ຂປລ
ສສ ຫວຽດນາມ ຊົມເຊີຍ ສປ ຈີນ ທີ່ໄດ້ລວມ ສສ ຫວຽດນາມ ເຂົ້າໃນບັນດາປະເທດ ທີ່ສາມາດນຳໃຊ້ນະໂຍບາຍ ຍົກເວັ້ນວີຊາ ຜ່ານແດນ 240 ຊົ່ວໂມງ ແລະ ນະໂຍບາຍຍົກເວັ້ນວີຊາ ເຂົ້າເມືອງ 30 ວັນ ຢູ່ແຂວງໄຫຫລຳຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ທ່ານ ນາງ ຟາມທຸຮັງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ກ່າວໃນກອງປະຊຸມ ຖະແຫລງຂ່າວວ່າ: ສສ ຫວຽດນາມ ຊົມເຊີຍ ສປ ຈີນ ທີ່ໄດ້ລວມ ສສ ຫວຽດນາມ ເຂົ້າໃນບັນດາປະເທດ ທີ່ສາມາດນຳໃຊ້ນະໂຍບາຍ ຍົກເວັ້ນວີຊາ ຜ່ານແດນ 240 ຊົ່ວໂມງ ແລະ ນະໂຍບາຍຍົກເວັ້ນວີຊາ ເຂົ້າເມືອງ 30 ວັນ ຢູ່ແຂວງໄຫຫລຳຂອງ ສປ ຈີນ. ທ່ານ ນາງ ຟາມທຸຮັງ ສະແດງຄວາມຄອງຄອຍ ຈະລົງເລິກ ການແລກປ່ຽນ ດ້ານວັດທະນະທຳກັບ ສປ ຈີນ ຕື່ມອີກ. ຫລັງຈາກ ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນ ໄດ້ປະກາດວ່າ: ນັບແຕ່ວັນທີ 20 ສິງຫາປີ 2026 ເປັນຕົ້ນໄປ, ພົນລະເມືອງ ກຽກກິດສະຖານ ແລະ ຫວຽດນາມ ສາມາດເດີນທາງມາ ສປ ຈີນ ໂດຍນຳໃຊ້ນະໂຍບາຍ ຍົກເວັ້ນວີຊາ ຜ່ານແດນ 240 ຊົ່ວໂມງ ແລະ ນະໂຍບາຍຍົກເວັ້ນ ວີຊາເຂົ້າເມືອງ 30 ວັນຢູ່ແຂວງໄຫຫລຳ. ມາຮອດປັດຈຸບັນ, ຈຳນວນປະເທດ ທີ່ສາມາດ ນຳໃຊ້ນະໂຍບາຍ ຍົກເວັ້ນວີຊາຜ່ານແດນ 240 ຊົ່ວໂມງເພີ່ມຂຶ້ນເປັນ 57 ປະເທດ ແລະ ຈຳນວນປະເທດ ທີ່ສາມາດນຳໃຊ້ນະໂຍບາຍ ຍົກເວັ້ນວີຊາ ເຂົ້າເມືອງ 30 ວັນ ຢູ່ແຂວງໄຫຫລຳ ເພີ່ມຂຶ້ນເປັນ 61 ປະເທດ.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL