ຫສພ ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍ

13/06/2025 13:43
Email Print 409
ຂປລ ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດ ທະນາ ໃນວັນທີ 12 ມິຖຸນາ 2025 ພາຍຫລັງໄດ້ດຳເນີນມາເປັນເວລາ 2 ວັນ ພາຍໃຕ້ການເປັນປະທານຂອງ ສະ ຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າຮ່ວມຝຶກອົບຮົບຈາກກົມຕ່າງໆພາຍໃນ ຫສພ ເຂົ້າຮ່ວມ.



ຂປລ. ຫ້ອງວ່າການສູນກາງພັກ (ຫສພ) ປິດຊຸດຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດ ທະນາ ໃນວັນທີ 12 ມິຖຸນາ 2025 ພາຍຫລັງໄດ້ດຳເນີນມາເປັນເວລາ 2 ວັນ ພາຍໃຕ້ການເປັນປະທານຂອງ ສະ ຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີພະນັກງານເຂົ້າຮ່ວມຝຶກອົບຮົບຈາກກົມຕ່າງໆພາຍໃນ ຫສພ ເຂົ້າຮ່ວມ.



ໃນໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ໄດ້ມີຄຳເຫັນວ່າ: ການຝຶກອົບຮົມວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແມ່ນໄດ້ຝຶກອົບຮົມຕາມຫລັກສູດ ຂອງກະຊວງພາຍໃນ ກໍຄື ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ຊຶ່ງການຝຶກ ອົບຮົມໃນຄັ້ງນີ້ ມີທັງໝົດ 5 ວິຊາ ໂດຍແມ່ນການຝຶກ
, ບັນຍາຍເອກະສານ ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງຈາກນັກວິທະຍາກອນ ຫລື ຄູຝຶກທີ່ມີຄວາມຮູ້ຄວມສາມາດ ແລະ ປະສົບການສູງ ທີ່ມາຈາກກະຊວງພາຍໃນ ຊຶ່ງບົດຮຽນດັ່ງກ່າວແມ່ນມີຄວາມສໍາຄັນ ຫລາຍຕໍ່ ການຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ-ລັດຖະກອນ ຂອງຫ້ອງວ່າການສູນກາງພັກ ໂດຍສະເພາະແມ່ນຜູ້ທີ່ເຮັດວຽກງານຕົວຈິງ. ພ້ອມທັງສະແດງຄວາມຫວັງວ່າ ຜ່ານການໄດ້ຝຶກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຄວາມຮູ້, ບົດຮຽນ, ປະສົບການທາງດ້ານທິດສະດີ ແລະ ພຶດຕິດໍາຕົວຈິງ ຫລາຍຂຶ້ນກວ່າເກົ່າເພື່ອນໍາມາໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃນຕໍ່ໜ້າເປັນຢ່າງດີ.

ໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ຍັງໄດ້ເນັ້ນໃຫ້ ພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ກໍຄື ຜູ້ເຂົ້າຮ່ວມຝຶກອົບຮົມ ເກັບກໍາຂໍ້ມູນບົດຮຽນ, ຄວາມຮູ້ທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ນໍາໄປຜັນຂະຫຍາຍ, ໝູນໃຊ້ ເຂົ້າໃນວຽກງານຕົວຈິງ ຂອງໃຫ້ເກີດດອກອອກຜົນ; ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ຂອງຕົນເອງຕໍ່ໄປ, ນໍາໃຊ້ຄວາມຮູ້ຄວາມສາມາດເຂົ້າໃນການປັບປຸງ, ພັດທະນາວຽກງານ ການຈັດຕັ້ງພາຍໃນຫ້ອງ ວ່າການສູນກາງພັກໃຫ້ມີການປ່ຽນແປງໃໝ່ທີ່ດີ, ມີຜົນງານ, ຜະລິດຕະພັນໃໝ່ ແລະ ມີການຫັນປ່ຽນຢ່າງປະດິດສ້າງ.

KPL

ຂ່າວອື່ນໆ

ads
ads

Top