gru j ,7;k,Ia [I6 h dj P;da [dko8y f8k, d;fdkdkofegou o7tfu xq d7v' ]k;{vk-Po sk]n lqj 'glu , c]t xq dxh v'ly fmy 0v'cI''kog7n j voph kp 8u ]k7kdkoxt8y [a f;Pdcdh w0[a osk 1kgl[8y f[= ]y g;o-kpcfo ]k;{wmF wm{]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 18.06.2025 ປີທີ 24 ສະບັບທີ 6.207ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ll- xtdv[7egsa o .lj Ij k'dq f\kp;j kfh ;pla '7q ,lq 'g7kt ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ltrkcsj '-kf ry 9k]tok Ij k'dq f\kpla '7q ,lq 'g7kt lt[a [lh k'.\j 7totz6h cmo]k; g0Q kIj ;,dv'xt-5 , ]a f4t,q o8u vq 'dkoIj ;,,n mk']q fw2 7A 'mu 52 ltg|u Ij k'dq f\kp;j kfh ;p lkoxt-k-q o lt[a [xa 'x5 ' ຂປລ. ໃນວາລະດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ມິຖຸນາ 2025 ພາຍໃຕ້ການເປັນ ປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງ ຂປລ. ໃນກອງປະຊຸມສະໄໝ ສາມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 16 ມິຖຸ ນາ 2025 ຜ່ານມາ, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານ ຂປລ. ເມື່ອບໍ່ດົນມານີ້, ອົງການ ໄອຍະການປະຊາຊົນສູງສຸດ ຈັດ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີປົກຄອງຂອງ ຂປລ. ສປປ ລາວ ໄດ້ເປັນ ເຈົ້າພາບຈັດກອງປະຊຸມປຶກສາ ຫາລືກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິຂອງແຮງງານເຄື່ອນ ຍ້າຍອາຊຽນໃນລະຫວ່າງວັນທີ 17-18 ມິຖຸນາ 2025 ຢູ່ນະຄອນ ຫລວງວຽງຈັນ ເພື່ອສືບຕໍ່ຈັດຕັ້ງ ປະຕິບັດຂໍ້ຕົກລົງຂອງອາຊຽນ ວ່າ ດ້ວຍການສົ່ງເສີມ ແລະ ປົກປ້ອງ ສິດທິຂອງແຮງງານເຄື່ອນຍ້າຍ ໂດຍການເປັນປະທານຂອງທ່ານ ສຸລິສັກ ສຸພັນທອງ ຮອງສະຖາບັນ ພັດທະນາສີມືແຮງງານ, ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ(ຮສສ), ມີຜູ້ຕາງໜ້າຈາກ ບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ເນັ້ນ ໃສ່ຄວາມສຳຄັນຂອງການສືບຕໍ່ ຄວາມພະຍາຍາມໃນການສ້າງ ແຜນປະຕິບັດງານ, ແຜນງານໃນລະ ຂປລ. ອົງການການເງິນສາກົນ (IFC) ໄດ້ຮ່ວມມືກັບລັດຖະບານ ສປປ ລາວ ປັບປຸງລະບຽບກົດໝາຍ ສໍາລັບການລົງທຶນຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ (PPP), ຂປລ. ກອງບັນຊາການທະຫານ ຊາຍແດນກອງທັບປະຊາຊົນລາວ ພ້ອມດ້ວຍຄະນະປະຕິບັດງານເພື່ອ ແກ້ໄຂບັນຫາຢາເສບຕິດບໍລິເວນ ຊາຍແດນ ລາວ-ໄທ ຮ່ວມກັບເຈົ້າ ກົມກິດຈະການຊາຍແດນທະຫານ ແລະ ຄະນະປະຕິບັດງານເພື່ອແກ້ໄຂ ບັນຫາຢາເສບຕິດບໍລິເວນຊາຍແດນ ໄທ-ລາວ ຈັດກອງປະຊຸມເພື່ອແກ້ ໄຂບັນຫາຢາເສບຕິດບໍລິເວນຊາຍ lkov;prvo;a oxtdkfgvdt]kf lkmk]tot]a f 2y ]y [xy o ຂປລ. ເມື່ອບໍ່ດົນຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ສົ່ງສານອວຍພອນເຖິງທ່ານ ເຟີດີນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ເນື່ອງໃນໂອກາດວັນ ປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດມາຍັງທ່ານ ແລະ ປະຊາຊົນຟີລິບປິນ ທຸກຖ້ວນໜ້າເນື່ອງ ໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ. ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງຕະຫລອດມາ ແລະ ປີ 2025 ນີ້, ຖືເປັນຂີດໝາຍ ທີ່ສຳຄັນທີ່ພວກເຮົາຈະໄດ້ຮ່ວມກັນ ອ່ານຕໍ່ໜ້າ 2່ າໍ່ ໜ້າ ]a f4t[ko]k;{wvgva 2-u xa [x5 'ltrk[c;f]h v, veo;p.sh cdj dko]q 'mb orkdgvdt-q o pq dl6 '7;k,lk,kfoerk c]t ]a dltotoe|h k0v'ra dK ອົງການໄອຍະການປະຊາຊົນ ຢູ່ ແຂວງສະຫວັນນະເຂດ ໂດຍການ ເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ມີ ທ່ານ ຣີຊາດ ຟີລິບປາ ຫົວໜ້າສະ ຖາບັນອິລສະຕາ ກົມຕິດຕາມກວດ ກາທົ່ວໄປ, ມີຄະນະສານປົກຄອງ, ອົງການໄອຍະການແຂວງ, ສານ ປະຊາຊົນແຂວງ, ຫ້ອງວ່າການ ປົກຄອງແຂວງ ແລະ ພາກສ່ວນ ກ່ຽວຂ້ອງຈາກ 5 ແຂວງພາກ ໃຕ້ ເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງ ຄວາມຮັບຮູ້ກ່ຽວກັບລັດທິປົກຄອງ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2025 ໂດຍການ ເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາ ແຫ່ງຊາດ. ບັນດາສະມາຊິກສະພາ ແຫ່ງຊາດ (ສສຊ) ໃນຖານະທີ່ ເປັນຕົວແທນແຫ່ງສິດ ແລະ ຜົນ ປະໂຫຍດຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນໃສ່ຮ່າງ ກົດໝາຍວ່າດ້ວຍສັງຄົມສົງເຄາະ (ສະບັບສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ທັງນີ້, ກໍ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຈະ ແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງ ສອດຄ່ອງກັບສະພາບຕົວຈິງແນ ປະຊາຊົນສູງສຸດ ໄດ້ສະເໜີຮ່າງ ກົດໝາຍວ່າດ້ວຍສານປະຊາຊົນ ສະບັບປັບປຸງ. ຈາກນັ້ນ, ບັນດາສະ ມາຊິກສະພາແຫ່ງຊາດ(ສສຊ) ໄດ້ ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ ຕາມຄຳຖາມເຈາະຈີ້ມຂອງປະທານ ກອງປະຊຸມຢ່າງກົງໄປກົງມາ ເຊິ່ງ ໂດຍລວມແລ້ວແມ່ນເຫັນດີເປັນ ເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນຂອງຮ່າງກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງທ່ານສະເໜີໃຫ້ ຕັດອອກ, ຕື່ມໃສ່ບາງເນື້ອໃນທີ່ເຫັນ ວ່າຍັງບໍ່ທັນຖືກຕ້ອງ, ສອດຄ່ອງ, ຮັດກຸມເທົ່າທີ່ຄວນ ເພື່ອເຮັດໃຫ້ຮ່າງ ປະທານສະພາແຫ່ງຊາດ, ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ(ສະບັບ ສ້າງໃໝ່). ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍພ້ອມກັນຄົ້ນຄວ້າ, ປະກອບຄຳ ຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ. ໃນໂອກາດນີ້, ທ່ານ ນາງ ແກ້ວ ຈັນທະມີໄຊ ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງກົດໝາຍວຽກ ສັງຄົມສົງເຄາະ ເຊິ່ງເປັນໜຶ່ງໃນນະໂຍບາຍດ້ານມະນຸດສະ ທຳຂອງພັກ, ລັດ ແມ່ນໜຶ່ງໃນ 3 ເສົາຄໍ້າໃນລະບົບສະຫວັດດີ ການສັງຄົມ ເຊັ່ນ: ການປະກັນສຸຂະພາບ, ປະກັນສັງຄົມ ແລະ ສັງຄົມສົງເຄາະ ເຊິ່ງໄດ້ມີການຈັດຕັ້ງປະຕິບັດແຕ່ໄລຍະການ ປະຕິວັດຊາດ ປະຊາທິປະໄຕ ເປັນຕົ້ນມາໂດຍເຮັດບົດບາດໃນ ການເບີກຈ່າຍວັດຖຸພັນໃຫ້ນັກຮົບ,
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 18/06/2025 xtgmf]k; ສະພາແຫ່ງຊາດ...່ ສານອວຍພອນ... ສະເໜີຮ່າງກົດໝາຍ...ີ່ົ ເພີ່ມຄວາມຮັບຮູ້...ີ່ັູ້ ລັດຖະບານລາວ-ໄອເອັຟຊີ...ັັີ ດ້ວຍກົດໝາຍ, ກົດໝາຍປົກຄອງ, ການຕິດຕາມກວດກາການດຳເນີນ ຄະດີປົກຄອງຂອງອົງການໄອຍະ ການປະຊາຊົນ, ການພິຈາລະນາ ຄະດີປົກຄອງຂອງສານປະຊາຊົນ, ການປະເມີນຜົນລັດຖະບັນຍັດຂອງ ປະທານປະເທດ ວ່າດ້ວຍການດໍາ ຕັດຮອນຂັ້ນຕອນການລົງທຶນ ແລະ ການດຳເນີນງານ ແລະ ປັບປຸງສະ ພາບແວດລ້ອມການດໍາເນີນທຸລະ ກິດໂດຍລວມໃນ ສປປ ລາວ. ພິທີເປີດໂຄງການຮ່ວມມືລະ ຫວ່າງກົມສົ່ງເສີມການລົງທຶນ ແລະ ອົງການການເງິນສາກົນ ເພື່ອຈັດຕັ້ງ ປະຕິບັດໂຄງການສ້າງສະພາບ ແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ການລົງທຶນຂອງພາກເອກະຊົນ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລາວ-ຟີລິບປິນ, ຂ້າພະເຈົ້າ ມີຄວາມຍິນດີເຮັດວຽກຢ່າງໃກ້ຊິດ ຮ່ວມກັບທ່ານ ເພື່ອສືບຕໍ່ເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີງາມຢູ່ແລ້ວນັ້ນໃຫ້ເລິກ ເຊິ່ງ ແລະ ມີໝາກຜົນຍິ່ງຂຶ້ນ ເພື່ອ ຜົນປະໂຫຍດຂອງປະຊາຊົນສອງ ຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງຢູ່ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໄຊມາຍັງທ່ານຈົ່ງມີສຸຂະພາບ ແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີ ກຽດສູງສົ່ງຂອງທ່ານ ແລະ ຂໍໃຫ້ ປະຊາຊົນຟີລິບປິນ ເພື່ອນມິດສືບຕໍ່ ມີຄວາມຈະເລີນກ້າວໜ້າ ແລະ ວັດ ທະນະຖາວອນຕະຫລອດໄປ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ ສົ່ງສານອວຍພອນເຖິງທ່ານ ເຟີດີ ນານ ໂຣມວນເດດ ມາກອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ຟີລິບປິນ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານ ອວຍພອນເຖິງທ່ານ ແອນຣິເກ ເອ. ມານາໂລ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ ໃນໂອກາດວັນປະກາດ ເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ ເຊັ່ນ ດຽວກັນ. ກົດໝາຍສະບັບນີ້ ສາມາດນຳໄປ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນ. ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍສານ ປະຊາຊົນໃນໄລຍະຜ່ານມາ, ລວມ ທັງເຫດຜົນ ແລະ ຄວາມຈຳເປັນ ຂອງການປັບປຸງ ເຊິ່ງກົດໝາຍສະ ບັບນີ້ ຖືໄດ້ວ່າເປັນການປັບປຸງ ຄັ້ງທີ 5. ກົດໝາຍວ່າດ້ວຍສານປະຊາຊົນ ສະບັບທຳອິດໄດ້ຖືກຮັບຮອງເອົາໃນ ປີ 1989, ໃນປີ 2003 ໄດ້ຮັບການ ປັບປຸງເທື່ອທຳອິດຕາມການປັບປຸງ ລັດຖະທຳມະນູນ, ໃນປີ 2009 ໄດ້ ຮັບການປັບປຸງເທື່ອທີ 2 ກ່ຽວກັບ ລະບົບການຈັດຕັ້ງຂອງສານປະຊາ ຊົນ, ໃນປີ 2017 ໄດ້ຮັບການປັບ ປຸງເທື່ອທີ 3 ເພື່ອໃຫ້ສອດຄ່ອງ ກັບການປັບປຸງລັດຖະທຳມະນູນ ພະນັກງານ-ພາລະກອນ ແລະ ປະຊາຊົນບັນດາ ເຜົ່າທີ່ປະສົບ ຄວາມຫຍຸ້ງຍາກ. ຢ່າງໃດກໍດີ, ບັນຫາສັງຄົມກໍມີທ່າອ່ຽງເພີ່ມຂຶ້ນ, ແບບແຜນວິຖີການດຳລົງຊີວິດ ຂອງປະຊາຊົນມີການປ່ຽນແປງ ເຮັດໃຫ້ປະຊາຊົນຈຳນວນບໍ່ໜ້ອຍ, ບໍ່ສາມາດປັບຕົວຕໍ່ກັບການປ່ຽນ ແປງໂດຍສະເພາະຜູ້ທຸກຍາກ, ຜູ້ ດ້ອຍໂອກາດ. ໃນໄລຍະຜ່ານມາ, ການໃຫ້ ການຊ່ວຍເຫລືອ, ການບໍລິການ ທາງດ້ານວັດຖຸ, ຈິດໃຈ ແລະ ການ ພັດທະນາຕໍ່ປະຊາຊົນກຸ່ມເປົ້າໝາຍ ສັງຄົມສົງເຄາະຍັງບໍ່ທັນຕອບສະ ໜອງກັບຄວາມຕ້ອງການໃນການ ດຳລົງຊີວິດທີ່ຈຳເປັນຂັ້ນພື້ນຖານ, ກົນໄກການປະສານງານ, ຄວາມ ຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີ ສ່ວນຮ່ວມຂອງສັງຄົມໃນວຽກສັງ ຄົມສົງເຄາະຍັງຈຳກັດ, ບໍ່ລວມ ສູນເຮັດໃຫ້ການຕິດຕາມ-ຄຸ້ມຄອງ ການຊ່ວຍເຫລືອສັງຄົມສົງເຄາະຍັງ ບໍ່ເປັນລະບົບ. ພ້ອມກັນນັ້ນ, ການ ຊ່ວຍເຫລືອ, ການບໍລິການຕ່າງໆ ຕໍ່ປະຊາຊົນກຸ່ມເປົ້າໝາຍຍັງແມ່ນ ລັກສະນະເປັນໃຫ້ການຊ່ວຍເຫລືອ ບັນເທົາທຸກສຸກເສີນເທົ່ານັ້ນ, ສ່ວນ ດ້ານການບໍລິການ ແລະ ການພັດ ທະນາເປົ້າໝາຍດ້ວຍການໃຫ້ຄຳ ປຶກສາ, ຄໍາແນະນໍາທັກສະການ ດຳລົງຊີວິດໃນເວລາທີ່ມີການຜະ ເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍອັນເນື່ອງ ຈາກ ນັກວິຊາການລວມທັງຄວາມ ເຂົ້າໃຈຂອງສັງຄົມ ແລະ ການສະ ໜອງງົບປະມານເຂົ້າໃສ່ວຽກສັງ ຄົມສົງເຄາະນີ້ຍັງຈໍາກັດ. ຮ່າງກົດໝາຍວ່າດ້ວຍສັງຄົມ ສົງເຄາະ ປະກອບມີ 10 ພາກ, 8 ໝອດ ແລະ 62 ມາດຕາພາຍ ຫລັງຖືກຮັບຮອງ ແລະ ປະກາດໃຊ້ ຄາດວ່າຈະເຮັດໃຫ້ມີເຄື່ອງມືການ ຄຸ້ມຄອງວຽກສັງຄົມສົງເຄາະທີ່ມີ ຜົນບັງຄັບໃຊ້ທົ່ວໄປຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການຈັດຕັ້ງ ປະຕິບັດວຽກສັງຄົມສົງເຄາະຢູ່ ພາຍໃນ ແລະ ສອດຄ່ອງກັບມາດ ຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງ ການປົກຄອງທ້ອງຖິ່ນ, ພາກສ່ວນ ທີ່ເຄື່ອນໄຫວວຽກງານສັງຄົມສົງ ເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມ ໃນວຽກນີ້ຫລາຍຂຶ້ນ; ການຈັດສັງົບ ປະມານທີ່ເປັນໝາກຜົນຂອງການ ພັດທະນາເຂົ້າໃນວຽກງານສັງຄົມ ສົງເຄາະເປັນລະບົບກວ່າເກົ່າເຊິ່ງ ຈະເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການ ພັດທະນາຢ່າງເປັນລະບົບ ແລະ ມີ ຄວາມຍືນຍົງ; ສ້າງຄວາມເຊື່ອໝັ້ນ ໃຫ້ອົງການຈັດຕັ້ງສາກົນຕໍ່ລະບົບ ປົກປ້ອງສັງຄົມ ກໍຄື ວຽກງານສັງ ຄົມສົງເຄາະ, ການຮຽນ-ການສອນ ໃນການສ້າງນັກສັງຄົມສົງເຄາະ ດີຂຶ້ນ. ຂ່າວ: ກິດຕາ; ພາບ: ຂັນໄຊ ປີ 2015, ໃນປີ 2022 ໄດ້ຮັບ ການປັບປຸງບາງມາດຕາທີ່ຕິດພັນ ກັບການແຕ່ງຕັ້ງ ແລະ ສັບປ່ຽນ ບ່ອນປະຈຳການຂອງພະນັກງານ ສານປະຊາຊົນ. ກົດໝາຍວ່າດ້ວຍ ສານປະຊາຊົນໄດ້ເປັນເຄື່ອງມື ໃຫ້ແກ່ອົງການຕຸລາການໃນການ ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງມີຄຸນນະພາບ ແລະ ມີຜົນສໍາເລັດສະແດງອອກໃນ ການພິຈາລະນາຕັດສິນ, ພິພາກສາ ຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸ ຕິທໍາໃນສັງຄົມ, ຄູ່ຄວາມ ກໍຄື ປະ ຊາຊົນມີຄວາມເຊື່ອໝັ້ນ, ເຊື່ອຖື ແລະ ພໍໃຈຕໍ່ການໄກ່ເກ່ຍ, ຕັດສິນ, ພິພາກສາຄະດີຂອງສານປະຊາຊົນ ດີຂຶ້ນຕາມລໍາດັບ ແລະ ເປັນເຄື່ອງ ມືສໍາຄັນໃນການຄຸ້ມຄອງ, ການ ເຄື່ອນໄຫວ, ການແຕ່ງຕັ້ງ, ຍົກ ຍ້າຍ, ປົດຕຳແໜ່ງ ຫລື ສັບປ່ຽນ ບ່ອນປະຈຳການ, ການຕິດຕາມ, ກວດກາຜູ້ພິພາກສາ ເພື່ອຮັບປະກັນ ໃຫ້ຜູ້ພິພາກສາມີຈັນຍາບັນ, ຈັນຍາ ທໍາ ໃນການພິຈາລະນາຕັດສິນ ແລະ ພິພາກສາຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ພາວະວິໄສ, ເຮັດໃຫ້ສັງຄົມມີຄວາມ ສະຫງົບສຸກ, ມີຄວາມເປັນລະບຽບ ຮຽບຮ້ອຍ, ປະກອບສ່ວນເຂົ້າໃນ ການສ້າງລັດທີ່ປົກຄອງດ້ວຍກົດ ໝາຍຢູ່ ສປປ ລາວ ເຂົ້າສູ່ລວງເລິກ ເທື່ອລະກ້າວ. ສຳລັບຄວາມຈຳເປັນໃນການ ປັບປຸງກົດໝາຍສະບັບນີ້, ແມ່ນ ອີງໃສ່ສະພາບຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ ຈຶ່ງ ມີຄວາມຈໍາເປັນຕ້ອງໄດ້ປັບປຸງ ບາງມາດຕາຂອງກົດໝາຍວ່າ ດ້ວຍສານປະຊາຊົນໃຫ້ມີຄວາມ ສອດຄ່ອງ ແລະ ກົມກຽວກັນ; ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດ ຕຳແໜ່ງຂອງພະນັກງານສານປະ ຊາຊົນຍັງມີກົນໄກທີ່ບໍ່ລະອຽດ, ຈະແຈ້ງ, ມີບາງອັນຊໍ້າຊ້ອນເຮັດ ໃຫ້ມີປາກົດການ ການແກ້ໄຂບຸກ ຄະລາກອນ ມີຄວາມຊັກຊ້າ, ແກ່ ຍາວ; ການຄຸ້ມຄອງ, ການຕິດຕາມ ກວດກາການປະຕິບັດໜ້າທີ່ ແລະ ການປະພຶດຂອງພະນັກງານສານ ປະຊາຊົນຍັງບໍ່ທັນຮັດກຸມ ແລະ ຜ່ານຫລາຍຂັ້ນຕອນ ໂດຍບໍ່ສົມເຫດ ສົມຜົນ. ການປັບປຸງກົດໝາຍໃນ ຄັ້ງນີ້ ແມ່ນໄດ້ປັບປຸງທັງໝົດ 6 ມາດຕາ. ພາຍຫລັງໄດ້ຮັບການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງ ການ, ກົດໝາຍສະບັບນີ້ ຈະກາຍ ເປັນເຄື່ອງມືສໍາຄັນໃຫ້ສານປະຊາ ຊົນສູງສຸດ ແລະ ສານປະຊາຊົນທ້ອງ ຖິ່ນນໍາໃຊ້ເຂົ້າໃນການຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດ ໜ້າທີ່ຂອງສານປະຊາຊົນໄດ້ຢ່າງ ມີປະສິດທິພາບ, ຮັບປະກັນໃຫ້ການ ຕັດສິນ, ພິພາກສາຄະດີມີຄວາມ ວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ເປັນທຳຍິ່ງຂຶ້ນ ແລະ ຈະເຮັດໃຫ້ ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຂອງພະນັກງານສານປະຊາ ຊົນມີຄວາມໂປ່ງໃສ, ຖືກຕ້ອງກັບສະ ພາບການຕົວຈິງ. ຂ່າວ: ທະນູທອງ; ພາບ: ພອນປະເສີດ ຈັດຂຶ້ນໃນວັນທີ 16 ມິຖຸນາ 2025 ຢູ່ນະຄອນຫລວງວຽງຈັນ ເຊິ່ງ ຜ່ານການຮ່ວມມືຄັ້ງນີ້, ກົມສົ່ງເສີມ ການການລົງທຶນ, IFC ພ້ອມກັບ ທະນາຄານໂລກ ຈະນໍາເອົາການປະ ຕິບັດທີ່ດີທີ່ສຸດໃນລະດັບສາກົນ ມາ ປັບປຸງຂັ້ນຕອນການປະມູນ, ເພີ່ມ ຄວາມໂປ່ງໃສ ແລະ ປະສິດທິພາບ ຂອງໂຄງການ PPP ພ້ອມທັງ ສະໜັບສະໜູນການລິເລີ່ມສ້າງຂີດ ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ລັດ ໂດຍນໍາໃຊ້ປະສົບການຕົວຈິງເຂົ້າ ໃນການພັດທະນາໂຄງການ PPP. ຈຸດປະສົງ ເພື່ອດຶງດູດການລົງທຶນ ເອກະຊົນເຂົ້າໃນຂະແໜງການ ສຳຄັນ ເຊັ່ນ: ກະສິກຳ, ການຂົນສົ່ງ ແລະ ກິດຈະກໍາທຸລະກິດທີ່ກ່ຽວຂ້ອງ ກັບສີຂຽວ ເຊິ່ງມີຄວາມສຳຄັນ ຕໍ່ເປົ້າໝາຍການພັດທະນາແບບ ຍືນຍົງ ແລະ ການສ້າງວຽກເຮັດ ງານທຳ. ຜ່ານການສົ່ງເສີມການ ມີສ່ວນຮ່ວມຂອງພາກເອກະຊົນ, ການເປັນຄູ່ຮ່ວມມືຈະຊ່ວຍສ້າງ ໂອກາດການສ້າງວຽກເຮັດງານ ທຳ ແລະ ເພີ່ມຄວາມເຂັ້ມແຂງໃຫ້ ແກ່ກຳລັງແຮງງານຂອງປະເທດ. ທ່ານ ວັນທະນາ ນໍລິນທາ ຫົວ ໜ້າກົມສົ່ງເສີມການລົງທຶນໄດ້ກ່າວ ວ່າ: ການອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນເອກະຊົນເປັນ ສິ່ງສຳຄັນສຳລັບການພັກດັນການ ເຕີບໂຕທາງເສດຖະກິດ ແລະ ສ້າງ ວຽກເຮັດງານທຳໃນປະເທດລາວ, ການຮ່ວມມືກັບ IFC ຈະຊ່ວຍ ພວກເຮົາປັບປຸງກອບລະບຽບກົດ ໝາຍສໍາລັບ PPP ແລະ ຕັດຮອນ ຂັ້ນຕອນການລົງທຶນໃຫ້ກະທັດ ຮັດ, ເຮັດໃຫ້ການດຳເນີນທຸລະກິດ ໃນປະເທດງ່າຍຂຶ້ນ. ການນຳໃຊ້ ຄວາມຊ່ຽວຊານຂອງ IFC, ພວກ ເຮົາສາມາດແນ່ໃຈວ່າໂຄງການ PPP ຈະໄດ້ຮັບການພັດທະນາຕາມ ມາດຕະຖານສາກົນ, ສ້າງສະພາບ ແວດລ້ອມທີ່ດີຂຶ້ນ ເພື່ອດຶງດູດການ ລົງທຶນເອກະຊົນ ໂດຍສະເພາະການ ລົງທຶນໂດຍກົງຈາກຕ່າງປະເທດ ໃນຂະແໜງອຸດສາຫະກຳທີ່ເປັນ ຍຸດທະສາດ. ທ່ານ ໂທມັດ ເຈມ ເຈຄອບ ຜູ້ຕາງໜ້າ IFC ປະຈຳພາກພື້ນ ຫວຽດນາມ, ສປປ ລາວ ແລະ ກຳປູເຈຍ ໄດ້ກ່າວວ່າ: ຜ່ານການ ເປັນຄູ່ຮ່ວມມືນີ້, IFC ຕັ້ງໃຈທີ່ຈະ ສະໜັບສະໜູນແຜນການປັບປຸງ ຂອງ ສປປ ລາວ, ຊ່ວຍປະເທດ ໃຫ້ສາມາດເພີ່ມຂີດຄວາມສາມາດ ຂອງພາກເອກະຊົນ ແລະ ຜັກດັກ ການສ້າງວຽກເຮັດງານທຳໃນອຸດ ສາຫະກຳສຳຄັນ. ການຮ່ວມມືລະຫວ່າງ IFC ແລະ ລັດຖະບານ ສປປ ລາວ ແມ່ນ ສ້າງຂຶ້ນບົນພື້ນຖານໃຫ້ການສະໜັບ ສະໜູນຢ່າງຕໍ່ເນື່ອງສໍາລັບຄວາມ ພະຍາຍາມໃນການປັບປຸງຄວາມ ສະດວກໃນການດຳເນີນທຸລະກິດ ຢູ່ພາຍໃນປະເທດ ໂດຍປັບປຸງຂັ້ນ ຕອນການເຂົ້າມາລົງທຶນ ແລະ ຂັ້ນ ຕອນການດໍາເນີນງານໃຫ້ງ່າຍຂຶ້ນ, ການເປັນຄູ່ຮ່ວມມືແມ່ນມີຈຸດປະສົງ ທີ່ຈະຫລຸດຜ່ອນອຸປະສັກສຳລັບນັກ ລົງທຶນ, ສົ່ງເສີມການພັດທະນາ ເສດຖະກິດແບບຍືນຍົງ ແລະ ສ້າງ ໂອກາດໃນການສ້າງວຽກເຮັດ ງານທຳ. ເນີນຄະດີປົກຄອງເພື່ອຍົກລະດັບ ເປັນກົດໝາຍ. ໂອກາດນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ມີຄຳເຫັນ, ທິດຊີ້ນຳ ໃຫ້ຜູ້ເຂົ້າຮ່ວມສຸມໃສ່ຮັບຟັງ, ຄົ້ນ ຄວ້າ, ປະກອບຄໍາເຫັນ, ປຶກສາຫາລື ແລກປ່ຽນກັນຢ່າງກວ້າງຂວາງ ແລະ ກົງໄປກົງມາກັບຜູ້ຊ່ຽວຊານ ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະຜູ້ທີ່ມີປະສົບການໃນ ການເຮັດວຽກຕົວຈິງທີ່ໄດ້ປະສົບ ພົບພໍ້ເຖິງຄວາມຫຍຸ້ງຍາກໃນການ ດໍາເນີນຄະດີປົກຄອງ ເພື່ອຍົກສູງ ຄຸນນະພາບ, ຮັບປະກັນການປົກ ຄອງດ້ວຍກົດໝາຍຢູ່ປະເທດເຮົາ ຢ່າງສັກສິດ, ຮັບປະກັນໃນການ ດຳເນີນຄະດີໃຫ້ມີຄວາມເຂັ້ມແຂງ. ໃນໂອກາດດຽວກັນນີ້, ທ່ານ ຄໍາເພັດ ສົມວໍລະຈິດ ພ້ອມດ້ວຍ ຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ໂດຍທ່ານເຈົ້າ ແຂວງໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານຮອງຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ ພ້ອມຄະນະທີ່ໄດ້ລົງມາເຄື່ອນ ໄຫວ ແລະ ເຮັດວຽກຢູ່ແຂວງສະ ຫວັນນະເຂດ, ພ້ອມທັງມີຄໍາເຫັນ ຈະຊ່ວຍຊຸກຍູ້ ແລະ ສະໜັບສະໜູນ ຂົງເຂດວຽກງານຍຸຕິທໍາ ໂດຍສະ ເພາະອົງການໄອຍະການປະຊາຊົນ ແຂວງ, ເຂດຢູ່ໃນແຂວງສະຫວັນນະ ເຂດ ໃຫ້ມີຄວາມສັກສິດທາງດ້ານ ກົດໜາຍ ແລະ ເຂົ້າສູ່ຂະບວນການ ຍຸຕິທໍາ, ການຍົກສູງຄຸນນະພາບທາງ ດ້ານລະດັບຄວາມຮູ້, ຄວາມສາມາດ ແກ່ບຸກຄະລາກອນຫລາຍຂຶ້ນ. ທ່ານ ຄໍາເພັດ ສົມວໍລະຈິດ ກໍໄດ້ຕາງໜ້າໃຫ້ຄະນະສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງລາຍງານການ ລົງມາເຄື່ອນໄຫວໃນຄັ້ງນີ້ ໃຫ້ ທ່ານເຈົ້າແຂວງຮັບຊາບເປັນຕົ້ນ ການຈັດກອງປະຊຸມກ່ຽວກັບການ ຕິດຕາມກວດກາການດຳເນີນຄະດີ ປົກຄອງໃຫ້ແກ່ພະນັກງານໄອຍະ ການປະຊາຊົນ, ສານປະຊາຊົນ, ຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງຈາກ 5 ແຂວງ ພາກໃຕ້ໃນລະຫວ່າງວັນທີ 11-13 ມິຖຸນາ 2025. ຂ່າວ-ພາບ: ອອປສ
xtgmf]k; 3 18/06/2025 0j k; c]t gsfdko *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າາົ່ຕົ່ງ່ງ ll- g0fg]n vd8A 'mu 4 gvq k.9.lj rk]t[q f[kf0v'8q o ບົດສະເໜີົີ ໂດຍ: ຄຳໄຕ ຈັນນນະຄອນັ 22 xu csj 'dkodegou fg8u [.spj 0tspkp8q ; 0v'dq ,;y mtpklkf{xts;a flkf dkomtsko * ກົມວິທະຍາສາດ-ປະຫວັດ ສາດ ການທະຫານ ມີຕົ້ນກຳເນີດ ມາຈາກ ການໂຮມເຂົ້າກັນຂອງ 2 ກົມນ້ອຍເອກະລາດຄື: ກົມວິທະຍາ ສາດ ການທະຫານ ຂຶ້ນກັບກົມ ໃຫຍ່ ເສນາທິການກອງທັບ ແລະ ກົມປະ ຫວັດສາດ ການທະຫານ ຂຶ້ນກັບ ກົມໃຫຍ່ການເມືອງກອງທັບ ໂດຍ ອີງຕາມການເຕີບໃຫຍ່ຂະຫຍາຍ ຕົວຂອງທຸກກໍາລັງໃນກອງທັບປະ ຊາຊົນລາວ ກໍ່ຄືຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນ ໄລຍະໃໝ່ 2 ກົມນ້ອຍດັ່ງກ່າວ ຈຶ່ງ ໄດ້ໂຮມເຂົ້າກັນ, ຈັດຕັ້ງເປັນກົມວິ ທະຍາສາດ-ປະຫວັດສາດ ການທະ ຫານ, ໂດຍແມ່ນກະຊວງປ້ອງກັນ ປະເທດຕົກລົງ ອະນຸມັດ ຕາມຂໍ້ຕົກ ລົງສະບັບເລກທີ 813/ກປທ, ລົງ ວັນທີ 10 ມິຖຸນາ 2003. ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ເລຂາຄະນະພັກ, ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ຮູ້ວ່າ: ການສ້າງ ຕັ້ງກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນຂີດໝາຍໜຶ່ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ຕໍ່ ວຽກງານຄົ້ນຄວ້າວິທະຍາສາດປະຫວັດສາດ ການທະຫານ ເມື່ອໄດ້ ຮັບການສ້າງຕັ້ງຂຶ້ນ, ກົມວິທະຍາ ສາດ-ປະຫວັດສາດ ການທະຫານ ກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆ ເຊິ່ງເບື້ອງຕົ້ນ, ການ ກຳນົດພາລະບົດບາດ, ໜ້າທີ່, ສິດ, ລະບົບການຈັດຕັ້ງ ແລະ ໂຄງປະ ກອບວຽກງານແມ່ນຍັງບໍ່ທັນເປັນ ລະບົບຄົບຊຸດ, ແຕ່ພາຍຫລັງກອງ ປະຊຸມວຽກງານວິທະຍາສາດ-ປະ ຫວັດສາດ ການທະຫານທົ່ວກອງ ທັບ, ຄັ້ງທີ I ປີ 2004, ການຈັດຕັ້ງ ໂຄງປະກອບວຽກງານ ວິທະຍາ ສາດ-ປະຫວັດສາດ ການທະຫານ ຈຶ່ງໄດ້ຮັບການປັບປຸງບູລະນະຄືນ ໃໝ່ ໃຫ້ເຂົ້າສູ່ລະບຽບການ ແລະ ເປັນລະບົບຄົບຊຸດ ແຕ່ຂັ້ນກະຊວງ ລົງເຖິງກົມກອງ-ທ້ອງຖິ່ນ. ຈາກ ນັ້ນ, ມາຮອດທ້າຍປີ 2021 ກົມ ໃຫຍ່ເສນາທິການກອງທັບ ກະຊວງ ປ້ອງກັນປະເທດ ຈຶ່ງໄດ້ມີຂໍ້ຕົກລົງ ວ່າດ້ວຍໂຄງປະກອບການຈັດຕັ້ງ, ຕຳແໜ່ງງານ ແລະ ຈໍານວນພົນ. ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຍົກລະດັບຂຶ້ນເປັນ ກົມກາງ ຂຶ້ນກັບກະຊວງປ້ອງກັນ ປະເທດ, ໂດຍປະກອບມີຄະນະກົມ 4 ສະຫາຍ, ຫົວໜ້າກົມ 1 ສະຫາຍ, ຮອງກົມ 3 ສະຫາຍ, ມີຈຳນວນພົນ ທັງໝົດ 191 ສະຫາຍ, ຍົກບັນດາ ພະແນກຂຶ້ນເປັນຂັ້ນຫ້ອງ ແລະ ຂັ້ນ ຂະແໜງຂຶ້ນເປັນພະແນກ ມີ 5 ຫ້ອງ 21 ພະແນກຂຶ້ນກັບຫ້ອງ ແລະ 3 ພະແນກເອກະລາດຂຶ້ນກັບກົມໂດຍ ກົງ. ປັດຈຸບັນກົມກຳລັງພົນ ມີການ ປັບປຸງພາລະບົດບາດ, ໜ້າທີ່, ສິດ ແລະ ໂຄງປະກອບການຈັດຕັ້ງ ໃຫ້ ແທດເໝາະກັບສະພາບການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວໃນແຕ່ລະໄລຍະ ເພື່ອ ນໍາສະເໜີຂັ້ນເທິງຕົກລົງອະນຸມັດ. * ທ່ານ ຄໍາດີ ວົງລ້ອມ ປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນໃນໂອກາດເຂົ້າຮ່ວມກອງປະ ຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາແຫ່ງຊຸດທີ IX ວ່າ: ໃນໄລ ຍະຜ່ານມາ ຄະນະ ສສຊ, ສສຂ ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນໃນການ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງ ຊາດກໍ່ຄືຂອງສະມາຊິກສະພາປະ ຊາຊົນແຂວງ ໃນນາມເປັນຕົວແທນ ຂອງປະຊາຊົນບັນດາເຜົ່າ ຊາວ ແຂວງອຸດົມໄຊ ໃນການເຄື່ອນໄຫວ ວຽກງານ 6 ເດືອນຕົ້ນປີຜ່ານມາ ທີ່ກໍານົດໄວ້ໃນກົດໝາຍ ແລະ ສາ ມາດຍາດໄດ້ຜົນສໍາເລັດຫລາຍ ດ້ານດັ່ງນີ້: ດ້ານນິຕິບັນຍັດ; ຄະນະສະມາ ຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ ກໍ່ຄື ບັນດາທ່ານສະມາຊິກສະພາປະຊາ ຊົນແຂວງ ໄດ້ຄົ້ນຄວ້າປະກອບຄໍາ ເຫັນໃສ່ການສ້າງ ແລະ ປັບປຸງກົດ ໝາຍ ທັງໝົດ 12 ສະບັບ (ສ້າງໃໝ່ 2 ສະບັບ ແລະ ປັບປຸງ 10 ສະບັບ) ແລະ ຮ່ວມກັບອົງການປົກຄອງ ແຂວງຈັດຕັ້ງທາບທາມຮ່າງລັດຖະ ທໍາມະນູນ ສະບັບປັບປຸງປີ 2025; ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ ຮ່າງນິຕິກໍາໃຕ້ກົດໝາຍຂອງແຂວງ ແລະ ຮັບຮອງເອົາໃນກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະ ພາປະຊາຊົນ ແຂວງອຸດົມໄຊ ຊຸດ ທີ II ຈໍານວນ 1 ສະບັບ. ສ່ວນດ້ານຕົກລົງບັນຫາສໍາຄັນ ຂອງແຂວງ; ໄດ້ຮັບຮອງເອົາບັນ ຫາສໍາຄັນພື້ນຖານຂອງແຂວງເປັນ ຕົ້ນ: ແຜນພັດທະນາເສດຖະກິດສັງຄົມຂອງແຂວງ, ແຜນງົບປະ ມານແຫ່ງລັດຂອງແຂວງ, ບົດລາຍ ງານອົງການກວດສອບ, ການເຄື່ອນ ໄຫວຂອງສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນ ແຂວງ ແລະ ບັນຫາອື່ນໆ ຂອງ ແຂວງຈໍານວນໜຶ່ງ; ຢູ່ຂັ້ນແຂວງ ກໍ່ ໄດ້ເປີດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຂຶ້ນ ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົງ ຈັກການຈັດຕັ້ງຂອງອົງການປົກ ຄອງແຂວງ; ຂະນະທີ່ດ້ານຕິດຕາມ ກວດກາ; ໄດ້ເຄື່ອນໄຫວຕິດຕາມ ກວດກາໂຄງການກໍ່ສ້າງພະລັງ ງານໄຟຟ້າແສງຕາເວັນຢູ່ເມືອງ ໄຊ ແລະ ເມືອງນາໝໍ້, ຕິດພັນກັບ ການກໍ່ສ້າງເສັ້ນທາງຄົມມະນາຄົມ ຂອງແຂວງອຸດົມໄຊ ໃນເມືອງໄຊ, ນາໝໍ້, ແບງ ແລະ ເມືອງຮຸນ; ຮ່ວມ ກັບກໍາມາທິການສະມາຊິກສະພາ ແຫ່ງຊາດ ລົງເຄື່ອນໄຫວຕິດຕາມ, ເກັບກໍາຂໍ້ມູນ, ປຶກສາຫາລືກ່ຽວກັບ ວຽກ ງານການເລືອກຕັ້ງ ສສຊສສຂ, ຕິດຕາມກວດກາການຈັດ ຕັ້ງປະຕິບັດວຽກງານຂົງເຂດຍຸຕິ ທໍາ ແລະ ປກຊ-ປກສ ຢູ່ເມືອງນາ ໝໍ້, ເມືອງໄຊ ແລະ ເມືອງຮຸນ; ຕິດ ຕາມກວດກາການຂຸດຄົ້ນແຮ່ທາດ, ຮ່ວມກັບພະແນກການກ່ຽວຂ້ອງ ລົງຊຸກຍູ້ການປູກພືດລະດູແລ້ງ ໃນ 7 ເມືອງຂອງແຂວງອຸດົມໄຊ; ຮ່ວມກັບກໍາມາທິການວັດທະນະ ທໍາ-ສັງຄົມສະພາແຫ່ງຊາດ, ລົງ ຕິດຕາມກວດກາການຈັດຕັ້ງປະຕິ ບັດວຽກງານໃນຂົງເຂດວັດທະນະ ທໍາ-ສັງຄົມ ແລະ ບັນດາເຜົ່າ; ຕິດ ຕາມກວດກາການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ, ການປະລະໜ້າ ທີ່ຂອງຄູ ແລະ ການປະລະການ ຮຽນຂອງນັກຮຽນ, ການນໍາໃຊ້ບັດ ອປລ, ແພດໝໍລາອອກໄປເຮັດ ທຸລະກິດທາງນອກ ຫລື ນໍາເອກະ ຊົນ ແລະ ຍັງສົມທົບກັບຄະນະປະ ຈໍາສະພາປະຊາຊົນແຂວງ ລົງຕິດ ຕາມກວດກາການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງທີ່ເມືອງ ນາໝໍ້, ຕິດພັນກັບການເກັບກໍາສະ ພາບຫາງສຽງສັງຄົມ, ຜົນກະທົບ ຈາກໂຄງການລົງທຶນຕໍ່ພໍ່ແມ່ປະຊາ ຊົນ ເພື່ອສະເໜີໃຫ້ພາກສ່ວນກ່ຽວ ຂ້ອງແກ້ໄຂຕາມພາລະບົດບາດ. ສຳລັບການລົງພົບປະປະຊາ ຊົນນັ້ນ, ໄດ້ນໍາເອົາຜົນສໍາເລັດຂອງ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງອຸດົມ ໄຊ ຊຸດທີ II ແລະ ຜົນສໍາເລັດຂອງ ກອງປະຊຸມສະໄໝວິສາມັນເທື່ອ ທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝວິສາ ມັນ ເທື່ອທີ 1 ຂອງສະພາປະຊາ ຊົນແຂວງ ທີ II ໄປເຜີຍແຜ່ໃຫ້ປະ ຊາຊົນໄດ້ເກືອບ 120 ຈຸດ, ມີຜູ້ເຂົ້າ ຮ່ວມຮັບຟັງ 10.761 ເທື່ອຄົນ, ຍິງ 4.152 ເທື່ອຄົນ; ຕິດພັນກັບ ການເກັບກໍາຄຳສະເໜີຂອງປະຊາ ຊົນບັນດາເຜົ່າ ເພື່ອສັງລວມ ແລະ ສົ່ງໃຫ້ພາກສ່ວນກ່ຽວຂ້ອງພິຈາລະ ນາແກ້ໄຂຕາມພາລະບົດບາດ; ພ້ອມ ກັນນັ້ນ, ກໍ່ໄດ້ຮັບຕ້ອນພົນລະເມືອງ ເຂົ້າພົບໃຫ້ຄໍາປຶກສາ, ແນະນໍາ, ອະ ທິບາຍທາງດ້ານກົດໝາຍແກ່ພົນ ລະເມືອງໄດ້ 17 ຕັ້ງ, ມີ 21 ເທື່ອ ຄົນ ແລະ ຮັບຄໍາຮ້ອງຂໍຄວາມເປັນ ທໍາ 11 ເລື່ອງ, ອາຍາ 2 ເລື່ອງ, ແພ່ງ 1 ເລື່ອງ, ບໍລິຫານ 8 ເລື່ອງ ແລະ ໄດ້ສົ່ງໃຫ້ຄະນະກໍາມະການ ກ່ຽວຂ້ອງ ປະສານສົມທົບກັບພະ ແນກການ-ອົງການກ່ຽວຂ້ອງຄົ້ນ ຄວ້າແກ້ໄຂຕາມພາລະບົດບາດ. ນອກຈາກນີ້ ຄະນະປະຈໍາສະ ພາປະຊາຊົນແຂວງອຸດົມໄຊ ຂອງ ພວກເຮົາ ໄດ້ເປີດກອງປະຊຸມຄະນະ ປະຈໍາ ເພື່ອຄົ້ນຄວ້າພິຈາລະນາ ຮັບຮອງເອົາວຽກງານຕ່າງໆ ທີ່ ສໍາຄັນ ແລະ ຮີບດ່ວນຕາມການ ສະເໜີຂອງທ່ານເຈົ້າແຂວງເປັນ ຕົ້ນແມ່ນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການຈັດແບ່ງແຜນ ລາຍຈ່າຍເງິນເກີນແຜນ ປີ 2024 ນໍາໃຊ້ ປີ 2025, ຮັບຮອງເອົາການ ຈັດສັນເງິນເກີນແຜນ ປີ 2024 ເຂົ້າໃນການຊໍາລະໜີ້ສິນໂຄງການ ລົງທຶນຂອງລັດ ປີ 2025 ຂອງ ແຂວງ, ຮັບຮອງເອົາການສະເໜີ ອອກພັກການ-ຮັບອຸດໜູນບໍານານ ຂອງການນໍາ, ຄົ້ນຄວ້າ, ພິຈາລະ ນາ ແລະ ຮັບຮອງເອົາການດັດແກ້ ມູນຄ່າໂຄງການລົງທຶນຂອງລັດ, ຮັບຮອງເອົາການຫັນປ່ຽນປະເພດ ດິນກະສິກໍາໄປເປັນດິນປຸກສ້າງ, ຮັບຮອງເອົາແຜນການລົງທຶນຂອງ ລັດປະຈໍາປີ 2025 ຂອງແຂວງ (ທຶນພັດທະນາຊຸມຊົນ) ແລະ ຮັບຮອງເອົາແຜນການລົງທຶນຂອງ ລັດ ປີ 2025 ຂອງແຂວງອຸດົມໄຊ ແລະ ອື່ນໆ. * ໃນ 5 ປີຕໍ່ໜ້າ ເມືອງລະມາມ ແຂວງເຊກອງ ຈະສຸມໃສ່ສົ່ງເສີມ ການຜະລິດເປັນສິນຄ້າ ເພື່ອຍູ້ແຮງ ການພັດທະນາໃຫ້ເຂັ້ມແຂງ ໂດຍ ຈະປະຕິບັດ 6 ເປົ້າໝາຍ 25 ວຽກ ຈຸດສຸມ ແລະ 204 ໂຄງການ. ໃນ ນີ້, ຈະສຸມໃສ່ການສ້າງພື້ນຖານ ໂຄງລ່າງທີ່ເຂັ້ມແຂງ, ນໍາໃຊ້ທ່າ ແຮງ, ກາລະໂອກາດທີ່ຕັ້ງ, ເຂົ້າ ຮ່ວມການຮ່ວມມື, ການເຊື່ອມໂຍງ ພາກພື້ນ ແລະ ສາກົນ ເພື່ອຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ, ມີ ຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ. ທ່ານ ບົວໄລ ວິໄລວົງ ຮອງ ເລຂາພັກເມືອງ, ຮັກສາການເຈົ້າ ເມືອງລະມາມ ລາຍງານໃນກອງ ປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະ ນະພັກເມືອງລະມາມ ເມື່ອບໍ່ດົນນີ້ ວ່າ: ໃນ 5 ປີຕໍ່ໜ້າ, ເມືອງລະມາມ ຈະສູ້ຊົນເຮັດໃຫ້ການເຕີບໂຕທາງ ດ້ານເສດຖະກິດຂະຫຍາຍຕົວເພີ່ມ ຂຶ້ນໃນລະດັບ 6% ຕໍ່ປີ, ຮອດປີ 2029 ເຮັດໃຫ້ລວມຍອດຜະລິດ ຕະພັນພາຍໃນ (GO) ບັນລຸໄດ້ 1.311,89 ຕື້ກີບ, ສະເລ່ຍຕໍ່ຫົວ ຄົນເທົ່າກັບ 28,62 ລ້ານກີບຕໍ່ຄົນ; ເອົາໃຈໃສ່ປັບປຸງໂຄງປະກອບເສດ ຖະກິດ, ຖືເອົາກະສິກໍາຕິດແໜ້ນກັບ ອຸດສາຫະກໍາປຸງແຕ່ງ ແລະ ການ ບໍລິການ ໂດຍພັດທະນາໄປຕາມ ທິດເສດຖະກິດພູມປັນຍາ, ຫັນເປັນ g,n v']t,k, 9tl5 ,.lj lqj 'glu ,dkozt]y f gxa oly o7h k grn j vp6 h cI'dkora fmtok.sh g0A ,c0' ອຸດສາຫະກໍາ ແລະ ທັນສະໄໝ ເພື່ອ ສ້າງຄວາມຫລາກຫລາຍ ແລະ ສ້າງມູນຄ່າເພີ່ມຂອງການຜະລິດ ສິນຄ້າ ແລະ ການບໍລິການ; ສືບຕໍ່ຍູ້ ແຮງການຄ້າໃຫ້ເຂົ້າສູ່ລະບົບ ແລະ ກາຍເປັນຕ່ອງໂສ້ຕົ້ນຕໍຂອງລະບົບ ເສດຖະກິດ, ທັງເປັນຖານລາຍຮັບ ງົບປະມານທີ່ໝັ້ນຄົງ ແລະ ຍືນຍົງ; ຊຸກຍູ້ສົ່ງເສີມການປູກຝັງ-ການ ລ້ຽງ ທີ່ເປັນທ່າແຮງຂອງເມືອງ ເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ ເປັນຕົ້ນການປູກເຂົ້າ, ປູກ ຕົ້ນໄມ້ໃຫ້ໝາກ, ການລ້ຽງສັດແບບ ເປັນຟາມ; ຊຸກຍູ້ສົ່ງເສີມ ແລະ ຂະ ຫຍາຍໂຮງງານອຸດສາຫະກໍາປຸງ ແຕ່ງຜະລິດຕະພັນກະສິກໍາ, ສົ່ງ ເສີມຫັດຖະກໍາຈັກສານ, ຕໍ່າແຜ່ນ ແພຊົນເຜົ່າທີ່ເປັນເອກະລັກ ເພື່ອ ແປຮູບເປັນຜະລິດຕະພັນຕ່າງໆ; ພັດທະນາການທ່ອງທ່ຽວທໍາມະ ຊາດ, ວັດທະນະທໍາ, ປະຫວັດສາດ ແລະ ກະສິກໍາໃຫ້ມີຄຸນນະພາບຕາມ ທິດສີຂຽວ ແລະ ຍືນຍົງ; ພັດທະນາ ພື້ນຖານໂຄງລ່າງ, ການສຶກສາສາທາລະນະສຸກ ແລະ ເສັ້ນທາງ ຄົມມະນາຄົມ ເພື່ອຮັບປະກັນການ ເຊື່ອມໂຍງຢ່າງເປັນລະບົບ, ສ້າງ ເງື່ອນໄຂອໍານວຍຄວາມສະດວກ ດຶງດູດການລົງທຶນ, ການຜະລິດ ຂອງປະຊາຊົນ, ການຂົນສົ່ງສິນຄ້າ ແລະ ອື່ນໆ. ພ້ອມນີ້, ກໍເອົາໃຈໃສ່ພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ຕາມທິດ 3 ສ້າງ ໂດຍຖືເອົາ ການເຕົ້າໂຮມບ້ານນ້ອຍເຂົ້າເປັນ ບ້ານໃຫຍ່ ຕິດພັນກັບການຈັດສັນ ອາຊີບຄົງທີ່ຖາວອນໃຫ້ປະຊາຊົນ; ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງ ລ່າງ, ສ້າງຕັ້ງກຸ່ມການຜະລິດ, ກໍາ ນົດເຂດການຜະລິດ ແລະ ສົ່ງເສີມ ການຜະລິດ; ຮອດປີ 2029 (ປະຕິ ບັດຕາມດໍາລັດ 348/ລບ) ຄອບ ຄົວທຸກຍາກໃຫ້ຍັງເຫລືອ 685 ຄອບຄົວ ກວມເອົາ 9,17%, ບ້ານ ທຸກຍາກໃຫ້ຍັງເຫລືອ 7 ບ້ານ ກວມ ເອົາ 15,55%, ສ້າງຄອບຄົວ ພັດທະນາໃຫ້ໄດ້ 4.561 ຄອບຄົວ ກວມເອົາ 61,09% ແລະ ສ້າງ ບ້ານພັດທະນາໃຫ້ໄດ້ຕື່ມອີກ 17 ບ້ານ (ລວມເປັນ 25 ບ້ານ) ກວມ ເອົາ 55,55% ຂອງບ້ານທັງໝົດ ທົ່ວເມືອງ. ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງເປັນອົງການໜຶ່ງ ທີ່ຂຶ້ນກັບກະຊວງປ້ອງກັນປະເທດ ໂດຍກົງ, ເປັນເສນາທິການ ດ້ານ ວຽກງານຄົ້ນຄວ້າ ວິທະຍາສາດປະຫວັດສາດ ການທະຫານ ໃຫ້ແກ່ ກະຊວງປ້ອງກັນປະເທດ ພາຍຫລັງ ໄດ້ຮັບການຈັດຕັ້ງເປັນກົມວິທະຍາ ສາດ-ປະຫວັດສາດ ການທະຫານ, ຄະນະພັກ, ຄະນະບັນຊາກົມ ກໍ່ໄດ້ ຮີບຮ້ອນຄົ້ນຄວ້າເຊື່ອມຊຶມພາລະ ບົດບາດ, ໜ້າທີ່ ເບື້ອງຕົ້ນ ແລະ ໄດ້ ຈັດຕັ້ງຜັນຂະຫຍາຍ, ແບ່ງປັນຂອບ ເຂດຮັບຜິດຊອບໃຫ້ແຕ່ລະສະຫາຍ ຄະນະກົມ, ພ້ອມທັງມອບໝາຍໜ້າ ທີ່ຄົ້ນຄວ້າວິທະຍາສາດ-ປະຫວັດ ສາດ ຕາມພາລະບົດບາດ, ໜ້າທີ່ ຂອງແຕ່ລະຫ້ອງ ແລະ ເຮັດວຽກ ຮັບປະກັນໃຫ້ແກ່ການເຄື່ອນໄຫວວິ ຊາສະເພາະຕາມແຕ່ລະຂະແໜງວິ ຊາການ ກົມວິທະຍາສາດ-ປະຫວັດ ສາດ ການທະຫານ, ເຖິງຈະມີອາຍຸ ຍັງອ່ອນນ້ອຍ ຖ້າທຽບໃສ່ກົມກາງ ອື່ນໆ ແຕ່ກໍ່ໄດ້ຮັບໜ້າທີ່ໃນການຄົ້ນ ຄວ້າປະຫວັດສາດຂອງກອງທັບ, ບັນດາບັ້ນຮົບໃຫຍ່, ນ້ອຍ ໃນຂອບ ເຂດທົ່ວປະເທດ, ຄົ້ນຄວ້າທິດສະດີ ແລະ ຄົ້ນຄວ້າບັນດາອຸປະກອນຮັບ ໃຊ້ເຂົ້າ ໃນການທະຫານ, ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄົ້ນຄວ້າປະຫວັດການເຄື່ອນ ໄຫວຕໍ່ສູ້ກູ້ຊາດຂອງບັນດາການ ນໍາ, ບຸກຄົນສໍາຄັນຂອງຊາດທີ່ມີຜົນ ງານອັນພົ້ນເດັ່ນທາງການທະຫານ.
RkJQdWJsaXNoZXIy MTc3MTYxMQ==