ພົບປະສອງຝ່າຍ ລາວ-ຟິລິບປິນ ຊຸກຍູ້ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງປະເທດ

27/05/2025 15:42
Email Print 221
ຂປລ ຂປລ. ໃນວັນທີ 26 ພຶດສະພາ 2025 ທີ່ກົວລາລໍາເປີ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຟີດີນານ ມາກອດ ຈູເນຍ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດ ອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

ຂປລ. ໃນວັນທີ 26 ພຶດສະພາ 2025 ທີ່ກົວລາລໍາເປີ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຟີດີນານ ມາກອດ ຈູເນຍ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ ໃນໂອກາດເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດ ອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ທີ່ໄດ້ຮັບການພັດທະນາເປັນກ້າວໆ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ, ສະແດງອອກ ໃນການແລກປ່ຽນຢ້ຽມຢາມ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄື ໃນຂອບການຮ່ວມມືອາຊຽນ ແລະ ຂອບການຮ່ວມມືອື່ນໆ. ພິເສດໃນປີ 2025 ນີ້, ສອງຝ່າຍ ໄດ້ສົ່ງສານຊົມເຊີຍເຊິ່ງກັນ ແລະ ກັນ ໃນໂອກາດສະເຫລີມສະຫລອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ຟິລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫລອດມາ ເປັນຕົ້ນແມ່ນການພັດທະນາ ຊັບພະຍາກອນມະນຸດ ຂອງ ສປປ ລາວ ຜ່ານທຶນຝຶກອົບຮົມໄລຍະສັ້ນ ແລະ ທຶນສຶກສາໄລຍະຍາວ. ພິເສດແມ່ນການສະໜັບສະໜູນ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ ​ແລະ ຝ່າຍລາວ ກໍໄດ້ຢືນຢັນຈະສືບຕໍ່ ໃຫ້ການຮ່ວມມື ແລະ ສະໜັບສະໜູນ ຟິລິບປິນ ໃນການເປັນປະທານອາຊຽນ ໃນປີ 2026 ເຊັ່ນກັນ ເພື່ອສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ກໍຄື ນໍາເອົາຜົນປະໂຫຍດມາສູ່ ຄອບຄົວອາຊຽນ.

ພ້ອມ​ນີ້, ສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າ ຂະແໜງການກ່ຽວຂ້ອງຂອງສອງປະເທດ ໄດ້ມີການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນນຳກັນ ໃນຊຸມປີຜ່ານມາ ແລະ ການລົງທຶນຂອງຟິລິບປິນຢູ່ ສປປ ລາວ ໃນຂະແໜງພະລັງງານສະອາດ ກໍມີການຂະຫຍາຍຕົວ, ພ້ອມທັງເຫັນດີ ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນໃນຕໍ່ໜ້າ ເປັນຕົ້ນການຮ່ວມມືດ້ານກະສິກໍາ, ການທ່ອງທ່ຽວ, ພະລັງງານສະອາດ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ເຊື້ອເຊີນ ທ່ານ ເຟີດີນານ ມາກອດ ຈູເຈຍ ເດີນທາງຢ້ຽມຢາມທາງການ ຢູ່ ສປປ ລາວ ໃນເວລາອັນສະດວກ ແລະ ເໝາະສົມ ໃນໂອກາດສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຟິລິບປິນ ຊຶ່ງຈະເປັນຂີດໝາຍ ອັນສໍາຄັນ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ລະຫວ່າງສອງປະເທດ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top