສຳລັບ ການລົງທຶນ ຈາກຕ່າງປະເທດ ເຖິງສອງຄັ້ງນັບແຕ່ປີ 2021. ຂໍ້ຈຳກັດທັງໝົດກ່ຽວກັບການເຂົ້າເຖິງ ຂະແໜງການຜະລິດຂອງຕ່າງປະເທດ ໄດ້ຮັບການຍົກເລີກແລ້ວ ແລະ ການເປີດກວ້າງເພີ່ມຕື່ມໃນຂະແໜງກະສິກຳ ແລະ ບໍລິການ. ໂຄງການທົດລອງຕົວ ແບບດ້ານສາທາລະນະສຸກ ແລະ ໂທລະຄົມມະນາຄົມທີ່ເພີ່ມມູນຄ່າໄດ້ເປີດໂອກາດໃໝ່ໆ ໃຫ້ແກ່ທຸລະກິດຕ່າງປະເທດ. ນະໂຍບາຍ ຂອງຈີນໃນການດຶງດູດ ແລະ ນຳໃຊ້ປະໂຫຍດຈາກ ການລົງທຶນຕ່າງປະເທດ ມີຄວາມສອດຄ່ອງກັນ. ພ້ອມດຽວກັນນີ້, ຈີນ ຍັງຄົງຜ່ອນຜັນການເຂົ້າເຖິງຕະຫລາດ ແລະ ຂະຫຍາຍ ຄວາມເປີດກວ້າງຢ່າງເປັນລະບົບ, ເພື່ອຮັບປະກັນວ່າ ບໍລິສັດຕ່າງປະເທດຈະສາມາດ ເຂົ້າເຖິງສິດຜົນປະໂຫຍດ ດ້ານນະໂຍບາຍໄດ້ຢ່າງສະເໝີພາບ, ຕັ້ງແຕ່ການຈັດຊື້ ຈັດຈ້າງຂອງລັດຈົນເຖິງ ການກຳນົດມາດຕະຖານ. ຈີນ ຍັງຄົງຈະເປັນຈຸດໝາຍປາຍທາງທີ່ເໝາະສົມ, ປອດໄພ ແລະ ມີອະນາຄົດທີ່ດີສຳລັບນັກລົງທຶນທົ່ວໂລກ.

ແຕ່ເຖິງແນວໃດກໍດີ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ຈີນ 5 ປີ ຄັ້ງທີ 14 ພວມຈະສິ້ນສຸດ ໃນທ້າຍປີ 2025 ນີ້ ແລະ ຈະສືບຕໍ່ ວາງທິດທາງ-ແຜນການ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ຈີນ 5 ປີ ຄັ້ງທີ 15 ໃໝ່ ຢ່າງເປັນລະບົບຄົບຊຸດ ແລະ ສອດຄ່ອງກັບການປ່ຽນແປງ ແຕ່ລະໄລຍະ ໂດຍຮັບປະກັນ ຜົນສະສໍາເລັດອັນໃຫຍ່ຫລວງ ກວ່າເກົ່າ ຕາມແບບສີສັນ ແລະ ເອກະລັກສະເພາະຂອງຈີນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top