ຂປລ
ຂປລ. ເມື່ອບໍ່ດົນມານີ້, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມື ຄັ້ງທີ 7 (2022-2026) ເພື່ອປະເມີນຜົນສຳເລັດຂອງປີ 2024 ແລະ ວາງຍຸດທະສາດການ ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນປີ 2025 ແລະ 2026.

ຂປລ. ເມື່ອບໍ່ດົນມານີ້, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ລັດຖະບານ ແຫ່ງ ສປປ ລາວ ຈັດກອງປະຊຸມທົບທວນ ແລະ ວາງແຜນປະຈຳປີ ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມື ຄັ້ງທີ 7 (2022-2026) ເພື່ອປະເມີນຜົນສຳເລັດຂອງປີ 2024 ແລະ ວາງຍຸດທະສາດການ ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນປີ 2025 ແລະ 2026.
ກອງປະຊຸມ ໄດ້ທົບທວນການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ປີ 2024 ແລະ ຄວາມຄືບໜ້າໃນການບັນລຸຜົນສໍາເລັດ, ນໍາສະເໜີຜົນການຄົ້ນພົບ ແລະ ຂໍ້ສະເໜີແນະທີ່ສໍາຄັນຈາກ ການທົບທວນກາງສະໄໝ (MTR) ຂອງກອບແຜນງານການຮ່ວມມື (CPF) 2022-2026 ເພື່ອນໍາພາການວາງແຜນໃນອະນາຄົດ ແລະ ເປັນຂໍ້ມູນ ສໍາລັບການພັດທະນາ ແຜນງານການຮ່ວມມື ຄັ້ງທີ 8; ໄດ້ສະຫລຸບກິດຈະກໍາທີ່ມີຜົນກະທົບ ສູງສໍາລັບແຜນການເຮັດວຽກປີ 2025, ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆ ເພື່ອກໍານົດມາດຕະການຫລຸດຜ່ອນ, ກໍານົດໂອກາດ ແລະ ຂໍ້ປະຕິບັດທີ່ດີແລະ ທົບທວນຜົນການກວດສອບທົ່ວໄປ ແລະ ຜົນການກວດກາສະເພາະຈຸດ ພ້ອມບົດຮຽນທີ່ໄດ້ຮັບ ເຊິ່ງນຳໄປສູ່ການຕົກລົງຍຸດທະສາດທີ່ເໝາະສົມ ເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມີຄໍາເຫັນ ໂດຍໄດ້ເນັ້ນໜັກເຖິງຄວາມຄືບໜ້າທີ່ສໍາຄັນໃນ 3 ບຸລິມະສິດຫລັກຂອງແຜນງານການຮ່ວມມື (CPF): ຊີວິດການເປັນຢູ່ຂອງປະຊາຊົນ; ຄວາມຈະເລີນຮຸ່ງເຮືອງແບບລວມສູນ; ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມທົນທານຕໍ່ໄພພິບັດ ເຖິງວ່າຈະມີສິ່ງທ້າທາຍ ທາງດ້ານເສດຖະກິດທີ່ຫຍຸ້ງຍາກ ໃນໄລຍະຜ່ານມາ. ກອງປະຊຸມມື້ນີ້, ຈະເປັນໂອກາດສໍາຄັນ ທີ່ຈະທົບທວນຜົນສໍາເລັດທີ່ຜ່ານມາ, ແລກປ່ຽນບົດຮຽນທີ່ໄດ້ຮັບ ແລະ ກໍານົດສິ່ງທ້າທາຍ ທີ່ຍັງເຫລືອ ແລະ ບຸລິມະສິດສໍາລັບແຜນການເຮັດວຽກປີ 2025. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການ FAO ສໍາລັບ ການຮ່ວມມື ແລະ ການສະໜັບສະໜູນອັນມີຄ່າ ໃນການປັບປຸງຂະແໜງກະສິກໍາ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ ແລະ ການຄຸ້ມຄອງຊັບພະຍາກອນ ທໍາມະຊາດແບບຍືນຍົງໃນ ສປປ ລາວ.
ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການ FAO ປະຈໍາ ສປປ ລາວ ໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດ ທີ່ສໍາຄັນໃນຂະແໜງກະສິກໍາໃນຊຸມປີທີ່ຜ່ານມາ ເຊິ່ງລວມເຖິງອັດຕາການເຕີບໂຕຂອງຂະແໜງ ກະສິກໍາ ແລະ ປ່າໄມ້ 4,1% ໃນປີຜ່ານມາ ເຊິ່ງສູງກວ່າເປົ້າໝາຍລະດັບຊາດກໍານົດ 2,6% ແລະ ປະກອບສ່ວນ 18,9% ຕໍ່ GDP ຂອງຊາດ. ພ້ອມນີ້, ທ່ານຍັງໄດ້ຮັບຮູ້ເຖິງສິ່ງທ້າທາຍ ທີ່ຍັງຄົງຄ້າງເຊັ່ນ: ການຜະລິດກະສິກໍາ ໂດຍທົ່ວໄປແມ່ນອີງໃສ່ປັດໃຈທໍາມະຊາດ ເຊິ່ງເຮັດໃຫ້ຜົນຜະລິດໂດຍລວມ ຕໍ່າ, ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ພື້ນຖານໂຄງລ່າງ ຊົນລະປະທານ ທີ່ບໍ່ມີປະສິດທິພາບ, ການຫັນປ່ຽນຈາກການກະສິກໍາ ເພື່ອການດໍາລົງຊີວິດ ໄປສູ່ການປະຕິບັດກະສິກໍາທີ່ທັນສະໄໝຊ້າ, ແລະ ການຫລຸດລົງຂອງຄວາມອຸດົມສົມບູນຂອງດິນ.
KPL