ກະຊວງຍຸຕິທຳ ສະຫລຸບຕີລາຄາການເຜີຍແຜ່ກົດໜາຍ ຂອງລັດຖະບານ

13/06/2025 20:43
Email Print 471
ຂປລ ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2025 ນີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ລາຍງານການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ຂອງລັດຖະບານ ເຊິ່ງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ມີທັງໝົດ 147 ສະບັບ.



ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ
 
IX ໃນວັນທີ 13 ມິຖຸນາ 2025 ນີ້, ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ໄດ້ລາຍງານການສະຫລຸບຕີລາຄາ ການໂຄສະນາເຜີຍແຜ່ກົດໝາຍ ຂອງລັດຖະບານ ເຊິ່ງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ມີທັງໝົດ 147 ສະບັບ. ໃນນັ້ນ, ໄດ້ໂຄສະນາເຜີຍແຜ່ 143 ກົດໝາຍ, ຍັງ 4 ກົດໝາຍທີ່ຫຍັງບໍ່ທັນໄດ້ເຜີຍແຜ່ ເຊິ່ງການໂຄສະນາເຜີຍແຜ່ກົດໝາຍ ແມ່ນຂັ້ນຕອນທຳອິດຂອງ ການຈັດຕັ້ງປະຕິບັດກົດໝາຍ ແລະ ມີບົດບາດສໍາຄັນຕໍ່ການບັງຄັບໃຊ້ກົດໝາຍ ໃຫ້ໄດ້ຮັບຜົນດີ ແລະ ເປັນຮູບປະທຳ.

ທ່ານ ໄພວີ ສີບົວລິພາ ໄດ້ໃຫ້ຮູ້ວ່າ: ຜ່ານການສັງຮວມຕີລາຄາການ ໂຄສະນາເຜີຍແຜ່ກົດໝາຍ ຂອງແຕ່ລະຂະແໜງການ ພາຍຫລັງປັບປຸງລັດຖະທຳມະນູນ ປີ 2015 ເປັນຕົ້ນມາ ເຫັນວ່າ ແຕ່ລະຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ຖືເອົາການໂຄສະນາເຜີຍແຜ່, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ເພາະເປັນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ທີ່ໄດ້ຜັນຂະຫຍາຍ ມາເປັນຫລັກການ, ລະບຽບການ ແລະ ມາດຕະການລະອຽດ ໃນທຸກຂົງເຂດວຽກງານ; ກະຊວງ, ອົງການ ຕະຫລອດຮອດອົງການປົກຄອງທ້ອງຖິ່ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງແຂງແຮງ ແລະ ເລິກເຊິ່ງ ເຮັດໃຫ້ພະນັກງານ-ລັດຖະ ກອນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວບັນດາເຜົ່າ ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍສູງຂຶ້ນ, ສັງຄົມມີຄວາມສະເໝີພາບ, ສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ ໂດຍພື້ນ ຖານ.

ປັດຈຸບັນ, ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ມີທັງໝົດ 147 ສະບັບຄື: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ມີ 1 ສະບັບ; ກະຊວງພາຍໃນ 5 ສະບັບ; ກະຊວງຍຸຕິທໍາ 10 ສະບັບ; ກະຊວງການຕ່າງປະເທດ 5 ສະບັບ; ກະຊວງປ້ອງກັນປະເທດ 5 ສະບັບ; ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 10 ສະບັບ; ກະຊວງປ້ອງກັນຄວາມສະຫງົບ 9 ສະບັບ; ກະຊວງສຶກສາທິການ ແລະ ກິລາ 6 ສະບັບ; ກະຊວງອຸດສະຫະກຳ ແລະ ການຄ້າ 12 ສະບັບ; ກະຊວງພະລັງງານ ແລະ ບໍ່ແຮ່ 3 ສະບັບ; ກະຊວງການເງິນ 16 ສະບັບ; ກະຊວງແຜນການ ແລະ ການລົງທຶນ 4 ສະບັບ; ກະຊວງກະສິກຳ ແລະ ປ່າໄມ້ 10 ສະບັບ; ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 5 ສະບັບ; ກະຊວງສາທາລະນະສຸກ 13 ສະບັບ; ກະຊວງໂຍທາທິການ ແລະ ຂົນສົ່ງ 11 ສະບັບ; ກະຊວງເຕັກໂນໂລຊີ ແລະ ການສື່ສານ 10 ສະບັບ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 6 ສະບັບ ແລະ ທະນະຄານ ແຫ່ງ ສປປ ລາວ 6 ສະບັບ. ໃນ 147 ກົດໝາຍດັ່ວກ່າວ, ໄດ້ໂຄສະນາເຜີຍແຜ່ 143 ກົດໝາຍ. ໃນນີ້, ກົດໝາຍທີ່ຍັງບໍ່ໄດ້ໂຄສະນາ ມີ 4 ສະບັບ ຄື: ກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນສາທາລະນະ, ພິພິຕະພັນ, ວິຈິດສິນ, ການພັດທະນາສີມືແຮງງານ (ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ແມ່ນສ້າງໃໝ່ ຊຶ່ງໄດ້ປະກາດໃຊ້ໃນວັນທີ 23 ມັງກອນ 2025 ຕາມ ລັດຖະດໍາລັດຂອງປະທານປະເທດ).

ທ່ານ ໄພວີ ສີບົວລິພາ ຍັງໃຫ້ຮູ້ອີກວ່າ: ການໂຄສະນາເຜີຍແຜ່ກົດໝາຍ ແມ່ນວຽກງານໜຶ່ງທີ່ສໍາຄັນ ເປັນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ເປັນກະບອກສຽງທີ່ແຫລມຄົມຂອງ ພັກ-ລັດ, ນໍາໃຊ້ເຂົ້າໃນການປຸກລະດົມຂົນຂວາຍປວງຊົນລາວທັງຊາດ ໃຫ້ມີຄວາມເຂົ້າໃຈ, ເຊື່ອໝັ້ນຕໍ່ການຄຸ້ມຄອງ, ບໍລິຫານຂອງລັດ, ເປັນເຈົ້າການປະຕິບັດລັດຖະທຳມະນູນ, ກົດໝາຍ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ; ເຮັດໃຫ້ພົນລະເມືອງມີສະຕິຕື່ນຕົວ, ມີຄວາມສົນໃຈ ແລະ ນໍາໃຊ້ກົດໝາຍເຂົ້າໃນການດໍາລົງຊີວິດ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍຂອງລັດສູງຂຶ້ນເປັນກ້າວໆ ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ ໂດຍພື້ນຖານ; ຍົກສູງບົດບາດຂອງອົງການຈັດຕັ້ງ ພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ເພື່ອຕອບໂຕ້ການໃສ່ຮ້າຍປ້າຍສີ ຂອງກຸ່ມຄົນບໍ່ຫວັງດີ ທີ່ຫວັງສ້າງຄວາມປັ່ນປ່ວນ ແລະ ອື່ນໆ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ສົ່ງຈົດໝາຍອວຍພອນວັນເກີດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນການເມືອງ

      ເລຂາທິການໃຫຍ່ ສົ່ງຈົດໝາຍອວຍພອນວັນເກີດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ

      6/13/2025 8:32:17 PM

      ຂປລ. ໃນວັນທີ 15 ມິຖຸນາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງຈົດໝາຍອວຍພອນເຖິງ ສະຫາຍ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ

    • ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024ການເມືອງ

      ຜົນໄດ້ຮັບຈາກການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024

      6/13/2025 1:39:01 PM

      ຂປລ. ຜ່ານການຈັດຕັັ້ງປະຕິບັດປີທ່ອງທ່ຽວລາວ 2024 ຜ່ານມາ ເຮັດໃຫ້ຕົວເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໄດ້ທັງໝົດ 8.025.315 ເທື່ອຄົນ, ສາມາດກະຈາຍລາຍຮັບ ຈາກການທ່ອງທ່ຽວ ໄດ້ເຖິງ 1,7 ຕື້ກວ່າໂດລາສະຫະລັດ ເຊິ່ງລາຍຮັບດັ່ງກ່າວ, ແມ່ນລາຍຮັບທີ່ກະຈາຍໄປຍັງພາກລັດ ແລະ ຜູ້ປະກອບການທີ່ຕິດພັນກັບການທ່ອງທ່ຽວ.

    • ສພຊ ສະເໜີພັດທະນາພະລັງງານໄຟຟ້າ ໃຫ້ ຜູ້ຊົມໃຊ້ເຂົ້າເຖິງລາຄາທີ່ເໝາະສົມ ແລະ ເປັນທໍາການເມືອງ

      ສພຊ ສະເໜີພັດທະນາພະລັງງານໄຟຟ້າ ໃຫ້ ຜູ້ຊົມໃຊ້ເຂົ້າເຖິງລາຄາທີ່ເໝາະສົມ ແລະ ເປັນທໍາ

      6/13/2025 9:06:31 AM

      ຂປລ. ໃນພາກບ່າຍວັນທີ 12 ມິຖຸນາ 2025 ຂອງ​ການ​ດຳ​ເນີນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ

    • ລັດຖະບານ ວາງຫລາຍນະໂຍບາຍ ພັດທະນາຂະແໜງພະລັງງານໄຟຟ້າໃນລາວການເມືອງ

      ລັດຖະບານ ວາງຫລາຍນະໂຍບາຍ ພັດທະນາຂະແໜງພະລັງງານໄຟຟ້າໃນລາວ

      6/13/2025 9:02:44 AM

      ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 12 ມິຖຸນາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານການຈັດຕັັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງ ງານໄຟຟ້ານ້ຳຕົກ, ລົມ ແລະ ແສງອາທິດ ເຊິ່ງໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມພິເສດຫລາຍຢ່າງ ໃຫ້ຜູ້ພັດທະນາ ແລະ ຜູ້ສະໜອງທຶນ ເພື່ອພັດທະນາຂະແໜງການພະລັງງານໄຟຟ້າ ຈົນເກີດມີໂຄງການພັດທະນາເຂື່ອນໄຟຟ້າ ທັງໝົດ 100 ກວ່າແຫ່ງ ໃນປັດຈຸບັນ.

    • ທາບທາມຮ່າງດຳລັດ ການຄຸ້ມຄອງ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວການເມືອງ

      ທາບທາມຮ່າງດຳລັດ ການຄຸ້ມຄອງ ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ

      6/12/2025 2:45:55 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມທາບທາມ ຮ່າງດຳລັດວ່າດ້ວຍ ການຄຸ້ມຄອງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ໃນວັນທີ 11 ມິຖຸນາ 2025

ads
ads

Top