ຂປລ
ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກອງທຶນຊ່ວຍເຫລືອສັງຄົມຂອງສະ ພາແຫ່ງຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງ ຣາຊະອານາ ຈັກໄທ ວ່າດ້ວຍການສົ່ງເສີມການສຶກສາສົງ

ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກອງທຶນຊ່ວຍເຫລືອສັງຄົມຂອງສະ ພາແຫ່ງຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງ ຣາຊະອານາ ຈັກໄທ ວ່າດ້ວຍການສົ່ງເສີມການສຶກສາສົງ ຈັດຂຶ້ນວັນທີ 21 ພຶດສະພາ 2025 ຜ່ານມາ ຢູ່ສະພາແຫ່ງຊາດ (ສພຊ) ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດລາວ ແລະ ພະເທບວັດຊະຣະສານບັນດິດ, ຮອງອະທິການບໍດີມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ໂດຍມີພຣະອາຈານໃຫຍ່ ບຸນສວນ ພັນທະວົງ ຮອງປະທານອົງການພຸດທະສາສະໜາສໍາພັນລາວ, ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີ່ພິຍານ.

ທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ, ກໍາມາທິການການຕ່າງ ປະເທດ ໄດ້ໃຫ້ຮູ້ວ່າ: ບົດບັນທຶກຄວາມເຂົ້າໃຈລະຫວ່າງ ກອງທຶນຊ່ວຍເຫລືອສັງຄົມຂອງສະພາແຫ່ງຊາດລາວ ແລະ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ຂອງປະເທດໄທ ວ່າດ້ວຍການສົ່ງເສີມການສຶກສາສົງ ມີຈຸດປະສົງ ເພື່ອຊຸກຍູ້ ແລະ ສົ່ງເສີມການສຶກສາສົງ ໂດຍສະເພາະ ແມ່ນການສ້າງຊັບພະຍາກອນມະນຸດ, ການລະດົມຂົນຂວາຍທຶນຮອນ-ວັດຖຸອຸປະກອນ, ບູລະນະ ແລະ ສ້າງພື້ນຖານໂຄງລ່າງ ໃຫ້ແກ່ການສຶກສາສົງ, ສ້າງຄວາມເຂັ້ມແຂງໃຫ້ພະສົງ ແລະ ຄະລືຫັດ ໃນຂົງເຂດວຽກງານສຶກສາສົງ ມີປະສິດທິພາບ ແລະ ປະສິດຜົນສູງຂຶ້ນກວ່າເກົ່າ.
ຈາກນັ້ນ, ພຣະເທບວັດຊະຣະສານບັນດິດ ກໍໄດ້ມີຄຳເຫັນໂດຍເນັ້ນໃຫ້ເຫັນເຖິງຄວາມໝາຍສຳຄັນ ແລະ ຜົນປະໂຫຍດ ໃນຈັດຕັ້ງປະຕິບັດບົດບັນທຶກ ວ່າດ້ວຍການສົ່ງເສີມການສຶກສາສົງ ເຊິ່ງຈະນຳເອົາຜົນປະໂຫຍດຮ່ວມກັນ ມາສູ່ການພັດທະນາ ແລະ ປັບປຸງວຽກງານການຊຸກຍູ້ ແລະ ສົ່ງເສີມການສຶກສາສົງ ໃນສອງປະເທດ ລາວ-ໄທ.
ຂ່າວ-ພາບ: ສພຊ
KPL