ຂປລ
ຂປລ. ໃນຕອນບ່າຍວັນທີ 25 ພຶດສະພາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ

ຂປລ. ໃນຕອນບ່າຍວັນທີ 25 ພຶດສະພາ 2025, ທີ່ກົວລາລໍາເປີ ປະເທດມາເລເຊຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ກໍຄືສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ພັດທະນາເຂົ້າສູ່ລວງເລິກ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-27 ພຶດສະ ພາ 2025.

ການພົບປະຄັ້ງນີ້, ຝ່າຍຫວຽດນາມ ໄດ້ສະແດງຄວາມຂອບໃຈທີ່ຝ່າຍລາວ ໄດ້ສົ່ງສານສະ ແດງຄວາມເຫັນໃຈຈາກພັກ, ລັດຖະບານ ແລະ ປະຊາຊົນລາວ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ຕໍ່ການມໍລະນະກຳຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ສະແດງຄວາມຂອບໃຈ ທີ່ການນຳຂັ້ນສູງຂອງລາວ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມຄວາມເປັນເອກະພາບທົ່ວປະ ເທດຫວຽດນາມ ຄົບຮອບ 50 ປີ ຢູ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ ຕາມການເຊື້ອເຊີນ. ນອກນີ້, ສອງຝ່າຍຍັງໄດ້ເປັນເອກະພາບສູງ ໃນການຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການສ້າງກົນໄກ, ນະໂຍບາຍທີ່ເປັນບຸລິມະສິດ ແລະ ສົ່ງເສີມການຄ້າສອງຝ່າຍ, ຍູ້ແຮງການເຊື່ອມໂຍງພື້ນຖານເສດຖະກິດສອງປະເທດ ໂດຍສະເພາະແມ່ນ ດ້ານການຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງ ແລະ ການຈັດຕັ້ງຜັນຂະຫຍາຍບັນດາໂຄງການທີ່ສຳຄັນຕ່າງໆ ຢ່າງຕັ້ງໜ້າລະຫວ່າງສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເປັນຮູບປະທຳ.

ສອງຝ່າຍຍັງໄດ້ຕີລາຄາສູງການພົວພັນຮ່ວມມື ແລະ ການປະສານສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ບົນພື້ນຖານການຈັດຕັ້ງປະຕິບັດ ຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ເຫັນດີຈະສົມທົບກັນທົບທວນຄືນ ແລະ ສ້າງຂໍ້ຕົກລົງການຮ່ວມມືໃນໄລຍະຕໍ່ໄປ. ພ້ອມນີ້, ຍັງເຫັນດີເປັນເອກະພາບກັນ ຊຸກຍູ້ການແລກປ່ຽນບົດ ຮຽນ, ການຄົ້ນຄວ້າຍຸດທະສາດ ແລະ ການຕິດຕໍ່ພົວພັນ ລະຫວ່າງ ບັນດາກົມທີ່ກ່ຽວຂ້ອງ ຂອງສອງກະຊວງການຕ່າງປະເທດ; ເພີ່ມທະວີການໂຄສະນາ ແລະ ສຶກສາອົບຮົມກ່ຽວ ກັບມູນເຊື້ອ ສາຍພົວພົວ ລະຫວ່າງສອງປະເທດ ໃຫ້ແກ່ນັກການທູດຮຸ່ນໝຸ່ມໃຫ້ເຂົ້າສູ່ລວງເລິກ.
ຂ່າວ-ພາບ: ກະຊວງການຕ່າງປະເທດ
KPL