ຂປລ
ໃນວັນທີ 21 ກໍລະກົດ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງ ຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ໃນໂອກາດເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ຄັ້ງທີ 59 ແລະ ບັນ ດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຈັດ ຂຶ້ນໃນລະຫວ່າງວັນທີ 19-25 ກໍ ລະກົດ 2026 ທີ່ນະຄອນຫລວງມະ ນິລາສາທາລະນະລັດ ຟິລິບປິນ.
ໃນໂອກາດນີ້, ຝ່າຍລາວ ໄດ້ສະ
ແດງຄວາມຂອບໃຈ ໄປຍັງລັດຖະ
ບານ ແລະ ປະຊາຊົນ ອົດສະຕຣາລີ
ທີ່ໄດ້ໃຫ້ການສະໜັບສະໜູນ ສປປ
ມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າ
ໃນການພັດທະນາເສດຖະກິດ-ສັງ
ຄົມ ຂອງ ສປປ ລາວ ແລະ ໄດ້ຕີ
ລາຄາສູງຕໍ່ສາຍພົວພັນມິດຕະພາບ
ແລະ ການຮ່ວມມືອັນດີງາມ ລະ
ຫວ່າງສອງປະເທດ ທີ່ໄດ້ຮັບການ
ພັດທະນາ ແລະ ຂະຫຍາຍຕົວເຂົ້າ
ສູ່ລວງເລິກ ຕະຫລອດໄລຍະກວ່າ
7 ທົດສະວັດ. ນອກຈາກນີ້, ສອງ
ຝ່າຍ ຍັງໄດ້ປຶກສາຫາລືຮ່ວມກັນ
ກ່ຽວກັບການແກ້ໄຂຄະດີນັກທ່ອງ
ທ່ຽວອົດສະຕຣາລີ ສອງຄົນທີ່ເສຍ
ຊີວິດ ໃນເດືອນພະຈິກ 2024 ທີ່
ຜ່ານມາ.
ສປປ ລາວ ແລະ ອົດສະຕຣາລີ
ໄດ້ສ້າງຕັ້ງສາຍພົວພັນການທູດນໍາ
ກັນ ໃນປີ 1952. ໃນໄລຍະຜ່ານມາ,ສອງປະເທດໄດ້ມີການແລກປ່ຽນ
ຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງ
ການນໍາຂັ້ນສູງ ແລະ ຂັ້ນຕ່າງໆຢ່າງ
ປະເທດ ໄດ້ຍົກລະດັບສາຍພົວພັນ
ເປັນປົກກະຕິ, ລວມທັງໄດ້ສະໜັບສະ
ໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ
ກັນ ໃນເວທີພາກພື້ນ ແລະ ສາກົນ
ກໍຄື ໃນຂອບການຮ່ວມມືອາຊຽນ
ອົດສະຕຣາລີ ແລະ ຂອບການຮ່ວມ
ມືອື່ນໆ. ພິເສດ, ໃນປີ 2024 ສອງ
ສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບ
ດ້ານ ແລະ ໃນປີ 2027 ນີ້ ຈະເປັນ
ປີຄົບຮອບ 75 ປີແຫ່ງການສ້າງຕັ້ງ
ສາຍພົວພັນການທູດຮ່ວມກັນ.
KPL