ຄະນະຜູ້ແທນ ພັກ ປປ ລາວ ເຂົ້າຮ່ວມ ກອງປະຊຸມສົນທະນາສາກົນ ຢູ່ ສປ ຈີນ

27/05/2025 16:13
Email Print 341
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພັກກອມມູນິດຈີນ, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມ ສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງປະເທດອ້ອມຂ້າງຂອງຈີນ ພາຍໃຕ້ຫົວຂໍ້ “ສ້າງຊາຕາກໍາຮ່ວມກັບປະເທດອ້ອມຂ້າງ” ທີ່ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ວັນທີ 25-27 ພຶດສະພາ 2025.



ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງພັກກອມມູນິດຈີນ
, ຄະນະຜູ້ແທນ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມກອງປະຊຸມ ສົນທະນາສາກົນ ລະຫວ່າງ ພັກກອມມູນິດຈີນ ກັບ ບັນດາພັກການເມືອງປະເທດອ້ອມຂ້າງຂອງຈີນ ພາຍໃຕ້ຫົວຂໍ້ ສ້າງຊາຕາກໍາຮ່ວມກັບປະເທດອ້ອມຂ້າງ  ທີ່ນະຄອນຫລວງປັກກິ່ງ ສປ ຈີນ ແຕ່ວັນທີ 25-27 ພຶດສະພາ 2025.

ໃນກອງປະຊຸມດັ່ງກ່າວ, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ຕາງໜ້າ ພັກ ປປ ລາວ ປະ ກອບຄໍາເຫັນໃນຫົວຂໍ້ຍ່ອຍກ່ຽວກັບ ເປີດກວ້າງການແລກປ່ຽນໄປມາຫາສູ່ກັນ ແລະ ລົງເລິກຮໍ່າຮຽນເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ໂດຍໄດ້ເນັ້ນວ່າ: ກອງປະຊຸມຄັ້ງນີ້, ເປັນໂອກາດອັນດີແກ່ ບັນດາພັກການເມືອງປະເທດອ້ອມຂ້າງ ສປ ຈີນ, ລວມທັງ ພັກປະຊາຊົນ ປະຕິວັດລາວ ໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນດ້ານອະລິຍະທໍາ ທີ່ຫລາກຫລາຍ ເພື່ອປະກອບສ່ວນເຂົ້າໃນການສ້າງຊາ ຕາກໍາຮ່ວມຂອງມວນມະນຸດໂລກ ແນໃສ່ການເສີມສ້າງສັນຕິພາບ, ມິດຕະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ ເຊິ່ງພັກກອມມູນິດຈີນ ໄດ້ເປັນເຈົ້າການໃນການຊຸກຍູ້ສົ່ງເສີມ ແລະ ເປີດກ້ວາງການແລກປ່ຽນໄປມາຫາຫາສູ່ກັນ, ລົງເລິກຮໍ່າຮຽນເຊິ່ງກັນ ແລະ ກັນ ທາງດ້ານອະລິຍະທໍາ ໂດຍສະເພາະ ຜົນສໍາເລັດການຫັນເປັນທັນສະໄໝແບບຈີນ ທີ່ມີເປົ້າໝາຍ ເພື່ອຮັບປະກັນໃຫ້ແກ່ ການພັດທະນາຢ່າງຮອບດ້ານ, ເຮັດໃຫ້ປະຊາຊົນມີຄວາມຜາສຸກ ເຊິ່ງຖືເປັນບົດ ຮຽນອັນລ້ຳຄ່າ ແລະ ເປັນກຳລັງແຮງພັກດັນອັນສຳຄັນ ໃຫ້ແກ່ບັນດາພັກການເມືອງໃນທົ່ວໂລກ ກໍຄື ພັກ ປປ ລາວ. ພ້ອມນັ້ນ, ສະຫາຍ ນາງ ວິລະວອນ ພັນທະວົງ ຍັງໄດ້ເນັ້ນຕື່ມວ່າ ການໄປມາຫາສູ່ກັນ ແລະ ລົງເລິກຮໍ່າຮຽນເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການຂອງຍຸກສະໄໝ, ເປັນເງື່ອນໄຂໃໝ່ ທີ່ຈະເຮັດໃຫ້ບັນດາອາລິຍະທຳ ທີ່ມີຄວາມຫລາກຫລາຍໃນທົ່ວໂລກ ໄດ້ມີການເຊື່ອມໂຍງເຂົ້າກັນ, ທັງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ການປະກອບ ສ່ວນຢ່າງຈິງໃຈຂອງພັກ, ລັດຈີນ ຕໍ່ບັນດາປະເທດອ້ອມຂ້າງ ກໍຄື ຂະບວນວິວັດແຫ່ງການພັດທະນາ ຂອງມວນມະນຸດ; ພັກ ປປ ລາວ ມີຄວາມຍິນດີເພີ່ມທະວີ ການໄປມາຫາສູ່ກັນ ແລະ ແລກປ່ຽນບົດ ຮຽນດ້ານອະລິຍະທໍາ ກັບພັກກອມມູນິດຈີນ ແລະ ພັກການເມືອງອ້ອມຂ້າງ ເພື່ອເປັນກໍາລັງແຮງໃນການຊຸກຍູ້ ການພັດທະນາຂອງມວນມະນຸດ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.




ໃນຕອນຄໍ່າຂອງວັນທີ
26 ພຶດສະພາ 2025, ສະຫາຍ ນາງ ວິລະວອນ ພັນທະວົງ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ຈິນຊິນ ຜູ້ຊ່ວຍຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມ ມູນິດຈີນ, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດກອງປະຊຸມ ສົນທະນາສາກົນ ທີ່ພັກກອມມູນິດຈີນ ກໍຄື ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຈີນ ເປັນເຈົ້າພາບຈັດໃນຄັ້ງນີ້, ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນ ໃນຕະຫລອດໄລຍະຜ່ານມາ, ຍິນດີຮ່ວມກັບຝ່າຍຈີນ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນ ການພົບປະຂອງ ການນໍາສູງສຸດຂອງ 2 ພັກ, 2 ລັດ ໄດ້ເຫັນດີເປັນເອກະພາບ ກ່ຽວກັບການຮ່ວມມືທາງດ້ານຍຸດທະສາດ ກໍຄື ທິດທາງການຈັດຕັ້ງປະຕິບັດແຜນແມ່ບົດ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ 2 ຊາດ ລາວ-ຈີນ ນັບມື້ນັບຫລາຍຂຶ້ນ.

ສະຫາຍ ຈິນຊິນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ນາງ ວິລະວອນ ພັນທະວົງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສົນທະນາສາກົນ ໃນຄັ້ງນີ້, ຕີລາຄາສູງການພົວພັນຮ່ວມມື 2 ຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍຢູ່ ໃນລະດັບທີ່ດີທີ່ສຸດໃນປະຫວັດສາດ ການພົວພັນ ຈີນ-ລາວ ແລະ ຢືນຢັນຈະຮ່ວມກັບຝ່າຍລາວ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຕັ້ງໜ້າຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ປະກົດຜົນເປັນຈິງດ້ວຍມາດຕະຖານສູງ.

ໃນໂອກາດການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ໄປຢ້ຽມຊົມ ການກໍ່ສ້າງຮາກຖານພັກ ແລະ ພື້ນຖານການຜະລິດຈໍານວນໜຶ່ງ ທີ່ນະຄອນຫລວງປັກກິ່ງ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

ads
ads

Top