ກຊສ ສະຫລຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

18/06/2025 20:18
ຂປລ ຂປລ. ກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວກລ້ອມ (ກຊສ) ໄລຍະປີ 2021-2025 ແລະ ປະການການແຕ່ງ ຕັ້ງຮອງລັດຖະມົນຕີ ໃນວັນທີ 16 ມິຖຸນາ 2025



ຂປລ. ກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວກລ້ອມ (ກຊສ) ໄລຍະປີ
2021-2025 ແລະ ປະການການແຕ່ງ ຕັ້ງຮອງລັດຖະມົນຕີ ໃນວັນທີ 16 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວກລ້ອມ, ມີບັນດາຄະນະພັກ-ຄະນະນໍາ ແລະ ສະມາຊິກພັກ-ພະນັກງານພາຍໃນ ກຊສ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້
, ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ຂອງ ກຊສ ໄລຍະປີ 2021-2025 ຈາກທ່ານ ຈັນທະເນດ ບົວລະພາ ກໍາມະການຄະນະປະຈໍາພັກ, ຮອງລັດ ຖະມົນຕີ ກຊສ. ຫລັງຈາກນັ້ນ, ທ່ານ ນາງ ທອງຈັນ ອະຄະມາເຂດ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກຊສ ໂດຍຕົກລົງແຕ່ງຕັ້ງ ທ່ານ ໄຊນະຄອນ ອິນທະວົງ ເປັນຮອງລັດຖະມົນຕີ ກຊສ, ພ້ອມທັງຜ່ານແຈ້ງການ ຂອງຄະນະປັບປຸງກົງຈັກ ການຈັດຕັ້ງກ່ຽວກັບກົງຈັກ ແລະ ບຸກຄະລາກອນ ແລະ ການອອກການຮັບອູດໜູນບຳນານ ຂອງພະນັກງານຈຳນວນ 6 ທ່ານ.




ຕອນທ້າຍຂອງກອງປະຊຸມ
, ທ່ານລັດຖະມົນຕີ ໄດ້ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກ ງານ, ລັດຖະກອນທັງໝົດພາຍໃນກະຊວງ ໂດຍສະເພາະ ບັນດາທ່ານນອນໃນເປົ້າໝາຍ ອອກພັກການຮັບອຸດໜູນບຳນານ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການພັດທະນາ ວຽກງານຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ຄະນະພັກ, ຄະນະນຳແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານ, ລັດຖະກອນຂອງຕົນຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ນະໂຍບາຍຂອງພັກ, ລັດຖະບານ ໃນການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ແລະ ພ້ອມກັນປະຕິບັດໜ້າທີ່ອັນໃໝ່ ໃຫ້ມີຜົນສຳເລັດທີ່ໜັກ  ແໜ້ນກວ່າເກົ່າ.

ຂ່າວ: ກຊສ

ພາບ: ສຸກສະຫວັນ

KPL

ຂ່າວອື່ນໆ

ads
ads

Top