ຂປລ
ພິທີເປີດປຶ້ມ ແລະ ສໍາມະນາຫົວຂໍ້ “ຈີນ ບັນທືກຜົນງານຮ່ວມພັດທະນາໂລກ” ຫລື “The Chinese Imprint on World Currency” ໄດ້ຖືກຈັດຂຶ້ນ ໃນວັນທີ 19 ພຶດສະພາ ຜ່ານມາ ທີ່ນະຄອນຫລວງປັກກິ່ງ ສປ ຈີນ, ໂດຍມີ ທ່ານ ຮົງລີ (Hong Lei) ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ເປັນປະທານ
ພິທີເປີດປຶ້ມ ແລະ ສໍາມະນາຫົວຂໍ້ “ຈີນ ບັນທືກຜົນງານຮ່ວມພັດທະນາໂລກ” ຫລື “The Chinese Imprint on World Currency” ໄດ້ຖືກຈັດຂຶ້ນ ໃນວັນທີ 19 ພຶດສະພາ ຜ່ານມາ ທີ່ນະຄອນຫລວງປັກກິ່ງ ສປ ຈີນ, ໂດຍມີ ທ່ານ ຮົງລີ (Hong Lei) ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ເປັນປະທານ, ທ່ານ ຫວັງ ໄຮຫວາຍ (Wang Haihuai) ຜູ້ອໍານວຍການໃຫຍ່ບໍລິສັດກໍ່ສ້າງການສື່ສານ ສປຈີນ (CCCC), ທ່ານ ວູ ຊັງຊີ (Wu Shangzhi) ປະທານ ສະມາຄົມວາລະສານ ຂອງ ຈີນ, ພ້ອມດ້ວຍ ບັນດາເອກອັກ ຄະລັດຖະທູດ ປະຈໍາ ສປ ຈີນ ຈາກຫລາຍກວ່າ 10 ປະເທດ ເຊັ່ນ: ເອຢິບ, ອານເຊຣີ, ຟີຈິ, ສີລັງກາ ແລະ ເກບເປິ ເວີດ (Cape Verde), ພ້ອມດ້ວຍນັກການທູດອາວຸໂສ ອື່ນໆ ເກືອບ 100 ທ່ານເຂົ້າຮ່ວມ. ໂດຍແມ່ນ ທ່ານ ຊວຍ ຈັນ (Cui Chun) ປະທານກິດຈະການສື່ມວນຊົນໂລກ (Chairman of the World Affairs Press) ເປັນຜຸ້ຈັດຂຶ້ນ.
ທ່ານ ຮົງ ລີ ກ່າວໃນພິທີ ເປີດງານ ດັ່ງກ່າວວ່າ ຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບ ຄຸນຄ່າຂອງຍຸກສະໄໝ, ດັ່ງນັ້ນ ຈຶ່ງໄດ້ສົ່ງເສີມ ໃນການຈັດພິມປຶ້ມ ແລະ ວາລະສານ ເພື່ອບັນທືກຜົນງານ ແລະ ຍ້ອງຍໍຜົນງານທີ່ປະສົບຜົນສໍາເລັດຂອງວິສາຫະກິດຈີນ ພາຍໃຕ້ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” (Belt and Road Initiative-BRI). ໃນຂະນະ ດຽວກັນ ທ່ານ ຍັງໄດ້ກ່າວເພີ່ມຕື່ມວ່າ: ແນວຄິດໃນການສ້າງຊຸມຊົນ ໃຫ້ມີອະນາຄົດຮ່ວມກັນ ຫລື ຊຸມຊົນຮ່ວມຊາຕາກໍາ ສໍາລັບ ມະນຸດຊາດ, ດ້ວຍໂຄງການລິເລີ່ມ ການພັດທະ ນາໂລກ, ໂຄງການ ຄວາມປອດໄພ (ຄວາມໝັ້ນຄົງໂລກ) ແລະ ໂຄງການລິເລີ່ມຄວາມສີວິໄລທົ່ວໂລກ ເຊິ່ງປະທານ ສີ ຈິ້ນຜິງ (Xi Jinping) ໄດ້ນໍາສະເໜີ ກໍ່ຄື: ການສະເໜີວິທີ ທາງແກ້ໄຂ ຂອງຈີນ ໃຫ້ແກ່ປະເທດຕ່າງໆ ເພື່ອຮັບມືກັບສິ່ງທ້າທາຍໃນໂລກ ແລະ ສ້າງໂລກໃຫ້ດີ, ຊຶ່ງແນວຄວາມຄິດເຫລົ່ານີ້ ໄດ້ຮັບການຍອມຮັບ ແລະ ສະໜັບສະໜູນ ຈາກຫລາຍ ປະເທດ.
ນອກນັ້ນ ທ່ານ ຮົງ ລີ ຍັງໄດ້ກ່າວຕື່ມວ່າ: ການນັບຖືເຊິ່ງກັນ ແລະ ກັນ, ການຢູ່ຮ່ວມກັນຢ່າງສະຫງົບ ແລະ ການຮ່ວມມື ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ເປັນວິທີທາງ ທີ່ຖືກ ຕ້ອງ ສໍາລັບປະເທດຊາດ ທີ່ມີສ່ວນຮ່ວມນໍາກັນ. ການສ້າງຊຸມຊົນ ໃຫ້ມີອະນາຄົດຮ່ວມກັນ ສໍາລັບມະນຸດ ຍັງແມ່ນທ່າອ່ຽງໃນປັດຈຸບັນ ແລະ ຄວາມປາດຖະໜາ ຂອງຜູ້ຄົນ ໃນທົ່ວ ໂລກ.
ຈີນ ສະແດງຄວາມພ້ອມ ທີ່ ຈະຮັກສາບົດບາດຂອງຕົນ ໃນຖານະເປັນ “ພະລັງຂັບເຄື່ອນ” ແລະ “ເຄື່ອງຈັກຕົ້ນຕໍ” ຂອງ ເສດຖະກິດໂລກ, ພ້ອມກັນນັ້ນ ຍັງໃຫ້ຄໍາໝັ້ນສັນຍາ ທີ່ຈະຮ່ວມມືກັນ ໂດຍອີງໃສ່ ການເປີດກວ້າງ ແລະ ຄວາມສະເໝີພາບ. ໃນຂະນະດຽວກັນ ຍັງເປັນການ ປະກອບສ່ວນ ຢ່າງຕໍ່ເນື່ອງ ເຂົ້າໃນການແກ້ໄຂ ບັນຫາທ້າທາຍທົ່ວໂລກ. ລັດຖະບານຈີນ ພ້ອມທີ່ຈະເຮັດວຽກຮ່ວມກັບ ບັນດາປະເທດທົ່ວໂລກ ເພື່ອສົ່ງເສີມ ໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” (BRI) ແລະ ແນວຄິດຊຸມຊົນ ທີ່ມີ ອະນາຄົດຮ່ວມກັນ ສໍາລັບ ມະນຸດຊາດ ເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງທົ່ວໂລກ./
KPL