ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາຫລວງພະບາງ

18/06/2025 20:28
ຂປລ ຂປລ. ໃນວັນທີ 17 ມິຖຸນາ 2025, ທີ່ກະຊວງການຕ່າງປະເທດ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງຫລວງພະບາງ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.


ຂປລ. ໃນວັນທີ 17 ມິຖຸນາ 2025, ທີ່ກະຊວງການຕ່າງປະເທດ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງຫລວງພະບາງ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

          ໃນໂອກາດນີ້, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ທີ່ໄດ້ປະຕິບັດໜ້າທີ່ອັນມີກຽດຂອງຕົນ ດ້ວຍຜົນສໍາເລັດອັນຈົບງາມ ຕະຫລອດໄລຍະ 3 ປີ(7/2022-6/2025) ໂດຍສະເພາະແມ່ນ ຜົນງານໃນການເປັນຂົວຕໍ່ໃຫ້ແກ່ ການພົວພັນຮ່ວມມືໃນຫລາຍດ້ານ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານຂອງສອງປະເທດ ​ໂດຍສະເພາະແມ່ນ ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ 8 ແຂວງພາກເໜືອຂອງລາວ ກັບບັນດາແຂວງຕ່າງໆຂອງ ສສ ຫວຽດນາມ ລວມທັງໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳສະມາຄົມຫວຽດນາມ ຢູ່ບັນດາແຂວງພາກເໜືອຂອງລາວ ໃນການປະກອບສ່ວນເຂົ້າໃນການພັດ ທະນາທ້ອງຖິ່ນ, ການເຄົາລົບກົດໝາຍ ແລະ ລະບຽບການຂອງ ສປປ ລາວ ກໍຄື ການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ. ໃນຕອນທ້າຍ, ສະຫາຍ ຮອງລັດຖະມົນຕີ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ອວຍພອນໃຫ້ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ປະສົບຜົນສຳເລັດໃນໜ້າທີ່ໃໝ່ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍຫລັງກັບຄືນປະເທດແລ້ວ ສະຫາຍ ກົງສຸນໃຫຍ່ກໍຈະສືບຕໍ່ນໍາໃຊ້ປະສົບການ ແລະ ຄວາມສາມັກຄີຮັກແພງຂອງຕົນ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຫວຽດນາມ.

          ໃນໂອກາດດຽວກັນນີ້, ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ ພັກ-ລັດຖະບານ ແຫ່ງ ສປປ ລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆ ຊຶ່ງໄດ້ເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນ ຢູ່ ສປປ ລາວ ຕະຫລອດໄລຍະ 3 ປີ ທີ່ຜ່ານມາປະສົບຜົນສຳເລັດຢ່າງຈົບງາມ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຕົນເອງຈະສືບຕໍ່ປະກອບສ່ວນເຂົ້າໃນ ການຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top