ຂປລ
ກອງປະຊຸມ ສຸດຍອດ ຈີນ-ອາຊີກາງ ຄັ້ງທີ 2 ໄດ້ຈັດຂຶ້ນ ຢູ່ຫໍເອກະລາດ ທີ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 17 ມິຖຸນານີ້, ກອງປະຊຸມ ສຸດຍອດ ຈີນ-ອາຊີກາງ ຄັ້ງທີ 2 ໄດ້ຈັດຂຶ້ນ ຢູ່ຫໍເອກະລາດ ທີ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ. ນຳໂດຍ ທ່ານ ຄາຊິມ ໂຈມັດ ໂຕຄາເຢັຟ ປະທານາທິບໍດີ ກາຊັກສະຖານ ເປັນເຈົ້າພາບ ແລະ ມີທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ພ້ອມດ້ວຍ ປະມຸກລັດ ຈາກປະເທດຕ່າງໆ ໄດ້ເຂົ້າຮ່ວມ ກອງປະຊຸມ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ກ່າວຄຳປາໄສ ທີ່ມີຫົວຂໍ້ວ່າ “ສົ່ງເສີມນ້ຳໃຈ ຈີນ-ອາຊີກາງ ເພື່ອຊຸກຍູ້ ໃຫ້ການຮ່ວມມື ໃນພາກພື້ນ ໄດ້ຮັບການພັດທະນາ ດ້ວຍຄຸນນະພາບສູງ”. ພ້ອມທັງກ່າວເນັ້ນວ່າ: ໃນທາງປະຕິບັດໄລຍະຍາວ ໄດ້ຄົ້ນຄວ້າແລະສ້າງ “ນ້ຳໃຈຈີນ-ອາຊີກາງ” ທີ່ “ເຄົາລົບນັບຖື ເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ, ຕ່າງຝ່າຍ ຕ່າງໄດ້ຮັບ ຜົນປະໂຫຍດ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ຊຸກຍູ້ ການຫັນເປັນ ທັນສະໄໝ ຮ່ວມກັນ ດ້ວຍການພັດທະນາ ທີ່ມີຄຸນນະພາບສູງ”. ສປ ຈີນ ພວມຊຸກຍູ້ພາລະກິດ ທີ່ຍິ່ງໃຫຍ່ ໃນການສ້າງສາ ປະເທດ ໃຫ້ເຂັ້ມແຂງ, ຟື້ນຟູຄວາມຈະເລີນຮຸ່ງເຮືອງ ຂອງປະຊາຊາດຈີນ ຢ່າງຮອບດ້ານ ດ້ວຍຄວາມທັນສະໄໝ ແບບຈີນ, ບໍ່ວ່າ ສະຖານະການສາກົນ ຈະປ່ຽນແປງໄປ ຄືແນວໃດ, ສປ ຈີນ ຈະຍຶດໝັ້ນ ການເປີດປະຕູ ສູ່ພາຍນອກ ຢ່າງບໍ່ຫວັ່ນໄຫວ ຄອນແຄນ ແລະ ສະເໝີຕົ້ນ ສະເໝີປາຍ. ສປ ຈີນ ຍິນດີຮ່ວມກັບ ບັນດາປະເທດ ອາຊີກາງ ດຳເນີນ ການຮ່ວມມື ທີ່ມີຄຸນນະພາບສູງກວ່າເກົ່າ, ລົງເລິກ ການເຊື່ອມໂຍງ ເຊື່ອຈອດກັນ ທາງຜົນປະໂຫຍດ, ບັນລຸການພັດທະນາ ຮ່ວມກັນ ແລະ ຊຸກຍູ້ໃຫ້ການຮ່ວມມື ລະຫວ່າງ ສປ ຈີນ-ອາຊີກາງ ໄດ້ຮັບໝາກຜົນໃໝ່ ຢ່າງບໍ່ຢຸດຢັ້ງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL