ຜ່ານຮ່າງເນືື້ອໃນເອກະສານກອງປະຊຸມໃຫຍ່ ແລະ ທາບ ທາມບຸກຄະລາກອນສະໝັກເຂົ້າຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

29/07/2025 19:31
Email Print 306
ຂປລ ຂປລ. ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ ໄດ້ຈັດກອງປະຊຸມຜ່ານຮ່າງເນືື້ອໃນ ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ສະໝັກເຂົ້າຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX (ຮອບທີ 1) ຂຶ້ນໃນວັນທີ 29 ກໍລະກົດ 2025



ຂປລ. ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ ໄດ້ຈັດກອງປະຊຸມຜ່ານຮ່າງເນືື້ອໃນ ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ສະໝັກເຂົ້າຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX (ຮອບທີ 1) ຂຶ້ນໃນວັນທີ 29 ກໍລະກົດ 2025 ເພື່ອພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫ່ຍຜູ້ແທນ ແມ່ຍິງລາວທົ່ວປະເທດ ຄັ້ງທີ 9 ໃຫ້ມີເນື້ອໃນຈະແຈ້ງ, ເລິກເຊິ່ງ, ຖືກ ຕ້ອງ, ຄົບຖ້ວນສົມບູນ. ພ້ອມນີ້ ກໍເພື່ອຄັດເລືອກ-ເລືອກເຟັ້ນ ເອົາບຸກຄະລາກອນ ຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າໃນໂຄງ ປະກອບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ 9 ໃຫ້ຖືກຕ້ອງຕາມາດຕະຖານ ມີເງື່ອນໄຂຄົບຖ້ວນ, ຮັບປະກັນລັກສະນະ ສືບທອດ-ປ່ຽນແທນ ເພື່ອຕອບສະໝອງໄດ້ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.

ໃນໂອກາດນີ້, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ ໄດ້ກ່າວວ່າ: ປັດຈຸບັນ, ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ນັບແຕ່ຂັ້ນຮາກຖານຮອດຂັ້ນ ກະຊວງ-ອົງການ, ແຂວງ, ນະຄອນ ຫລວງ ແມ່ນໄດ້ສຳເລັດໃນຂອບເຂດທົ່ວປະເທດ ສໍາລັບສະຫະພັນແມ່ຍິງ ພາກສ່ວນທີ່ຖືກໂຮມກົງຈັກ ບາງບ່ອນກໍໄດ້ ສຳເລັດການບົ່ງຕົວແຕ່ງຕັ້ງແລ້ວ. ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກ

ໂດຍໂຮມເອົາວຽກງານສື່ມວນຊົນ (ວຽກງານຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ສໍາເລັດຂັ້ນພື້ນຖານ ສະເພາະຄະນະສະຫະພັນແມ່ຍິງ, ຄະນະໜ່ວຍແມ່ຍິງ ແລະ ຄະນະສະຫະພັນແມ່ຍິງ ຮາກຖານ ກໍຈະໄດ້ມີການປັບປຸງເຊັ່ນກັນ ໂດຍສອດຄ່ອງຕາມທິດຊີ້ນຳຂອງຂັ້ນເທິງ ກໍຄື ຄະນະຮັບຜິດຊອບ ປັບປຸງກົງຈັກຂັ້ນສູນກາງ. ສຳລັບກອງປະຊຸມຄັ້ງນີ້, ໄດ້ດຳເນີນເປັນ 2 ວາລະຄື: ປະກອບຄຳເຫັນ ຕໍ່ຮ່າງບັນດາເນື້ອໃນເອກະສານ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເພື່ອພິຈາລະນາ ແລະ ຮັບຮອງ, ໃນນີ້ ປະກອບມີ 3 ເອກະສານຕົ້ນຕໍ ຄື: ຮ່າງລາຍງານການເມືອງ; ຮ່າງແຜນພັດທະນາແມ່ຍິງລາວ ໄລຍະ 5 ປີ (2026-2030); ຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ). ນອກຈາກນີ້, ກໍໄດ້ທາບທາມບຸກຄະລາກອນ ເພື່ອສະໝັກຮັບເລືອກຕັ້ງເປັນ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ເຊິ່ງຜົນຂອງກອງປະຊຸມ ຈະກາຍເປັນບ່ອນອີງທີ່ສໍາຄັນ ເພື່ອໃຫ້ຄະນະຮັບຜິດຊອບຊີ້ນໍາ ການກະກຽມດຳເນີນກອງປະຊຸມໃຫຍ່ ນຳໄປຄົ້ນຄວ້າ, ພິຈາລະນາ ແລະ ປັບປຸງໃຫ້ຖືກຕ້ອງ, ສົມບູນ, ສອດຄ່ອງກັບສະພາບຄວາມຮຽກຮ້ອງຕ້ອງການ ກໍຄື ຄວາມມຸ່ງມາດປາຖະໜາຕົວຈິງ ຂອງແມ່ຍິງລາວບັນດາເຜົ່າ ໃນໄລຍະ 5 ປີ ຕໍ່ໜ້າ.

ໂອກາດດຽວກັນ, ທ່ານ ນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາພັກ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ ກອງປະຊຸມແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX, ຫລັງຈາກນີ້, ທ່ານ ນາງ ຈັນທະວົງ ຫລວງລາດ ຮອງປະທານສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາພັກ ກໍໄດ້ຜ່ານຮ່າງບົດສະຫລຸບ ການຈັດຕັ້ງປະຕິບັດ ແຜນພັດທະນາແມ່ຍິງ ໄລຍະ 5 ປີ (2026-2030); ທ່ານ ນາງ ມຸກດວັນ ທຸມມະອາໄພ ຄະນະສະຫະພັນ ຄະນະໂຄສະນະອົບຮົມສູນກາງພັກ ກໍໄດ້ຜ່ານຮ່າງກົດລະບຽບສະຫະພັນແມ່ຍິງລາວ (ສະບັບປັບປຸງ).


ຂ່າວ: ກິດຕາ

ພາບ:ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top