ສຸມໃສ່ກໍ່ສ້າງນາຍທະຫານຕີພິເສດ ຮຸ້ນສືບທອດ ໃຫເຂັ້ມແຂງ ທັງປະລິມານ ແລະ ຄຸນນະພາບ

18/06/2025 20:11
Email Print 116
ຂປລ ຂປລ. ໂຮງຮຽນຕີພິເສດ 303 ແມ່ນສະຖາບັນຝຶກແອບຮໍ່າຮຽນ ຕາມສອງເນື້ອໃນຫລັກສູດຕົ້ນຕໍເຊັ່ນ: ຫລັກສູດກໍ່ສ້າງນາຍສິບ ຕີພິເສດລະບົບ 10 ເດືອນ ແລະ ຫລັກສູດບຳລຸງພະນັກງານ ນາຍທະຫານທີ່ຮຽນຈົບ ມາຈາກສາຍລັດ ໃນກົມກອງເຫລົ່າຮົບຕີພິເສດ ລະບົບ 6 ເດືອນ, ມີໜ້າທີ່ເປັນເສນາທິການໃຫ້ກົມ 49



ຂປລ. ໂຮງຮຽນຕີພິເສດ 303 ແມ່ນສະຖາບັນຝຶກແອບຮໍ່າຮຽນ ຕາມສອງເນື້ອໃນຫລັກສູດຕົ້ນຕໍເຊັ່ນ: ຫລັກສູດກໍ່ສ້າງນາຍສິບ ຕີພິເສດລະບົບ 10 ເດືອນ ແລະ ຫລັກສູດບຳລຸງພະນັກງານ ນາຍທະຫານທີ່ຮຽນຈົບ ມາຈາກສາຍລັດ ໃນກົມກອງເຫລົ່າຮົບຕີພິເສດ ລະບົບ 6 ເດືອນ
, ມີໜ້າທີ່ເປັນເສນາທິການໃຫ້ກົມ 49 ໃນການສຶກສາອົບຮົມຫັດແອບ, ດ້ານທິດສະດີການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກໄປຕາມເນື້ອໃນ ຫລັກສູດການຮຽນ-ການສອນ ໃຫ້ມີຄຸນນະພາບ, ມີໜ້າທີ່ນຳພາ-ຊີ້ນຳ ບັນຊາການຈັດຕັ້ງປະຕິບັດໜ້າທີ່ ວຽກງານຕົວຈີງ ແລະ ສຶກສາອົບຮົມໃຫ້ພະນັກງານ-ນັກ ຮົບໃນກົມກອງມີແນວຄິດການເມືອງໜັກແໜ້ນ, ມີແບບແຜນດຳລົງຊີວິດປອດໃສ, ມີລະບຽບວິໄນເຂັ້ມງວດ ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງຕົນ ຕາມການມອບໝາຍຂອງຂັ້ນເທ້ງ.



ສະຫາຍ ພັນໂທ ສົມປອງ ຈັນທະລັງສີ ຫົວໜ້າພະແນກອົບຮົມ ໂຮງຮຽນຕີພິເສດ 303 ໄດ້ໃຫ້ສຳພາດ​ເມື່ອ​ບໍ່​ດົນ​ນີ້ວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະບັນຊາໂຮງຮຽນ ໄດ້ຊີ້ນຳພະແນກອົບ ຮົມ ແລະ ກອງພັນນັກຮຽນຢ່າງໃກ້ຊິດ ໃນການອົບຮົມນາຍສິບຕີພິເສດ ຕາມແຜນການຂອງກົມໃຫຍ່ ເສນາທິການກອງທັບອະນຸມັດໃນແຕ່ລະປີ
ເຊິ່ງການຈັດຕັ້ງອົບຮົມຫັດແອບ ແມ່ນຖືເອົາພາກທິດສະດີ ຫລັກການເປັນສຳຄັນ, ເອົາພາກປະຕິບັດຕົວຈິ່ງເປັນຈຸດໜັກ, ການອົບຮົມກໍ່ສ້າງນາຍສິບ ຕ້ອງໃຫ້ໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ການອົບຮົມຫັດແອບ ຕ້ອງໃຫ້ແທດເໝາະກັບສະພາບຕົວຈິງ ຮຽນກາງຄືນເປັນຕົ້ນຕໍ, ຝຶກຝົນກໍາລັງແຮງໃຫ້ເຂັ້ມແຂງ ມີຈິດໃຈສູ້ຮົບອາດຫານ ອົດທົນເດັດດ່ຽວ ບໍ່ຫວັ່ນໄຫວຕໍ່ອຸປະສັກນາໆປະການ. ການຈັດຕັ້ງອົບຮົມຫັດແອບກໍ່ສ້າງນາຍສິບ ໃຫ້ມີຄວາມຊຳນິຊຳນານແຕ່ງ່າຍ-ຫາຍາກ ເພື່ອເຮັດໃຫ້ນັກຮຽນແຕ່ລ ະສະຫາຍກຳແໜ້ນບົດຮຽນ ແລະ ນຳໄປຈັດຕັ້ງປະຕິບັດໝູນໃຊ້ ໃນໜ້າທີ່ວຽກງານຕົວຈິງ ໃຫ້ໄດ້ຮັບຄຸນນະພາບສູງ.




ໃນສົກຮຽນປີ 2024-2025 ນີ້, ມີນັກຮຽນກໍ່ສ້າງນາຍສິບຕີພິເສດ ຊຸດທີ 34 ລະບົບ 10 ເດືອນ 206 ສະຫາຍ.
ໃນນັ້ນ, ເນື້ອໃນຫລັກສູດໄດ້ຈັດແບ່ງເປັນ 3 ໝວດຄວາມຮູ້ພາກວິຊາຮຽນຄື: ໝວດຄວາມຮູ້ທົ່ວໄປ, ໝວດຄວາມຮູ້ພື້ນຖານການທະ​ຫານ ​ແລະ ໝວດຄວາມຮູ້ວິຊາສະເພາະຕິພິເສດ. ຕີລາຄາຜົນການສອບເສັງທັງ 4 ພາກ ສາມາດປະເມີນຜົນໄດ້ຮັບ ໃນການຈັດຕັ້ງຝຶກແອບຮໍ່າຮຽນ ແມ່ນມີຄວາມເຂົ້າໃຈ ແລະ ຮັບປະກັນຄວາມປອດໄພ 100%.




ຜ່ານການອົບຮົມກໍ່ສ້າງນາຍສິບຕີພິເສດ ຕະຫລອດ​ໄລຍະ​ຜ່ານ​ມາ, ສາມາດຮັບປະກັນໄດ້ ທາງດ້ານເນື້ອໃນທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງມັນສະແດງອອກໃນເວລາທີ່ນັກຮຽນ
, ນັກຝຶກອົບຮົບແຕ່ລະຮຸ່ນທີ່ຈົບອອກໄປ ແມ່ນສາມາດນຳເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ຢູ່ພາຍໃນ ກົມກອງຂອງຕົນມີປະສິດທິພາບສູງ ເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ສ້າງກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທັງດ້ານປະລິມານ ແລະ ຄຸນນະພາບ.

ຂ່າວ: ຄຳອ້າຍ ທອງວັນ

KPL

ຂ່າວອື່ນໆ

ads
ads

Top