ຂປລ
ງານວາງສະແດງ ເສດຖະກິດ ການຄ້າຈີນ-ອາຟຣິກາ ຄັ້ງທີ4 ໄດ້ຈັດຂຶ້ນ ຢູ່ນະຄອນ ສາງຊ່າ ແຂວງຫູໜານຈີນ ເມື່ອບໍ່ດົນມານີ້, ໂດຍມີ 53ປະເທດ ໃນອາຟຣິກາ, 11 ອົງການຈັດຕັ້ງສາກົນ, 27 ແຂວງ,ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ ພາຍໃນປະເທດຈີນ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ງານວາງສະແດງ ເສດຖະກິດ ການຄ້າຈີນ-ອາຟຣິກາ ຄັ້ງທີ4 ໄດ້ຈັດຂຶ້ນ ຢູ່ນະຄອນ ສາງຊ່າ ແຂວງຫູໜານຈີນ ເມື່ອບໍ່ດົນມານີ້, ໂດຍມີ 53ປະເທດ ໃນອາຟຣິກາ, 11 ອົງການຈັດຕັ້ງສາກົນ, 27 ແຂວງ,ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ ພາຍໃນປະເທດຈີນ ພ້ອມດ້ວຍ ວິສາຫະກິດ, ສະພາການຄ້າ, ສະຖາບັນການເງິນຈີນ ແລະ ປະເທດ ໃນອາຟຣິກາ 4.700 ກວ່າແຫ່ງ ລວມທັງໝົດ ຫລາຍກວ່າ 30.000 ຄົນ ໄດ້ເຂົ້າຮ່ວມງານ. ງານວາງສະແດງຄັ້ງນີ້ ຈະດຳເນີນໄປ ເປັນເວລາ4ວັນ ໂດຍຈະຈັດກິດຈະກຳ ກ່ຽວກັບ ເສດຖະກິດ ການຄ້າ 30 ຄັ້ງ ກວມເຖິງຫົວຂໍ້ ແລະ ຂົງເຂດ ການຮ່ວມມືຕ່າງໆ ລະຫວ່າງ ສປ ຈີນ-ອາຟຣິກາ ເຊັ່ນ: ການຮ່ວມມື ດ້ານຕ່ອງໂສ້ ອຸດສາຫະກຳ, ບໍ່ແຮ່ສີຂຽວ, ການແພດ ການຢາພື້ນເມືອງ, ການປະດິດສ້າງ ແລະ ການສ້າງທຸລະກິດ ຂອງຊາວໜຸ່ມ ເປັນຕົ້ນ. ງານວາງສະແດງຄັ້ງນີ້ ໄດ້ຈັດເຂດ ວາງສະແດງ ທີ່ມີເອກະລັກ ພິເສດ ເປັນຄັ້ງທຳອິດເຊັ່ນ: ສິນຄ້າດີ ຈາກອາຟຣິກາ, ວັດທະນະທຳ ແລະ ທ່ອງທ່ຽວຈີນ-ອາຟຣິກາ, ການຮ່ວມມື ດ້ານການແພດ ພື້ນເມືອງຈີນ ລະຫວ່າງ ສປ ຈີນ-ອາຟຣິກກາ ແລະ ອື່ນໆ. ຄາດວ່າ ໃນໄລຍະ ຈັດງານວາງສະແດງ ຈະມີການເຊັນສັນຍາ ໂຄງການຮ່ວມມື 175 ໂຄງການ ມີມູນຄ່າ ຫລາຍກວ່າ 11 ຕື້ໂດລາສະຫະລັດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL