ຍົກລະດັບຄວາມຮູ້ ຫລັກສູດຜູ້ແຈ້ງພາສີທົ່ວໄປ

18/06/2025 19:31
ຂປລ ຂປລ. ກົມພາສີ ກະຊວງການເງິນ ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ຫລັກສູດ ຜູ້ແຈ້ງພາສີທົ່ວໄປ ຊຸດທີ II ປີ 2025 ໃນວັນທີ 17 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີວິທະຍາກອນຈາກພະແນກການກ່ຽວ ຂ້ອງ ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.



ຂປລ. ກົມພາສີ ກະຊວງການເງິນ ຈັດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ຫລັກສູດ ຜູ້ແຈ້ງພາສີທົ່ວໄປ ຊຸດທີ
II ປີ 2025 ໃນວັນທີ 17 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີວິທະຍາກອນຈາກພະແນກການກ່ຽວ ຂ້ອງ ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພຸດທະນິກອນ ເຄນນະວົງ ​ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມ ຫລັກສູດຜູ້ແຈ້ງພາສີທົ່ວໄປ ຈະໄດ້ດໍາເນີນເປັນເວລາ 4 ວັນ ລັດຖະການ ແຕ່ວັນທີ 17-20 ມິຖຸນາ 2025 ໃຫ້ແກ່ວິສາຫະກິດໃນທົ່ວປະເທດ ທີ່ດໍາເນີນທຸລະກິດແຈ້ງພາສີສິນຄ້າ ເຊິ່ງວຽກງານການແຈ້ງພາສີ ແມ່ນມີຄວາມສຳ ຄັນຫລາຍ ບັນດາວິສາຫະກິດທີ່ກ່ຽວຂ້ອງ ຈະມີບົດບາດເປັນຜູ້ແຈ້ງພາສີ ສິນຄ້າ, ເຄື່ອງຂອງ ເຊິ່ງຕ້ອງມີຄວາມຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຕ້ອງໄດ້ມີ ການຝຶກອົບຮົມຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້.    




ຊຸດອົບຮົມຄັ້ງນີ້, ສຳມະນາກອນຈະໄດ້ຮຽນຮູ້ ກ່ຽວກັບຄວາມຮູ້ພື້ນຖານກົດໝາຍວ່າດ້ວຍພາ ສີ
; ຄວາມຮູ້ພື້ນຖານກົດໝາຍ ວ່າດ້ວຍສ່ວຍສາອາກອນ; ຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 5916/ກງ; ການຈັດລະຫັດສິນຄ້າ ແລະ ສາລະບານອັດຕາພາສີ; ການຢັ້ງຢືນແຫລ່ງກຳເນີດສິນຄ້າ ແລະ ການປະຕິບັດສັນຍາການຄ້າເສລີ; ການກໍານົດມູນຄ່າແຈ້ງ; ການປະກອບຂໍ້ມູນລົງໃນໃບແຈ້ງພາສີ; ການນໍາໃຊ້ລະບົບອາຊີກຸດາ ແລະ ການແຈ້ງພາສີຜ່ານລະບົບ NSWA+.

ໂອກາດນີ້, ທ່ານຮອງຫົວໜ້າກົມພາສີ ຍັງໄດ້ຮຽກຮ້ອງມາຍັງນັກສຳມະນາກອນ ຈົ່ງເປັນເຈົ້າການເອົາໃຈໃສ່ຕັ້ງໃຈ ແລກປ່ຽນບົດຮຽນຢ່າງຕັ້ງໜ້າ ກັບວິທະຍາກອນ ຜູ້ມີປະສົບການ, ມີຄວາມຊໍານານງານດ້ານວຽກງານດັ່ງກ່າວ ເພື່ອນໍາໃຊ້ຄວາມຮູ້ໄປໝູນໃຊ້ ການປະຕິບັດໜ້າວຽກຕົວຈິງ ໃຫ້ສອດຄ່ອງ ກັບກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້.

ຂ່າວ-ພາບ: ກະຊວງການເງິນ

KPL

ຂ່າວອື່ນໆ

ads
ads

Top