ຂປລ
ຂປລ. ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍ ການນໍາຂັ້ນສູງອ້ອມຂ້າງສູນກາງພັກ ແລະ ຄະນະພັກ, ຄະນະກົມ, ຄະນະພະແນກ ຂອງຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ຂປລ. ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍ ການນໍາຂັ້ນສູງອ້ອມຂ້າງສູນກາງພັກ ແລະ ຄະນະພັກ, ຄະນະກົມ, ຄະນະພະແນກ ຂອງຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.
ໃນພິທີ ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງ ຂອງກົມການເມືອງສູນກາງພັກ ຈຳນວນ 2 ສະບັບ ຄື: ສະບັບເລກທີ 01/ກມສພ, ລົງວັນທີ 11 ມິຖຸນາ 2025 ຍົກຍ້າຍ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງສຶກສາທິການ ແລະ ກິລາ ແລະ ສະບັບເລກທີ 02/ກມສພ, ລົງວັນທີ 11 ມິຖຸນາ 2025 ຍົກຍ້າຍ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງແຜນການ ແລະ ການລົງທຶນ ມາຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສູນກາງພັກ, ພ້ອມທັງຜ່ານມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 12/ກມສພ, ລົງວັນທີ 11 ມິຖຸນາ 2025 ແຕ່ງຕັ້ງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ (ຜູ້ໃໝ່) ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 098/ປປທ ລົງວັນທີ 13 ມິຖຸນາ 2025 ວ່າດວ້ຍການຍົກຍ້າຍ ທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ ລັດຖະມົນ ຕີ ກະຊວງແຜນການ ແລະ ການລົງທຶນ ມາຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການສູນກາງພັກ.
ຈາກນັ້ນ, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ (ຜູ້ເກົ່າ) ກໍໄດ້ລາຍງານ ການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຫ້ອງວ່າການສູນກາງພັກ ໃນໄລຍະຜ່ານມາ ເຊິ່ງເຫັນວ່າມີຫລາຍອັນທີ່ພົ້ນເດັ່ນ ເປັນຕົ້ນ ແມ່ນການຫັນໄປສູ່ນິຕິກຳ, ລະບຽບການທີ່ເປັນພື້ນຖານການປັບປຸງ, ຍົກລະດັບຄຸນນະພາບ ຂອງການເປັນເສນາທິການໃຫ້ສູງຂຶ້ນ, ຕິດພັນກັບການເອົາ ໃຈໃສ່ສ້າງຖັນແຖວນັກຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ຫັນເປັນຊ່ຽວຊານເທື່ອລະກ້າວ ຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມກະທັດຮັດ ແລະ ສອດຄອງກັບຄວາມຮຽກຮ້ອງຕ້ອງການໃນໄລ ຍະໃໝ່; ການປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ ໂດຍເນັ້ນໃສ່ ການເຮັດວຽກທີ່ມີແຜນການ, ມີການຕິດຕາມ, ກວດກາ, ປະເມີນຜົນ-ສະຫລຸບວຽກງານຕົວຈິງ. ນອກນັ້ນ, ຍັງຍົກສູງການພົວພັນຮ່ວມມືກັບ ຫ້ອງວ່າການສູນກາງພັກ ສສ ຫວຽດນາມ ແລະ ບັນດາປະເທດເພື່ອນມິດ ອື່ນ.

ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ຕາງໜ້າໃຫ້ກົມການເມືອງສູນກາງພັກ ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍ ຕໍ່ຜົນງານອັນພົ້ນເດັ່ນ ໃນການນຳພາ-ຊີ້ນຳວຽກງານ ຫ້ອງວ່າການສູນກາງພັກ ໃນຕະຫລອດໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງບັນດາສະຫາຍການນໍາ, ສະມາ ຊິກພັກ ແລະ ພະນັກງານ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ເຂົ້າໃຈຢ່າງເລິກເຊິ່ງວ່າ ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນຍຸດທະສາດ ຄັ້ງນີ້ ແມ່ນຄວາມຈໍາເປັນຂອງໜ້າທີ່ວຽກງານ ແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ໃນແຕ່ລະໄລຍະ ໃຫ້ເຂັ້ມແຂງ, ໜັກແໜ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງພັກ.
ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ສືບຕໍ່ຍົກສູງຄຸນນະພາບ ວຽກງານເສນາທິການ ຂອງຫ້ອງວ່າການສູນກາງພັກ ໃຫ້ສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນສະພາບການໃໝ່ ສະຫາຍໄດ້ໃຫ້ທິດຊີ້ນຳ ຕໍ່ຫ້ອງວ່າການສູນກາງພັກ ບາງຕອນສຳຄັນວ່າ: ໃຫ້ບັນດາສະຫາຍ ໃນຄະນະພັກ-ຄະນະນໍາແຕ່ລະຂັ້ນ ຈົ່ງເປັນເຈົ້າການນໍາພາເສີມຂະຫຍາຍມູນເຊື້ອ ອັນດີງາມ ຂອງຫ້ອງວ່າການສູນກາງພັກ ເປັນຕົ້ນ ສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນ; ເອົາໃຈໃສ່ກໍາສະພາບແນວຄິດ ຂອງສະມາຊິກພັກ ທົ່ວອົງຄະນະພັກ ໃຫ້ແໜ້ນ ໄປຄຽງຄູ່ກັບ ການນໍາພາສຶກສາອົບຮົມ ການເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະ ກອນ ໃຫ້ເຊື່ອມຊຶມ-ກຳແໜ້ນແນວທາງ ກໍຄື ມະຕິ ຄຳສັ່ງຕ່າງໆຂອງສູນກາງພັກ ທີ່ວາງອອກ ໃນແຕ່ລະໄລຍະ, ນຳພາແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ຊີວິດການເປັນຢູ່ ຂອງສະມາຊິກພັກ, ພະນັກງງານ-ລັດຖະກອນ ຢູ່ຫ້ອງວ່າການສູນກາງພັກ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ມີຈິດໃຈຫ້າວຫັນ, ບຸກບືນ ແລະ ສູ້ຊົນຢ່າງສຸດຂີດ ໃນປະຕິບັດວຽກວິຊາສະເພາະ; ເອົາໃຈໃສ່ໃນການນໍາພາຝຶກອົບຮົມສະ ມາຊິກພັກ, ພະນັກງງານ-ລັດຖະກອນແຕ່ລະສະຫາຍ ໃຫ້ຮັບຮູ້-ເຂົ້າໃຈແຈ້ງພາລະບົດບາດ ແລະ ວິຊາ ສະເພາະຂອງຕົນ ເປັນຕົ້ນ ພາລະບົດບາດການເປັນເສນາທິການດ້ານເນື້ອໃນ, ການປະສານງານ, ດ້ານບໍລິການຮັບໃຊ້ການນຳ ແລະ ເສນາທິການດ້ານອື່ນໆ ທີ່ເປັນກໍາລັງໜູນສຳຄັນ ໃຫ້ແກ່ຫ້ອງວ່າການສູນກາງພັກ; ເອົາໃຈໃສ່ໃນການນໍາພາຊີ້ນໍາບັນດາໜ່ວຍພັກ ກໍຄື ບັນດາກົມ ແລະ ຫ້ອງການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ເພື່ອຮັບປະກັນຖືກທິດ ແລະ ໃຫ້ມີຜົນສໍາເລັດ; ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຂະບວນການປະຕິບັດໜ້າທີ່ວິຊາສະເພາະ ຢ່າງແຂງແຮງ ເປັນຕົ້ນ ການຄົ້ນຄວ້າສັງ ລວມທິດສະດີ ແລະ ພຶດຕິກໍາ ກໍຄື ມະຕິຊີ້ນຳຂອງສູນກາງພັກ ຕໍ່ແຕ່ລະບັນຫາ ໃຫ້ຮັບປະກັນດ້ານເນື້ອໃນ ແລະ ວ່ອງໄວທັນ; ປັບປຸງພາຍໃນອົງຄະນະພັກ ຫ້ອງວ່າການສູນກາງພັກ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງສອດຄ່ອງ ຕາມ 5 ຫລັກການ ແລະ 3 ທິດນໍາ ໃນການກໍ່ສ້າງ ແລະ ປັບປຸງພັກ, ຮັບປະກັນສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງແທ້ຈິງ; ສ້າງ ແລະ ປັບປຸງລະບົບທັນສະໄໝ ໃນການຄຸ້ມຄອງເອກະສານ, ການບໍລິຫານ-ຄຸ້ມຄອງວຽກງານ ແລະ ເຄື່ອນໄຫວຕ່າງໆ ຢ່າງເປັນລະບົບ ໂດຍນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທັນສະໄໝ ເປັນເຄື່ອງມືຊ່ວຍໃນເຄື່ອນໄຫວວຽກງານ ໃຫ້ຮັບປະກັນປະສິດພາບ ແລະ ປະສິດທິຜົນສູງກວ່າເກົ່າ ໃນແຕ່ລະໄລຍະ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລ ຍະໃໝ່.

ໃນຕອນທ້າຍພິທີ ສະຫາຍ ເພັດ ພົມພິທັກ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ(ຜູ້ໃໝ່) ໄດ້ຂຶ້ນກ່າວຮັບໜ້າທີ່ ໂດຍໄດ້ຕີລາຄາສູງຕໍ່ການນໍາພັກ-ລັດ ທີ່ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຊົມເຊີຍຜົນງານທີ່ ຫ້ອງວ່າການສູນກາງພັກ ຍາດມາໄດ້ໃນໄລຍະຜ່ານມາ ແລະ ຈະສືບຕໍ່ຜັນຂະຫຍາຍຜົນສຳເລັດດັ່ງກ່າວ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຍູ້ແຮງ, ຕໍ່ຍອດບັນດາຜົນງານເຫລົ່ານັ້ນ ໃຫ້ນັບມື້ພົ້ນເດັ່ນ ແລະ ສ່ອງແສງໃຫ້ເຫັນຜົນສຳເລັດຕົວຈິງຍິ່ງໆຂຶ້ນ; ພ້ອມກັນສືບຕໍ່ເພີ່ມພູນຄູນສ້າງ ແລະ ຖະໜອມບຳລຸງ 5 ມູນເຊື້ອຂອງຫ້ອງວ່າການສູນກາງພັກ ໃຫ້ຍືນຍົງ, ຈະເລີນງອກງາມຍິ່ງຂຶ້ນ, ຄຽງຄູ່ກັບການນຳພາ-ຊີ້ນຳລົງເລິກສຶກສາອົບຮົມວຽກງານການເມືອງແນວຄິດ, ຍົກສູງຄວາມຮັບຜິດຊອບການເມືອງ ຂອງຖັນແຖວສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສູນກາງພັກ ໂດຍປິ່ນອ້ອມຕາມ 3 ພາລະບົດບາດຕົ້ນຕໍ ຄື: ເປັນເສນາທິການດ້ານເນື້ອໃນ, ດ້ານການປະສານງານ ແລະ ການບໍລິການຮັບໃຊ້ຂັ້ນເທິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ພາບ: ຂັນໄຊ
KPL