ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

22/05/2025 18:39
ຂປລ ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ



ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ
1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ ໂດຍມີ ທ່ານ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນະຄອນຫລວງວຽງຈັນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.



ທ່ານ ນາງ ລໍາພອຍ ສີອັກຄະຈັນ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້
, ເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ເຊິ່ງກອງປະຊຸມຄັ້ງນີ້, ຈະໄດ້ຄົ້ນ ຄວ້າພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ເຊິ່ງເປັນວາລະທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງນະຄອນຫລວງວຽງຈັນ, ທັງຈະເປັນຕົວແບບໃນການພິຈາລະນາ ແລະ ຮັບຮອງເອົາການສ້າງຕັ້ງຕາແສງ ຢູ່ຂອບເຂດທົ່ວປະເທດ.




ໃນໂອກາດນີ້
, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງ​ວຽງ​ຈັນ ໄດ້ລາຍງານກ່ຽວກັບ ການຂໍສ້າງຕັ້ງຕາແສງທຳອິດ ຢູ່ເມືອງໄຊທານີ ນະຄອນຫລວງ​ວຽງ​ຈັນ ໂດຍໄດ້ຍົກໃຫ້ເຫັນສະພາບຜ່ານມາ ແລະ ບ່ອນອີງໃນການຄົ້ນຄວ້າສ້າງຕັ້ງຕາແສງ; ເຫດຜົນ ແລະ ຄວາມຈຳເປັນໃນການສ້າງຕັ້ງຕາແສງ; ສະພາບຈຸດພິເສດ, ເຂດແດນ, ທ່າແຮງຕົ້ນຕໍ ແລະ ທີ່ຕັ້ງສຳນັກງານຂອງຕາແສງ; ທີ່ຕັ້ງ, ພາ ລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະກຳມະການປົກຄອງຕາແສງ ເຊິ່ງຄະນະກຳມະການປົກຄອງຕາແສງ ແມ່ນອົງການບໍລິຫານຂັ້ນລຸ່ມສຸດ ຂອງອົງການປົກຄອງທ້ອງຖິ່ນ, ມີພາລະບົດບາດຄຸ້ມຄອງບໍລິ ຫານລັດ ທາງດ້ານການເມືອງ, ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະຊັບພະຍາກອນອື່ນໆ ໃນທ້ອງຖິ່ນຂອງຕົນ ຕາມການແບ່ງຂັ້ນຄຸ້ມຄອງ; ຊີ້ນຳ, ກວດກາການຈັດຕັ້ງປະ ຕິບັດແຜນພັດທະນາບ້ານ ໃນຂອບເຂດການຄຸ້ມຄອງຂອງຕົນ.

ຈາກນີ້, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງ​ວຽງ​ຈັນ, ສະມາ ຊິກສະພາປະຊາຊົນ ນວ ກໍໄດ້ພ້ອມກັນສຸມທຸກສະຕິປັນຍາ, ຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດສຸມ, ເຈາະຈົງ, ພາວະວິໄສ, ມີເຫດຜົນຕົວຈິງ ແລະ ຮັບປະ ກັນຄວາມສອດຄ່ອງກັບນະໂຍບາຍຂອງພັກ, ຖືກຕ້ອງຕາມລັດຖະທໍາມະນູນ, ກົດໝາຍ, ສະພາບຈຸດພິເສດຕົວຈິງຂອງ ນວ ໃນປັດຈຸບັນ. ທັງນີ້, ກໍເພື່ອແນ່ໃສ່ຮັບປະກັນໃຫ້ ການສ້າງຕັ້ງຕາແສງໃນຄັ້ງນີ້, ສາມາດນໍາໄປຈັດຕັ້ງປະຕິບັດ ໄດ້ຢ່າງເປັນຮູບປະທໍາທີ່ແທ້ຈິງ ແລະ ເກີດດອກອອກຜົນ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIIIການເມືອງ

      ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII

      5/22/2025 7:50:51 PM

      ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ”

    • ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມການເມືອງ

      ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມ

      5/22/2025 7:27:52 PM

      ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

    • ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທການເມືອງ

      ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

      5/21/2025 8:47:38 PM

      ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.

    • ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດການເມືອງ

      ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ

      5/21/2025 8:35:23 PM

      ຂປລ. ໃນວັນທີ 20 ພຶດສະພາ 2025, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫລວງວຽງຈັນ.

    • ສະພາປະຊາຊົນ ນວ ກຽມພິຈາລະນາ -ຮອງຮັບການສະເໜີສ້າງຕັ້ງຕາແສງການເມືອງ

      ສະພາປະຊາຊົນ ນວ ກຽມພິຈາລະນາ -ຮອງຮັບການສະເໜີສ້າງຕັ້ງຕາແສງ

      5/20/2025 10:53:21 AM

      ຂປລ. ສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ກຽມເປີດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນມໍ່ໆມານີ້ ເພື່ອພິຈາລະນາ ແລະ ຮັບຮອງເອົາການສະເໜີສ້າງຕັ້ງຕາແສງ ທົດລອງຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ.

ads
ads

Top