ວິສາຫະກິດອຸດສາຫະກຳຈີນ ທີ່ມີລາຍຮັບ ເພີ່ມຂຶ້ນ 6,4%

15/07/2025 19:09
Email Print 122
ຂປລ ໃນ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າເພີ່ມ​ຂອງ​ວິ​ສາ​ຫະ​ກິດ ອຸດ​ສາ​ຫະ​ກຳ ​ທີ່​ມີ​ລາຍ​ຮັບ ​ຫລາຍ​ກວ່າ 20 ລ້ານຢວນຕໍ່​ປີ​ຂອງ ສປ ຈີນ ໄດ້​ເພີ່ມ​ຂຶ້ນ 6,4%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນ​ທີ 15 ກໍ​ລະ​ກົດ​ນີ້, ຫ້ອງ​ການ​ ຖະ​ແຫລງ​ຂ່າວ ຂອງ​ລັດ​ຖະ​ບານ​ຈີນ​ ໄດ້ຈັດ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ, ເພື່ອ​ແນະ​ນຳ​ ສະ​ພາບ ​ການ​​ເຄື່ອນ​ໄຫວ ​ຂອງ​ເສດ​ຖະ​ກິດ​ ແຫ່ງ​ຊາດ​​ຈີນ ໃນ 6 ເດືອນ​ຕົ້ນ​ປີ 2025. ຈາກນັ້ນ ທ່ານ​ ເຊີ້ງ​ລາຍ​ຢຸ້ນ ຮອງ​ຫົວ​ໜ້າ​ກົມ​ ສະ​ຖິ​ຕິ​ ແຫ່ງ​ຊາດ​ຈີນ ​ກ່າວ​ວ່າ: ໃນ 6 ເດືອນ​ຕົ້ນ​ປີ​ນີ້, ມູນ​ຄ່າເພີ່ມ​ຂອງ​ວິ​ສາ​ຫະ​ກິດ ອຸດ​ສາ​ຫະ​ກຳ ​ທີ່​ມີ​ລາຍ​ຮັບ ​ຫລາຍ​ກວ່າ 20 ລ້ານຢວນຕໍ່​ປີ​ຂອງ ສປ ຈີນ ໄດ້​ເພີ່ມ​ຂຶ້ນ 6,4%. ເມື່ອ​ສັງ​ເກດ​ຈາກ 3 ປະ​ເພດ​ໃຫຍ່​ແລ້ວ ​ເຫັນ​ວ່າ, ຖ້າ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ ມູນ​ຄ່າ​ເພີ່ມ​ ຂອງອຸດ​ສາ​ຫະ​ກຳ​ ບໍ່​ແຮ່​ ໄດ້​ເພີ່ມ​ຂຶ້ນ 6.0%, ​ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ ໄດ້​ເພີ່ມ​ຂຶ້ນ 7.0%, ​ອຸດ​ສາ​ຫະ​ກຳ​ຜະ​ລິດ ​ແລະ​ ສະ​ໜອງ ພະ​ລັງ​ໄຟ​ຟ້າ,ພະ​ລັງ​ຄວາມ​ຮ້ອນ, ອາຍ​ແກັ​ສ​ທຳ​ມະ​ຊາດ ​ແລະ ນ້ຳ ໄດ້​ເພີ່ມ​ຂຶ້ນ 1,9%. ມູນ​ຄ່າ​ເພີ່ມ ຂອງ​ອຸດ​ສາ​ຫະ​ກຳ ​ຜະ​ລິດ ​ອຸ​ປະ​ກອນ ​ໄດ້​ເພີ່ມ​ຂຶ້ນ 10,2%, ສູງກວ່າ​ວິ​ສາ​ຫະ​ກິດ ອຸດ​ສາ​ຫະ​ກຳ ​ທີ່​ມີ​ລາຍ​ຮັບ​ ຫລາຍ​ກວ່າ 20 ລ້ານຢວນຕໍ່​ປີ 3,8%, ​ອຸດ​ສາ​ຫະ​ກຳ​ ການ​ຜະ​ລິດ​ ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ​ ໄດ້​ເພີ່ມ​ຂຶ້ນ 9,5%, ສູງກວ່າ​ວິ​ສາ​ຫະ​ກິດ ອຸດ​ສາ​ຫະ​ກຳ ​ທີ່​ມີ​ລາຍ​ຮັບ​ ຫລາຍ​ກວ່າ 20 ລ້ານຢວນຕໍ່​ປີ 3,1%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top