ເລຂາທິການໃຫຍ່ ສົ່ງຈົດໝາຍອວຍພອນວັນເກີດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ

13/06/2025 20:32
Email Print 435
ຂປລ ຂປລ. ໃນວັນທີ 15 ມິຖຸນາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ

ຂປລ. ໃນວັນທີ 15 ມິຖຸນາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນເກີດ ຄົບຮອບ 72 ປີ.

ເນື້ອໃນຈົດໝາຍໄດ້ລະບຸວ່າ: ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດ ດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ແລະ ສະໜິດສະໜົມ ຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ເນື່ອງໃນໂອກາດວັນເກີດ ຂອງສະຫາຍ ຄົບຮອບ 72 ປີ.

ນະໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ໂດຍສະເພາະ ແມ່ນ ຜົນສໍາເລັດ ໃນການສ້າງສາສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ຕາມທິດຫັນເປັນທັນສະໄໝ ແລະ ມີຄຸນນະພາບສູງ ເຊິ່ງໄດ້ເຮັດໃຫ້ ສປ ຈີນ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດ ແຫ່ງການປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ໃນປັດຈຸບັນ, ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ພິເສດ, ຂໍຕີລາຄາສູງ ຕໍ່ຄວາມເອົາໃຈໃສ່ ແລະ ການປະກອບສ່ວນອັນໃຫຍ່ຫລວງ ຂອງ ສະຫາຍ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ລາວ-ຈີນ ຕະຫລອດໄລຍະທີ່ຜ່ານມາ ແລະ ຄອງຄອຍທີ່ຈະໄດ້ພົບກັບສະຫາຍອີກຄັ້ງ ເພື່ອພ້ອມກັນປຶກສາຫາລື ກ່ຽວກັບການເພີ່ມທະວີ ສາຍພົວພັນຮ່ວມມື ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ, ລະດັບສູງກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ນັບມື້ນັບຫລາຍຂຶ້ນ.

ຂໍອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

KPL

ຂ່າວອື່ນໆ

    • ກະຊວງຍຸຕິທຳ ສະຫລຸບຕີລາຄາການເຜີຍແຜ່ກົດໜາຍ ຂອງລັດຖະບານການເມືອງ

      ກະຊວງຍຸຕິທຳ ສະຫລຸບຕີລາຄາການເຜີຍແຜ່ກົດໜາຍ ຂອງລັດຖະບານ

      6/13/2025 8:43:28 PM

      ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025 ນີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ລາຍງານການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ຂອງລັດຖະບານ ເຊິ່ງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ມີທັງໝົດ 147 ສະບັບ.

    • ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024ການເມືອງ

      ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024

      6/13/2025 1:39:01 PM

      ຂປລ. ຜ່ານການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024 ຜ່ານມາ ເຮັດໃຫ້ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໄດ້ທັງໝົດ 8.025.315 ເທື່ອຄົນ, ສາມາດກະຈາຍລາຍຮັບ ຈາກການທ່ອງທ່ຽວ ໄດ້ເຖິງ 1,7 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທີ່ຕິດພັນກັບການທ່ອງທ່ຽວ.

    • ສພຊ ສະເໜີພັດທະນາພະລັງງານໄຟຟ້າ ໃຫ້ ຜູ້ຊົມໃຊ້ເຂົ້າເຖິງລາຄາທີ່ເໝາະສົມ ແລະ ເປັນທໍາການເມືອງ

      ສພຊ ສະເໜີພັດທະນາພະລັງງານໄຟຟ້າ ໃຫ້ ຜູ້ຊົມໃຊ້ເຂົ້າເຖິງລາຄາທີ່ເໝາະສົມ ແລະ ເປັນທໍາ

      6/13/2025 9:06:31 AM

      ຂປລ. ໃນພາກບ່າຍວັນທີ 12 ມິຖຸນາ 2025 ຂອງ​ການ​ດຳ​ເນີນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ

    • ລັດຖະບານ ວາງຫລາຍນະໂຍບາຍ ພັດທະນາຂະແໜງພະລັງງານໄຟຟ້າໃນລາວການເມືອງ

      ລັດຖະບານ ວາງຫລາຍນະໂຍບາຍ ພັດທະນາຂະແໜງພະລັງງານໄຟຟ້າໃນລາວ

      6/13/2025 9:02:44 AM

      ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 12 ມິຖຸນາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານການຈັດຕັັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງ ງານໄຟຟ້ານ້ຳຕົກ, ລົມ ແລະ ແສງອາທິດ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມພິເສດຫລາຍຢ່າງ ໃຫ້ຜູ້ພັດທະນາ ແລະ ຜູ້ສະໜອງທຶນ ເພື່ອພັດທະນາຂະແໜງການພະລັງງານໄຟຟ້າ ຈົນເກີດມີໂຄງການພັດທະນາເຂື່ອນໄຟຟ້າ ທັງໝົດ 100 ກວ່າແຫ່ງ ໃນປັດຈຸບັນ.

    • ທາບທາມຮ່າງດຳລັດ ການຄຸ້ມຄອງ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວການເມືອງ

      ທາບທາມຮ່າງດຳລັດ ການຄຸ້ມຄອງ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

      6/12/2025 2:45:55 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍ ການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນວັນທີ 11 ມິຖຸນາ 2025

ads
ads

Top