ສ.ເກົາຫລີ ນຳເຂົ້ານ້ຳມັນດິບຈາກຕາເວັນອອກກາງ ຫລຸດລົງຫລາຍກວ່າ37%

25/05/2026 14:25
ຂປລ ສະມາຄົມການຄ້າສາກົນ ສ.ເກົາຫລີ(KITA)ເປີດເຜີຍວ່າ: ຍອດນຳເຂົ້ານ້ຳມັນດິບ ຈາກຕາເວັນອອກກາງ ຫລຸດລົງ ຫລາຍກວ່າ 37% ໃນເດືອນເມສາ ເມື່ອທຽບໃສ່ ເດືອນດຽວກັນ ຂອງປີກາຍ.

ຂປລ.ສະມາຄົມການຄ້າສາກົນ ສ.ເກົາຫລີ(KITA)ເປີດເຜີຍວ່າ: ຍອດນຳເຂົ້ານ້ຳມັນດິບ ຈາກຕາເວັນອອກກາງຫລຸດລົງ ຫລາຍກວ່າ 37% ໃນເດືອນເມສາ ເມື່ອທຽບໃສ່ ເດືອນດຽວກັນ ຂອງປີກາຍ. ຂະນະທີ່ ກະຈາຍການຊື້ນ້ຳມັນ ຈາກແຫລ່ງອື່ນໆ ເພີ່ມຕື່ມອີກ ທ່າມກາງຄວາມເຄັ່ງຕຶງ ທາງພູມິສາດ ທາງການເມືອງ ທີ່ຍັງດຳເນີນຢູ່.ຍອດນຳເຂົ້ານ້ຳມັນດິບໂດຍລວມຂອງ ສ.ເກົາຫລີ ຢູ່ທີ່ 8.46 ລ້ານໂຕນ ໃນເດືອນເມສາ, ຫລຸດລົງ 22.8% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ໃນບັນດາການນຳເຂົ້າ ນ້ຳມັນດິບທັງໝົດ, ການນຳເຂົ້າ ຈາກຕາເວັນອອກກາງ ໄດ້ຫລຸດລົງ 37.3% ມາຢູ່ທີ່ 4.49 ລ້ານໂຕນ ໃນເດືອນເມສາ, ກວມເອົາ 53.1% ຂອງທັງໝົດ ຫລຸດລົງ 12.1% ຈາກ 65.2% ໃນປີກ່ອນ. ເມື່ອພິຈາລະນາເບິ່ງ ແຕ່ລະປະເທດ, ການນຳເຂົ້າຈາກ ອາຣັບບີ ຊາອຸດິດ, ຜູ້ສະໜອງນ້ຳມັນແຫ່ງໃຫຍ່ທີ່ສຸດ, ໄດ້ຫລຸດລົງ 37.6% ມາຢູ່ທີ່ 2.14 ລ້ານໂຕນ. ຂະນະດຽວກັນ, ຍອດການນຳເຂົ້າ ນ້ຳມັນດິບ ຈາກ ສ.ອາເມລິກາ ເພີ່ມຂຶ້ນ 13,4% ມາຢູ່ທີ່ 2,14 ລ້ານໂຕນ, ສົ່ງຜົນໃຫ້ ຊ່ອງຫວ່າງ ລະຫວ່າງ ການນຳເຂົ້າຈາກ ສ.ອາເມລິກາ ແລະ ອາຣັບບີ ຊາອຸດິດ ຫລຸດລົງ ເຫລືອພຽງ ປະມານ 1.000 ໂຕນ ຈາກ 1,45 ລ້ານໂຕນ ໃນເດືອນມີນາ. ທັງນີ້ ເພື່ອໃຫ້ສອດຄ່ອງກັບ ຄວາມພະຍາຍາມ ໃນການກະຈາຍ ແຫລ່ງນຳເຂົ້າຂອງ ສ.ເກົາຫລີ ໄດ້ເພີ່ມນຳເຂົ້າ ນ້ຳມັນດິບຈາກ ອົດສະຕຣາລີ ເພີ່ມຂຶ້ນ 89% ມາຢູ່ທີ່ 440.000 ໂຕນ, ຂະນະທີ່ ການນຳເຂົ້າຈາກ ການາດາ ເພີ່ມຂຶ້ນ ຫລາຍກວ່າ ສາມເທົ່າ ສູ່ລະດັບ 240.000 ໂຕນ ໃນເດືອນເມສາ ເມື່ອທຽບກັບປີກ່ອນ. ນອກຈາກນັ້ນ, ການນຳເຂົ້າ ນ້ຳມັນດິບ ຂອງ ສ.ເກົາຫລີ ຈາກບັນດາປະເທດ ໃນອາຟຣິກາ, ລວມທັງ ນີເຊຣີ, ໄດ້ເພີ່ມຂຶ້ນເປັນ 400.000 ໂຕນ ໃນເດືອນເມສາ ຈາກພຽງແຕ່ 60.000 ໂຕນໃນປີກ່ອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top