ເຫດຜົນ ແລະ ຄວາມຈຳເປັນໃນການ ສ້າງກົດໝາຍວ່າດ້ວຍສາມັນສຶກສາ

18/06/2025 19:39
Email Print 103
ຂປລ ຂປລ. ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 18 ມິຖຸນາ 2025 ນີ້, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ຕໍ່ກອງປະຊຸມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດ ຄຳເຫັນໃຫ້ມີເນື້ອໃນຄົບ​ຖ້ວນ ສົມບູນຂຶ້ນ ແລະ ຮັບຮອງເອົາກົດໝາຍດັ່ງກ່າວ.


ຂປລ. ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 18 ມິຖຸນາ 2025 ນີ້, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ຕໍ່ກອງປະຊຸມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດ ຄຳເຫັນໃຫ້ມີເນື້ອໃນຄົບ​ຖ້ວນ ສົມບູນຂຶ້ນ ແລະ ຮັບຮອງເອົາກົດໝາຍດັ່ງກ່າວ.

ທ່ານ ສຳລານ ພັນຄະວົງ ​ໄດ້​ໃຫ້​ຮູ້​ວ່າ: ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍວ່າດ້ວຍສາມັນສຶກສາ ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ແຜນຍຸດທະສາດການພັດທະນາ ຊັບພະຍາກອນມະນຸດແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ; ຫລຸດຜ່ອນອັດຕາການປະລະຂອງຜູ້ຮຽນ ແລະ ເພີ່ມ ຄວາມຮັບຜິດຊອບຂອງ ພໍ່ແມ່ ຫລື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ໃນການສົ່ງເສີມລູກຫລານ ໃນເກນອາຍຸໃຫ້ເຂົ້າຮຽນ ໂດຍສະເພາະແມ່ນ ການສຶກສາພາກບັງຄັບ; ຊຸກຍູ້ ແລະ ສົ່ງເສີມ ການລົງທຶນທັງພາກລັດ ແລະ ເອກະຊົນ ເຂົ້າໃສ່ວຽກງານສາມັນສຶກສາໃຫ້ຫລາຍຂຶ້ນ; ຜັນຂະ ຫຍາຍມະຕິກອງປະຊຸມ ຜູ້ບໍລິຫານການສຶກສາປະຈຳປີ ຂອງຂະແໜງການສຶກສາທິການ ແລະ ກິລາ ໃນການຈັດຕັ້ງປະຕິບັດ 4 ເນື້ອໃນບຸກທະລຸ ໂດຍສະເພາະ ການບຸກທະລຸດ້ານການພັດທະນາ ຊັບ ພະຍາກອນມະນຸດ; ເຮັດໃຫ້ການຄຸ້ມຄອງ, ບໍລິຫານວຽກງານສາມັນສຶກສາ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງຮັບປະກັນຄຸນນະພາບການສຶກສາສອດຄ່ອງ ກັບສະພາບການປ່ຽນແປງໃນໄລຍະໃໝ່.

ທ່ານຮອງລັດຖະມົນຕີກະຊວງສຶກສາ ​ໄດ້ກ່າວຕື່ມວ່າ: ພາຍຫລັງການສະຖາປະນາ ສປປ ລາວ ໃນປີ 1975 ເປັນຕົ້ນມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ສົ່ງເສີມ, ພັດທະນາວຽກງານການສຶກສາ ​ໂດຍສະເພາະ ແມ່ນການສຶກສາສາຍສາມັນ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ມີຄວາມກ້າວໜ້າ ແລະ ມີຄຸນນະພາບນັບມື້ນັບສູງຂຶ້ນ. ໃນໄລຍະຜ່ານມາ ມີການປັບປຸງປ່ຽນຊື່ຊັ້ນອຸດົມສຶກສາ ມາເປັນ ຊັ້ນມັດທະຍົມສຶກສາຕອນປາຍ, ໄດ້ປັບປຸງກົງຈັກຂັ້ນກົມ ທີ່ຮັບຜິດຊອບພາຍໃນກະ ຊວງ ໃຫ້ສອດຄ່ອງກັບສະພາບການ ພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ.

ການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານສາມັນສຶກສາ ໄດ້ມີການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບກັບແຕ່ລະພາກສ່ວນ. ກະຊວງສຶກສາທິການ ແລະ ກິລາ ຄຸ້ມຄອງມະຫາພາກຮອບດ້ານ, ຂັ້ນທ້ອງຖິ່ນ ເຊັ່ນ: ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫລວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ ຄຸ້ມຄອງບຸກຄະລາກອນ, ການຈັດການຮຽນ-ການສອນ, ອຸປະກອນການຮຽນ-ການສອນ ຕາມການແບ່ງຂັ້ນຄຸ້ມຄອງ ໂດຍປະສານສົມທົບກັບ ກະຊວງສຶກສາທິການ ແລະ ກິລາ ແລະ ອີງໃສ່ບັນດານິຕິກຳ, ລະບຽບການທີ່ລັດຖະບານ ແລະ ກະຊວງສຶກສາທິການ ແລະ ກິລາກຳນົດ ເພື່ອເປັນບ່ອນອີງໃນການຄຸ້ມຄອງວຽກງານສາມັນສຶກສາ.

ໃນໄລຍະປີ 2006-2015, ກະຊວງສຶກສາທິການ ແລະ ກິລາໄດ້ດຳເນີນແຜນປະຕິຮູບ ລະບົບການສຶກສາ ແຫ່ງຊາດ ໂດຍປະຕິຮູບການສຶກສາສາມັນ ລະບົບ 11 ປີ (5,3,3) ເປັນລະບົບ 12 ປີ (5,4,3). ການຄຸ້ມຄອງ, ບໍລິຫານ ແລະ ການຈັດຕັ້ງເຄື່ອນໄຫວຂອງການສຶກສາ ສາມັນສຶກ ສາ ໄດ້ປະຕິບັດຕາມກົດໝາຍວ່າດ້ວຍການສຶກສາ ສະບັບປັດຈຸບັນ. ນອກນັ້ນ, ຍັງໄດ້ປະຕິບັດ ຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍຫລັກການຄຸ້ມຄອງສະຖານສາມັນສຶກສາ, ຂໍ້ຕົກລົງຂອງລັດຖະ ມົນຕີວ່າດ້ວຍຫລັກການຄຸ້ມຄອງໂຮງຮຽນນານາຊາດ ແລະ ໂຮງຮຽນເອກະຊົນ ຂອງການສຶກສາ ກ່ອນໄວຮຽນ ແລະ ສາມັນສຶກສາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນການຄຸ້ມຄອງວຽກງານສາ ມັນສຶກສາ ໂດຍມີນິຕິກຳຂ້າງເທິງເປັນບ່ອນອີງ ແຕ່ກໍຍັງມີບາງບັນຫາທີ່ຈະຕ້ອງໄດ້ກຳນົດ ເປັນຕົ້ນຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງ ພໍ່, ແມ່ ຫລື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ໃນການສົ່ງລູກຫລານຂອງຕົນທີ່ຢູ່ ໃນເກນອາຍຸເຂົ້າຮຽນໃຫ້ໄດ້ຮັບການສຶກສາ ຍັງບໍ່ທັນສູງເທົ່າທີ່ຄວນ ແລະ ການປະລະການຮຽນໃນສາມັນສຶກສາ ຍັງມີສູງ, ການລົງທຶນເຂົ້າໃສ່ການສຶກສາ ສາມັນ ສຶກສາຍັງໜ້ອຍ ແລະ ນະໂຍບາຍຕໍ່ຜູ້ຮຽນຍັງຕໍ່າ ຊຶ່ງເປັນສາເຫດທີ່ຈຳເປັນຕ້ອງໄດ້ສ້າງກົດໝາຍວ່າດ້ວຍ ສາມັນສຶກສາ ໂດຍຜັນຂະຫຍາຍກົດໝາຍວ່າດ້ວຍການສຶກສາ ເປັນຕົ້ນຕໍ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ເພື່ອສົ່ງເສີມວຽກງານສາມັນສຶກສາ ໃຫ້ເປັນບ່ອນອີງແກ່ຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ ແລະ ນັກຮຽນສາມັນສຶກສາ ທັງພາກລັດ ແລະ ເອກະຊົນ ໄດ້ປະຕິບັດຢ່າງເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.

ກົດໝາຍວ່າດ້ວຍສາມັນສຶກສາ ປະກອບມີ 14 ພາກ, 15 ໝວດ, 102 ມາດຕາ. ແນວໃດກໍດີ ເມື່ອກົດໝາຍວ່າດ້ວຍສາມັນສຶກສາ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະໄດ້ຮັບຜົນດີທັງເປັນບ່ອນອີງ ໃຫ້ຂະແໜງການສຶກສາທິການ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສາມັນສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາ ສາມັນສຶກສາ ທີ່ມີຄຸນນະພາບ ທຽບເທົ່າກັບພາກພື້ນ ແລະ ສາກົນ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານສາມັນສຶກສາ ທັງຊຸກຍູ້ ແລະ ສົ່ງເສີມ ການລົງ ທຶນໃສ່ວຽກສາມັນສຶກສາ ໃຫ້ຫລາຍຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ ຄວາມເຂົ້າໃຈ ແລະ ເປັນເຈົ້າການ ໃນການປະຕິບັດ ສິດ, ໜ້າທີ່ ແລະ ພັນທະ ຂອງພົນລະເມືອງທຸກຄົນໃນ ສປປ ລາວ ເພື່ອປະກອບສ່ວນດ້ານທຶນຮອນ, ແຮງງານ ແລະ ວັດຖູປະກອນ ເຂົ້າໃນວຽກງານສາມັນສຶກສາຢ່າງຕັ້ງໜ້າ.

ຂ່າວ: ຢ່າ​ຕົ້ງ

ພາບ: ຂັນ​ໄຊ

KPL

ຂ່າວອື່ນໆ

ads
ads

Top