ສສຊ ສະເໜີໃຫ້ລັດຖະບານ ສຸມທຶນຮອນ ພັດທະນາລະບົບການສຶກສາ ໃຫ້ຫລາຍຂຶ້ນກວ່າເກົ່າ

18/06/2025 20:15
ຂປລ ຂປລ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນາ 2025 ນີ້, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສາມັນສຶກ ສະບັບສ້າງໃໝ່.



ຂປລ. ໃນກອງປະຊຸມສະໄໝສາມັນ ເທື່ອທີ
9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນາ 2025   ນີ້, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສາມັນສຶກ ສະບັບສ້າງໃໝ່. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ທາງດ້ານໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງທ່ານ ສະເໜີ ໃຫ້ປັບປຸງ, ຕັດອອກ, ຕື່ມໃສ່ບາງເນື້ອໃນຢູ່ບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຖືກຕ້ອງ, ສອດ ຄ່ອງ, ຮັດກຸມ ເທົ່າທີ່ຄວນ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ຖືກຕ້ອງ, ຮັດກຸມ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ  ປະສິດສິຜົນ. ພ້ອມນີ້, ສສຊ ຍັງໄດ້ສະເໜີໃຫ້ລັດຖະບານ ສຸມທຶນຮອນ ເຂົ້າໃສ່ການພັດທະນາ ລະບົບການສຶກສາ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫລີກ.

​ທ່ານ ທັນຕາ ກອງຜາລີ ສສຊ ປະຈໍາເຂດເລືອກຕັ້ງ 18 ແຂວງໄຊສົມບູນ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ສ້າງຮ່າງກົດໝາຍສະບັບນີ້ ເຊິ່ງເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍສະບັບນີ້ ແນໃສ່ຫລຸດຜ່ອນອັດຕາການປະລະຂອງນັກຮຽນ ແລະ ເພີ່ມຄວາມຮັບຜິດ ຊອບຂອງ ພໍ່, ແມ່ ຫລື ຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ສົ່ງເສີມລູກຫລານ ໃນເກນອາຍຸໃຫ້ເຂົ້າຮຽນ ໂດຍສະເພາະ ແມ່ນການສຶກສາພາກບັງຄັບ, ທັງຊຸກຍູ້ ແລະ ສົ່ງເສີມການລົງທຶນທັງພາກລັດ ແລະ ເອ ກະຊົນ ເຂົ້າໃສ່ວຽກງານສາມັນສຶກສາໃຫ້ຫລາຍຂຶ້ນ, ທັງເຮັດໃຫ້ການຄຸ້ມຄອງ, ບໍລິຫານວຽກງານສາ ມັນສຶກສາ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງຮັບປະກັນຄຸນນະພາບການສຶກສາ ສອດຄ່ອງ ກັບສະພາບການປ່ຽນແປງໃນໄລຍະໃໝ່.

ໂອກາດ​ນີ້, ທ່ານ ທັນຕາ ກອງຜາລີ ຍັງໄດ້​ໃຫ້​ສໍາພາດ​ຕໍ່​ສື່​ມວນ​ຊົນ ຕໍ່​ກັບ​ຮ່າງ​ກົດໝາຍ​ດັ່ງກ່າວ​ເຊິ່ງທ່ານ​ໄດ້ສະເໜີໃຫ້ ລັດຖະບານ ສຸມທຶນຮອນ ເຂົ້າໃສການພັດທະນາລະບົບການສຶກສາ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ພັດທະນາພື້ນຖານໂຄງລ່າງດ້ານການສຶກສາ ເຂດຫ່າງໄກສອກຫລີກ ເປັນຕົ້ນ ອາຄານຮຽນ, ທີ່ພັກຄູ-ນັກຮຽນ, ຊຸກຍູ້ສົ່ງເສີມອາຫານທ່ຽງໃນໂຮງຮຽນ ແລະ ອື່ນໆ ເພື່ອເຮັດໃຫ້ລະບົບການສຶກສາ ຢູ່ ສປປ ລາວ ກໍຄື ຢູ່ເຂດຫ່າງໄກສອກຫລີກ ໄດ້ຮັບການພັດທະນາ ແນໃສ່ຫລີກລ່ຽງການປະລະການຮຽນ ໃຫ້ຫລຸດລົງເທື່ອລະກ້າວ.  ພ້ອມນີ້, ລັດຕ້ອງສ້າງເງື່ອນໄຂ ຮັບປະກັນໃຫ້ພົນລະເມືອງລາວ ໄດ້ເຂົ້າເຖິງສາມັນສຶກສາ ຢ່າງສະເໜີພາບ ແລະ ທົ່ວເຖິງ. ໃນໄລຍະຜ່ານມາ ເຖິງວ່າກົດໝາຍວ່າດ້ວຍການສຶກສາ ໃນປີ 2015 ໄດ້ກໍານົດວ່າ ລັດຕ້ອງຈັດສັນງົບປະມານ ໃຫ້ຂະແໜງການສຶກສາໃຫ້ເພີ່ມຂຶ້ນຈົນບັນລຸ 18% ຂອງລາຍຈ່າຍງົບປະມານແຫ່ງລັດ ກໍຕາມ ແຕ່ການປະຕິບັດຕົວຈິງຜ່ານມາໄດ້ແຕ່ 13-14% ຂອງລາຍຈ່າຍງົບປະມານປະຈໍາປີເທົ່ານັ້ນ. ບັນຫານີ້ ຕ້ອງບຸກທະລຸໃຫ້ໄດ້ ແລະ ກໍານົດໃຫ້ແຈ້ງຢູ່ໃນກົດໝາຍສະບັບນີ້.

ທ່ານ ທັນຕາ ກອງຜາລີ ຍັງໃຫ້ຮູ້ອີກວ່າ: ສະເພາະ ສະພາບການສຶກສາຢູ່ພາຍໃນແຂວງໄຊສົມ ບູນ ຕົນເອງໄດ້ລົງພົບປະປະຊາຊົນຢູ່ຫລາຍເມືອງ ​ເຊິ່ງບັນຫາສໍາຄັນຫລາຍທີ່ສຸດ ແມ່ນເລື່ອງງົບປະມານ ການສຶກສາ ໃນການບໍລິຫານໂຮງຮຽນຕ່າງໆ ແມ່ນບໍ່ພຽງພໍ, ຂາດງົບປະມານສ້ອມແປງ ໂຕະ-ຕັ່ງ ທີ່ເປ່ເພ, ອາຄານຮຽນທີ່ເກົ່າ ​ແລະ ພື້ນຖານໂຄງລ່າງຕ່າງໆ ໂຄງການອາຫານກາງເວັນຂອງນັກຮຽນ ກໍບໍ່ໄດ້ຮັບການຊ່ວຍເຫລືອ ຍ້ອນວ່າຍັງກຽມເງື່ອນໄຂຕ່າງໆບໍ່ທັນໄດ້. ສຳລັບ ບັນຫາການປະລະການຮຽນ ຕົ້ນຕໍ ແມ່ນເກີດຈາກຄວາມທຸກຍາກຂາດເຂີນ ຂອງບາງຄອບຄົວ. ສະນັ້ນ, ລັດຖະບານ ແລະ ທຸກພາກ ສ່ວນໃນສັງຄົມ ຕ້ອງໄດ້ພ້ອມກັນເຮັດແນວໃດ ໃຫ້ວຽກງານການສຶກສາ ໄດ້ຮັບການພັດທະນາ ແລະ ບຸກທະລຸ ເພື່ອໃຫ້ລູກຫລານຂອງພວກເຮົາ ໄດ້ຮັບການສຶກສາທຸກທົ່ວໜ້າ ບໍ່ໃຫ້ປະປ່ອຍໃຜໄວ້ຂ້າງຫລັງ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາຫລວງພະບາງການເມືອງ

      ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາຫລວງພະບາງ

      6/18/2025 8:28:57 PM

      ຂປລ. ໃນວັນທີ 17 ມິຖຸນາ 2025, ທີ່ກະຊວງການຕ່າງປະເທດ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ນາງ ກຽວ ທິ ຮັ່ງ ຟຸກ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງຫລວງພະບາງ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    • ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການ ສູນກາງພັກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ການເມືອງ

      ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການ ສູນກາງພັກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່

      6/18/2025 8:26:02 PM

      ຂປລ. ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຈັດ​ຂຶ້ນ​ໃນວັນທີ 18 ມິຖຸນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍ ການນໍາຂັ້ນສູງອ້ອມຂ້າງສູນກາງພັກ ແລະ ຄະນະພັກ, ຄະນະກົມ, ຄະນະພະແນກ ຂອງຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

    • ກຊສ ສະຫລຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງການເມືອງ

      ກຊສ ສະຫລຸບການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ແລະ ປະກາດການແຕ່ງຕັ້ງ

      6/18/2025 8:18:53 PM

      ຂປລ. ກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວກລ້ອມ (ກຊສ) ໄລຍະປີ 2021-2025 ແລະ ປະການການແຕ່ງ ຕັ້ງຮອງລັດຖະມົນຕີ ໃນວັນທີ 16 ມິຖຸນາ 2025

    • ທູດຫວຽດນາມ ປະຈຳລາວ ພົບປະສື່ມວນຊົນລາວ-ຫວຽດນາມການເມືອງ

      ທູດຫວຽດນາມ ປະຈຳລາວ ພົບປະສື່ມວນຊົນລາວ-ຫວຽດນາມ

      6/18/2025 8:01:03 PM

      ຂປລ. ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຈັດງານພົບປະອົງການຄຸ້ມຄອງ ວຽກງານສື່ມວນຊົນ, ສື່ມວນຊົນລາວ ແລະ ສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດ ນາມປະຈຳລາວ ຄັ້ງທຳອິດ ໃນວັນທີ 17 ມິຖຸນາ 2025 ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສະ ຖານທູດ ກັບບັນດາອົງການຂ່າວສານ ກໍຄື ອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດ ນາມ ປະຈໍາລາວ.

    • ຫລວງພະບາງ ກຳນົດ 3 ທ່າແຮງ ພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າການເມືອງ

      ຫລວງພະບາງ ກຳນົດ 3 ທ່າແຮງ ພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ

      6/18/2025 7:26:47 PM

      ຂປລ. ​ແຂວງ​ຫລວງ​ພະ​ບາງ ​ໄດ້​ກຳນົດ 3 ທ່າ​ແຮງ​ສໍາຄັນ ​ເປັນ​ຕົ້ນ ທ່າ​ແຮງ​ດ້ານ​ການທ່ອງທຽວ, ດ້ານກະສິກຳ ​ແລະ ລະບົບຂົນສົ່ງ ໂລຈິສຕິກ ​ເຂົ້າ​ໃນ​ແຜນ​ພັດທະນາ​ ເສດຖະກິດ-ສັງຄົມ 5 ປີ​ຕໍ່ໜ້າ ​ເພື່ອບັນລຸເປົ້າໝາຍລວມ ກໍຄື ການ​ສ້າງເປັນແຂວງ ທີ່ມີຄວາມເຂັ້ມແຂງດ້ານເສດຖະກິດ ແລະ ກຸ້ມຕົນເອງດ້ານງົບປະມານ.

ads
ads

Top