ຂປລ
ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງ ປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 21-23 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດລາວ ແລະ ໄທ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ໃນວັນທີ 23 ພຶດສະພາ 2025, ທີ່ກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກໄທ. ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ຄະນະ ໃນການເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການໃນຄັ້ງນີ້, ພ້ອມທັງໄດ້ເຊື້ອເຊີນ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເດີນທາງຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມ ຄະນະກໍາມາທິການຮ່ວມວ່າດ້ວຍການ ຮ່ວມມື ລາວ-ໄທ ຄັ້ງທີ 23 (JC) ແລະ ກອງປະຊຸມຄະນະກໍາມາທິການ ຊາຍແດນຮ່ວມ ລາວ-ໄທ ຄັ້ງທີ 12 (JBC) ທີ່ ສປປ ລາວ ຈະເປັນເຈົ້າພາບ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກໄທ ທີ່ໄດ້ຮັບການຮັດແໜ້ນ ແລະ ພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງໃນຕະຫລອດໄລຍະ 75 ປີ ຜ່ານມາ ເຊິ່ງປີ 2025 ນີ້ ສອງຝ່າຍຈະໄດ້ພ້ອມກັນ ຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ປະກອບມີ: ການເປີດກາສັນຍາລັກ 75 ປີ, ການແລກປ່ຽນສານຊົມເຊີຍ 3 ລະດັບການນໍາ, ການສ້ອມແປງຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 1, ການເປີດນໍາໃຊ້ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ແລະ ອື່ນໆ. ສອງຝ່າຍເຫັນ ພ້ອມຮ່ວມກັນວ່າ ການພົວພັນຮ່ວມມືລາວ-ໄທ ແມ່ນກວມເອົາທຸກຂົງເຂດວຽກງານ ໂດຍຜ່ານກົນໄກການຮ່ວມມືຕ່າງໆ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ທີ່ມີລັກສະນະກ່ຽວພັນກັນ, ເພິ່ງພາອາໄສເຊິ່ງກັນ ແລະ ກັນ, ບັນດາໂຄງການຮ່ວມມືຂອງສອງປະເທດ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດເປັນກ້າວໆມາ ໂດຍມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນໃນທຸກລະດັບ, ມີການພົບປະຫາລືຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ລະຫວ່າງສອງປະເທດ ແນໃສ່ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງປະເທດໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນ.
ພ້ອມກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນ ໃນການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຄ້າ-ການລົງທຶນ, ການຮ່ວມມືດ້ານການພັດທະນາ ຊັບພະຍາກອນມະນຸດ, ການຮ່ວມມືເພື່ອການເຊື່ອມໂຍງເຊື່ອມຈອດທາງດ້ານ ພື້ນຖານໂຄງລ່າງດ້ານຄົມມະນາຄົມ, ຂົນສົ່ງ ແລະ ພະລັງງານຕາມວິໄສທັດຂອງອາຊຽນ, ການຮ່ວມມືດ້ານແຮງງານ ເພື່ອປົກປ້ອງສິດຜົນປະໂຫຍດ ຂອງແຮງງານລາວໃຫ້ມີບາດກ້າວໃໝ່, ການຮ່ວມມືດ້ານການທ່ອງທ່ຽວ ແລະ ການຮ່ວມມືເພື່ອການພັດທະນາ ລວມທັງການກະກຽມຄວາມພ້ອມ ໃຫ້ແກ່ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃນທ້າຍປີ 2025 ນີ້.

ໃນຂະນະດຽວກັນ, ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງເປັນຂີດໝາຍສໍາຄັນໃນໂອກາດສະເຫລີມສະຫລອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດລະຫວ່າງ ສອງປະເທດ ໄທ-ລາວ ໃນປີ 2025 ນີ້ ແລະ ເຫັນດີຈະຢ້ຽມຢາມ ສປປ ລາວ ເພື່ອເປັນປະທານຮ່ວມກອງປະຊຸມ ຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 (JC) ແລະ ກອງປະຊຸມຄະນະກໍາມາທິການ ຊາຍແດນຮ່ວມລາວ-ໄທ ຄັ້ງທີ 12 (JBC) ທີ່ຈະຈັດຂຶ້ນໃນທ້າຍປີ 2025 ນີ້ ທີ່ ສປປ ລາວ.
ການເດີນທາງຢ້ຽມຢາມ ຣາຊະອານາຈັກໄທຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ທອງສະຫວັນ ພົມວິຫານ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ຢ້ຽມຊົມ ແລະ ນະມັດສະການພະທາດ ສີສອງຮັກ ທີ່ ເມືອງດ່ານຊ້າຍ ແຂວງເລີຍ ແລະ ທັດສະນະສຶກສາ ທີ່ສູນສຶກສາພັດທະນາ ຫ້ວຍຮ່ອງໄຄ້ ທີ່ເມືອງດອຍສະເກັດ, ແຂວງຊຽງໃໝ່ ຊຶ່ງເປັນສູນຕົ້ນແບບດ້ານການພັດທະນາແຫລ່ງນໍ້າ ເພື່ອສະໜັບສະໜູນ ການພັດທະນາດ້ານຕ່າງໆ ທັງເປັນສູນຕົ້ນແບບດ້ານການຮ່ວມມື ເພື່ອການພັດທະນາລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ແລະ ຢ້ຽມຢາມສວນພຶກສາສາດ, ພ້ອມທັງໄດ້ປູກຕົ້ນໄມ້ ເພື່ອເປັນສັນຍາລັກຂອງການຢ້ຽມຢາມ ແລະ ສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ໄທ. ນອກຈາກນີ້, ຍັງໄດ້ຖືໂອກາດເຂົ້າຢ້ຽມຂໍ່ານັບ ທ່ານ ພີຣະພັນ ສາລີຣັດຖະວິພາກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງ ພະລັັງງານແຫ່ງຣາຊະອານາຈັກໄທ ເຊິ່ງໄດ້ຮັບມອບໝາຍຈາກ ທ່ານນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ທີ່ພວມເຄື່ອນໄຫວເຮັດວຽກຢູ່ຕ່າງປະເທດ ເພື່ອຕ້ອນຮັບຄະນະຝ່າຍລາວໃນ ໂອກາດດັ່ງກ່າວ.
KPL