ຂປລ
ຂປລ. ແຂວງຫລວງພະບາງ ໄດ້ກຳນົດ 3 ທ່າແຮງສໍາຄັນ ເປັນຕົ້ນ ທ່າແຮງດ້ານການທ່ອງທຽວ, ດ້ານກະສິກຳ ແລະ ລະບົບຂົນສົ່ງ ໂລຈິສຕິກ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ ເພື່ອບັນລຸເປົ້າໝາຍລວມ ກໍຄື ການສ້າງເປັນແຂວງ ທີ່ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ກຸ້ມຕົນເອງດ້ານງົບປະມານ.

ຂປລ. ແຂວງຫລວງພະບາງ ໄດ້ກຳນົດ 3 ທ່າແຮງສໍາຄັນ ເປັນຕົ້ນ ທ່າແຮງດ້ານການທ່ອງທຽວ, ດ້ານກະສິກຳ ແລະ ລະບົບຂົນສົ່ງ ໂລຈິສຕິກ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ ເພື່ອບັນລຸເປົ້າໝາຍລວມ ກໍຄື ການສ້າງເປັນແຂວງ ທີ່ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ກຸ້ມຕົນເອງດ້ານງົບປະມານ. ໃນຂະນະທີ່ການຈັດຕັ້ງປະຕິບັດພັດທະນາ ເສດຖະກິດຂອງແຂວງ ໃນໄລຍະ 5 ປີ ຜ່ານມາ ເສດຖະກິດຂະຫຍາຍຕົວ ໃນລະດັບສະເລ່ຍ 5%/ປີ, ບໍ່ບັນລຸໄດ້ຕາມແຜນ (ແຜນການ 5,2%/ປີ); ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 5 ປີ ບັນລຸໄດ້ 76.685,43 ຕື້ກີບ; ຄາດຄະເນ ປີ 2025 ລວມຍອດມູນຄ່າຜະລິດຕະພັນພາຍໃນ ຈະບັນລຸໄດ້ 19.365,55 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 40,03 ລ້ານກີບ ຫລື ເທົ່າກັບ 1.828 ໂດລາສະຫະລັດ(ປະຊາກອນ 483.660 ຄົນ).
ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ສື່ມ່ວນຊົນ ໃນໂອກາດລົງເຄື່ອນໄຫວຕິດຕາມ ຫາງສຽງສັງຄົມກ່ຽວກັບລົດໄຟລາວ-ຈີນ ຈາກນະຄອນຫລວງວຽງຈັນຫາ ແຂວງຫລວງພະບາງ ໃນວັນທີ 15-17 ມິຖຸນາ 2025 ຜ່ານມາວ່າ: ການວາງແຜນພັດທະນາ ເສດຖະກິດ-ສັງຄົມ ໃນອີກ 5 ປີຕໍ່ໜ້ານີ້, ແຂວງຫລວງພະບາງ ຈະຕ້ອງບັນລຸໃຫ້ໄດ້ເປົ້າໝາຍລວມ ກໍຄື ການສ້າງເປັນແຂວງທີ່ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ກຸ້ມຕົນເອງດ້ານງົບປະມານ ໂດຍ ແຂວງຫລວງພະບາງ ກຳນົດ 3 ຈຸດສຸມໃຫຍ່ຄື: ທ່າແຮງດ້ານການທ່ອງທຽວ, ດ້ານກະສິກຳ ແລະ ລະ ບົບຂົນສົ່ງໂລຈິສຕິກ. ສິ່ງສຳຄັນທີ່ສຸດຄື ການປົກປັກຮັກສາ ເມືອງມໍລະດົກໂລກ ໃຫ້ຄົງຢູ່ຕະຫລອດໄປ ເຊິ່ງສາມທ່າແຮງດັ່ງກ່າວ ຕ້ອງຍູ້ແຮງວຽກສຳຄັນຈຸດສຸມໃຫຍ່ຄື: ການປົກປ້ອງ, ປົກປັກຮັກສາມໍລະດົກໂລກ. ສະນັ້ນ, ການວາງແຜນງານ, ແຜນການ ໂດຍສະເພາະ ແຜນການ 5 ປີນີ້ ແມ່ນຕ້ອງໄດ້ພິຈາລະນາຢ່າງຖີ່ຖ້ວນ, ຮອບຄອບ ແລະ ຮອບດ້ານ, ທຸກນະໂຍບາຍຕ້ອງສອດຄ່ອງ, ກົມກຽວ ໄປກັບແຜນປົກປັກຮັກສາມໍລະດົກໂລກ. ເນື່ອງຈາກວ່າ ມໍລະດົກໂລກ ເປັນໃຈກາງ ຂັບເຄື່ອນເສດຖະກິດຂອງແຂວງ, ບໍ່ວ່າຈະເປັນການຜະລິດ, ການບໍລິການ, ການຄ້າ ລ້ວນແລ້ວແຕ່ຕິດພັນກັບ ມໍລະດົກໂລກ ແລະ ການທ່ອງທຽວ.

ສໍາລັບ ທິດທາງລວມຂອງແຂວງໃນ 5 ປີຕໍ່ໜ້າ ແມ່ນຈະສືບຕໍ່ຮັບປະກັນໃຫ້ທົ່ວແຂວງ ມີຄວາມສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ; ປັບປຸງໂຄງສ້າງເສດຖະກິດ ໃຫ້ມີຄວາມເຂັ້ມແຂງ ຕາມທ່າແຮງບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ; ຮັບປະກັນການສ້າງຖານ ການຜະລິດທີ່ເພິ່ງຕົນເອງໄດ້ໂດຍພື້ນຖານ ແລະ ເສດຖະກິດມະຫາພາກ ມີຄວາມສະຖຽນລະພາບ ແລະ ໝັ້ນທ່ຽງ; ສືບຕໍ່ພັດທະນາຊັບພະຍາກອນມະນຸດ ໃຫ້ຮັບປະກັນທັງທາງດ້ານປະລິມານ ແລະ ຄຸນນະພາບ ແລະ ສອດຄ່ອງ ກັບໂຄງປະກອບເສດຖະກິດຕາມຂະແໜງ ການທີ່ໄດ້ກໍານົດໄວ້, ສາມາດຕອບສະໜອງຕາມຄວາມຕ້ອງການພັດ ທະນາເສດຖະກິດ-ສັງຄົມ ແລະ ມີຄວາມສາມາດເຊື່ອມໂຍງ-ເຊື່ອມຈອດ ກັບບັນດາແຂວງໃກ້ຄຽງ, ພາກພື້ນ ແລະ ສາກົນ; ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຫລຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາ ລະ ຫວ່າງຕົວເມືອງ ແລະ ຊົນນະບົດ ແລະ ໃນສັງຄົມ; ສືບຕໍ່ປົກປັກຮັກສາ ຊັບພະຍາກອນທໍາມະຊາດ ໄປຕາມທິດ “ຄຸນນະພາບ, ສີຂຽວ ແລະ ຍືນຍົງ” ແລະ ສາມາດຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ເພີ່ມທະວີປັບປຸງການຄຸ້ມຄອງ ແລະ ບໍລິຫານລັດ ໃຫ້ມີປະສິດທິພາບ, ທັນສະໄໝ ແລະ ຕາມທິດຫັນເປັນເສດຖະກິດດີຈິຕອນ, ໂປ່ງໃສ ແລະ ວ່ອງໄວ ສາມາດຂັບເຄື່ອນການພັດ ທະນາເສດຖະກິດ-ສັງຄົມ; ສືບຕໍ່ພົວພັນຮ່ວມມື ກັບບັນດາແຂວງແຮກສ່ຽວ ສສ ຫວຽດນາມ, ສປ ຈີນ, ປະເທດເພື່ອນມິດສາກົນ ແລະ ຄູ່ຮ່ວມພັດທະນາ ບົນຫລັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ ໃຫ້ຮັບປະກັນມາດຖານຄຸນນະພາບ ສາມາດເຊື່ອມໂຍງ ແລະ ເຊື່ອມຈອດ ຢ່າງເປັນຮູບປະທຳທັງພາຍໃນແຂວງ, ພາຍໃນປະເທດ ແລະ ກັບປະເທດໃກ້ຄຽງ.
ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງໄດ້ກ່າວຕື່ມວ່າ: ແຂວງຫລວງພະບາງ ກໍຄື ນະຄອນຫລວງພະບາງ ຖືວ່າ ເປັນເມືອງທ່ອງທ່ຽວ ໂດຍສະເພາະ ມໍລະດົກໂລກ ເປັນດັ່ງ “ອູ່ເຂົ້າ-ອູ່ນ້ຳ” ຂອງຊາວຫລວງພະບາງ. ສະນັ້ນ, ຂະແໜງບໍລິການ ແມ່ນຂະແໜງທີ່ເປັນກຳລັງແຮງອັນສຳຄັນຂອງໂຄງປະກອບ ທາງດ້ານເສດຖະກິດ ເຊິ່ງແຂວງພວກເຮົາ ໄດ້ສຳເລັດຮ່າງແຜນຍຸດທະສາດ ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ 5 ປີ 2025-2030 ແລະ ວິໄສທັດ 2040 ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຫລວງພະບາງ ໃຫ້ໄດ້ 10 ລ້ານເທື່ອຄົນ (ໃນປີ 2029) ແລະ ສະເລ່ຍຄ່າໃຊ້ຈ່າຍໃຫ້ໄດ້ 4.900 ລ້ານໂດລາສະຫະລັດ.
ຂ່າວ-ພາບ: ວີລະວັນ
KPL