ພ້ອມກັນເອົາໃຈໃສ່ປົກປັກຮັກສາສັດນໍ້າ-ສັດປ່າ ເພື່ອຄວາມອຸດົມສົມບູນຕະຫລອດໄປ

07/07/2025 09:36
Email Print 829
ຂປລ ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າ ຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ.

    *ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າ ຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ແຮດ, ໝີ, ເມີຍ, ຂະຍຸ, ຊ້າງ, ເສືອໂຄ່ງ,ໂອ່ງ-ມ່ັງ, ປາບຶກ, ປາຂ່າ ແລະ ສັດປ່າຊະນິດອ່ືນໆ. ສັດດ່ັງກ່າວແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດ ໃນທໍາມະຊາດ, ເປັນມໍລະດົກທາງ ທໍາມະຊາດອັນລໍ້າຄ່າຂອງຊາດລາວເຮົາ. ສະນັ້ນ, ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ປວງໃນການປະກອບສ່ວນປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າທີ່ເປັນມູນມໍລະດົກຂອງຊາດລາວໃຫ້ມີຄວາມອຸດົມສົມບູນຕະຫລອດໄປນັ້ນພັກ ແລະ ລັດຖະບານໄດ້ກຳນົດເອົາວັນທີ 13 ກໍລະກົດ ເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ, ວັນສໍາຄັນດັ່ງກ່າວນ້ີກໍໄດ້ກົງກັບວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດຊຶ່ງໃນແຕ່ລະປີພວກເຮົາກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫລັງກໍຄືທົ່ວສັງຄົມໃຫ້ເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດປົກປັກຮັກສາລະບົບນິເວດໃຫ້ມີຄວາມສົມດູນ ແລະ ຍືນຍົງ.

    ພ້ອມດຽວກັນນີ້, ກໍເພື່ອຈາລຶກ ບຸນຄຸນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ  ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ. ໃນປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ, ແນວພັນສັດນໍ້າ ແລະ ສັດປ່າ ຢ່າງເປັນຂະບວນຟົດຟື້ນ ຊຶ່ງຈໍານວນປາ ແລະ ສັດນໍ້າທີ່ໄດ້ປ່ອຍຄືນສູ່ທຳມະຊາດມີຈຳນວນຫລາຍລ້ານໂຕ ຊຶ່ງມີທັງປະເພດສັດປ່າປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆ.

    ໄລຍະຜ່ານມາ, ລັດຖະບານໄດ້ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສັດນ້ຳ-ສັດປ່າ ໂດຍໄດ້ຜັນຂະຫຍາຍອອກເປັນກົດໝາຍວ່າດ້ວຍການອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະດຽວກັນກໍ່ໄດ້ມີການສົ່ງເສີມໃຫ້ມີການລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າເພ່ືອເພີ່ມຈຳນວນສັດດັ່ງກ່າວໃຫ້ຫລາຍຂຶ້ນ, ໄດ້ດຳເນີນການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ຫລຸດຜ່ອນການທຳມາຫາກິນທີ່ນຳໃຊ້ຊັບພະຍາກອນທຳມະຊາດແບບບໍ່ຍືນຍົງ, ຟູມເຟືອຍ ແລະ ກໍ່ໃຫ້ເກີດຜົນກະທົບທາງກົງ ແລະ ທາງອ້ອມ. ນອກນັ້ນ ລັດຖະບານຍັງສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນການອະນຸລັກ, ປົກປັກຮັກສາ, ລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າເພື່ອປະ ກອບສ່ວນໃນຂະບວນການປົກປັກຮັກສາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ. 

   ປັດຈຸບັນໃນທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດຈໍານວນ 50 ກວ່າແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນຫລາຍກວ່າ 100 ກວ່າແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 300 ກວ່າແຫ່ງ ສາມາດສະໜອງແນວພັນປາໃຫ້ສັງຄົມໄດ້ໂດຍພື້ນຖານຈໍານວນ 300 ລ້ານກວ່າໂຕ (ສະໜອງໄດ້ກວ່າ 70% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍ ພັນສັດປ່າຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນຄວ້າທົດລອງລ້ຽງ ແລະ ຂະຫຍາຍພັນສັດປ່າ ແລະ ປາພື້ນເມືອງໄດ້ຫລາຍ ຊະນິດ, ທົ່ວປະເທດມີວັງສະຫງວນປາ ຈໍານວນ 1.000 ກວ່າວັງ, ໃນນັ້ນ ມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນສັດປ່າແຫ່ງຊາດ 1 ເຂດ.

   ການປ່ອຍສັດນ້ຳ-ສັດປ່າຄືນສູ່ທຳມະຊາດ ແມ່ນເປັນການປູກຈິດສຳນຶກໃຫ້ທຸກພາກສ່ວນທົ່ວສັງຄົມຮັບຮູ້ການສ້າງຄັງອາຫານຢູ່ໃນທໍາມະຊາດ, ທັງເຫັນໄດ້ຄວາມສຳຄັນການອະນຸລັກສັດນ້ຳ-ສັດປ່າ, ຄືນຄວາມອຸດົມສົມບູນລົງສູ່ແຫລ່ງນໍ້າທຳມະຊາດ, ຄືນຈໍານວນປະຊາກອນສັດນ້ຳ-ສັດປ່າ ໃຫ້ຫລາຍຂຶ້້ນ.

ໂດຍ: ບກ

KPL

ຂ່າວອື່ນໆ

    • ຄວາມໝາຍສຳຄັນຂອງໄຊຊະນະດຽນບຽນຟູບົດ-ສາລະຄະດີ

      ຄວາມໝາຍສຳຄັນຂອງໄຊຊະນະດຽນບຽນຟູ

      5/13/2026 1:32:49 PM

      ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫລາຍ, ເສດຖະກິດຫລ້າຫລັງ ແລະ ຂະຫຍາຍຕົວຊັກຊ້າ

    • ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝບົດ-ສາລະຄະດີ

      ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ

      5/13/2026 1:30:20 PM

      ຂປລ.ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ ໃນສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດໃຫ້ພັງທະລາຍ ແລະ ແມ່ນໄຊຊະນະຂອງສາມຊາດອິນດູຈີນ

    • ສຳເລັດການຝຶກອົບຮົມການຖັກຟອຍແຂມ ສ້າງລາຍຮັບໃຫ້ປະຊາຊົນບ້ານຕັງອາໄລເໜືອບົດ-ສາລະຄະດີ

      ສຳເລັດການຝຶກອົບຮົມການຖັກຟອຍແຂມ ສ້າງລາຍຮັບໃຫ້ປະຊາຊົນບ້ານຕັງອາໄລເໜືອ

      5/13/2026 1:25:48 PM

      ຂປລ. ອາທິດ​ຜ່ານ​ມາ ເມືອງນອງ ແຂວງສະຫວັນນະເຂດ ​ໄດ້ສຳເລັດການຝຶກອົບຮົມວິຊາຊີບການຖັກຟອຍແຂມ ໃຫ້ແກ່ປະຊາຊົນບ້ານຕັງອາໄລເໜືອ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳນຽມ ພົງທະດີ ຫົວໜ້າຂະແໜງພັດທະນາຊົນນະບົດ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄອນສະຫວັນ ໄຊຍະບຸດ ຊ່ຽວຊານໂຄງການ IWRM-EbA

    •   ເພີ່ມທະວີວຽກງານຕິດຕາມ ກວດກາການປ້ອງກັນ ຕ້ານສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ ການສໍ້ລາດບັງຫລວງໃຫ້ເຂັ້ມແຂງ ບົດ-ສາລະຄະດີ

      ເພີ່ມທະວີວຽກງານຕິດຕາມ ກວດກາການປ້ອງກັນ ຕ້ານສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ ການສໍ້ລາດບັງຫລວງໃຫ້ເຂັ້ມແຂງ

      5/13/2026 1:20:11 PM

      ຂປລ. ຢູ່ໃນເອກະສານເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໄດ້ຊີ້ໃຫ້ເຫັນວ່າ: ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາທີ່ເຂັ້ມແຂງ, ແທດເຖິງການຕິດຕາມ, ກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ຕິດພັນກັບການຕີລາຄາຄວາມຮັບຜິດຊອບການເມືອງ ແລະ ປະເມີນຜົນການປະຕິບັດໜ້າທີ່, ວຽກງານຕົວຈິງ ຂອງພະນັກງານ-ສະມາຊິກພັກ ເປັນໜ້າທີ່ໃຈກາງໃນການນໍາພາ-ຊີ້ນໍາ.

    • ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍບົດ-ສາລະຄະດີ

      ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

      5/13/2026 1:18:16 PM

      ຂປລ. ມາພໍ້ກັບ “ຄໍລຳ ຊິວິດ ແລະ ກົດໝາຍ” ມື້ນີ້ ຂໍມາ ສະເໜີປະມວນກົດໝາຍອາຍາ ໃຫ້ພວກເຮົາຮັບຮູ້ ກັນຕື່ມໂດຍສືບຕໍ່ໃນມາດຕາ 131 ຫາ ມາດຕາ 133.

ads
ads

Top