ນຳໃຊ້ພະລັງບັນຍາປະດິດ ສົ່ງເສີມ ການຮ່ວມມືດ້ານການສື່ສານໃນພາກພື້ນ

27/05/2025 15:36
Email Print 256
ຂປລ ຂປລ. ສູນອາຊຽນ-ຈີນ (ACC) ຮ່ວມກັບ ກຸ່ມສື່ສາກົນຈີນ (CICG) ເປັນເຈົ້າພາບຈັດກອງປະຊຸມຮ່ວມມືສື່ມວນຊົນອາຊຽນ-ຈີນ 2025 ພາຍ​ໃຕ້​ຫົວຂໍ້ "ການນຳໃຊ້ພະລັງບັນຍາປະດິດ ຫລື AI ເພື່ອສົ່ງເສີມການຮ່ວມມືດ້ານການສື່ສານໃນພາກພື້ນ" ໃນວັນທີ 25 ພຶດສະພາ 2025 ຢູ່ເມືອງລົວຢາງແຂວງເຫີໜານ ສປ ຈີນ ​ໂດຍ​ມີຜູ້ຊ່ຽວຊານດ້ານສື່ມວນຊົນຈາກ 10 ປະເທດສະມາຊິກອາຊຽນ, ຜູ້ແທນຂອງອົງການໜຸ່ມອາຊຽນ, ຜູ້ແທນຈາກພາກລັດ, ສື່ມວນຊົນຈາກ ສປ ຈີນ ​ແລະ ພາກສ່ວນ​ກ່ຽວ ຂ້ອງ ​ເຂົ້າຮ່ວມ ​ແບບ​ເຊິ່​ງໜ້າ ​ແລະ ​ແບບ​ອອນ​ລາຍ.



ຂປລ. ສູນອາຊຽນ-ຈີນ (
ACC) ຮ່ວມກັບ ກຸ່ມສື່ສາກົນຈີນ (CICG) ເປັນເຈົ້າພາບຈັດກອງປະຊຸມຮ່ວມມືສື່ມວນຊົນອາຊຽນ-ຈີນ 2025 ພາຍ​ໃຕ້​ຫົວຂໍ້ "ການນຳໃຊ້ພະລັງບັນຍາປະດິດ ຫລື AI ເພື່ອສົ່ງເສີມການຮ່ວມມືດ້ານການສື່ສານໃນພາກພື້ນ" ໃນວັນທີ 25 ພຶດສະພາ 2025 ຢູ່ເມືອງລົວຢາງແຂວງເຫີໜານ ສປ ຈີນ ​ໂດຍ​ມີຜູ້ຊ່ຽວຊານດ້ານສື່ມວນຊົນຈາກ 10 ປະເທດສະມາຊິກອາຊຽນ, ຜູ້ແທນຂອງອົງການໜຸ່ມອາຊຽນ, ຜູ້ແທນຈາກພາກລັດ, ສື່ມວນຊົນຈາກ ສປ ຈີນ ​ແລະ ພາກສ່ວນ​ກ່ຽວ ຂ້ອງ ​ເຂົ້າຮ່ວມ ​ແບບ​ເຊິ່​ງໜ້າ ​ແລະ ​ແບບ​ອອນ​ລາຍ.

​ໂອ​ກາດ​ນີ້, ທ່ານ Shi Zhongjun ເລຂາທິການໃຫຍ່ ສູນອາຊຽນ-ຈີນ ​ໄດ້​ມີ​ຄໍາ​ເຫັນ​ຕໍ່​ກອງ​ປະຊຸມ ​ໂດຍໄດ້ເນັ້ນ​ເຖິງຄວາມສຳພັນລະຫວ່າງອາຊຽນ ແລະ ຈີນ ໄດ້ກາຍເປັນແບບຢ່າງການຮ່ວມມືທີ່ມີພະລັງ ແລະ ປະສົບຜົນສຳເລັດຫລາຍທີ່ສຸດໃນພາກພື້ນ. ໃນ​ໄລຍະ​ທີ່ໂລກມີການ​ຜັນ​ແປ​ຢ່າງ​ສະ​ຫລັບ​ສັບ​ຊ້ອນ ​ແລະ ຄາດ​ເດົາ​ໄດ້​ຍາກ, ຄວາມຕ້ອງການຂອງອາຊຽນ ແລະ ຈີນ ໃນການຕອບສະໜອງ ດ້ວຍຄວາມສາມັກຄີພາກພື້ນ ກໍກາຍເປັນສິ່ງທີ່ສຳຄັນ ແລະ ຈຳເປັນຢ່າງຍິ່ງ ໂດຍມີສື່ມວນຊົນມີບົດ ບາດສຳຄັນໃນການສົ່ງເສີມຄວາມເຊື່ອໝັ້ນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນ. 

ທ່ານ Shi Zhongjun ໄດ້ເນັ້ນໜັກວ່າ: ສື່ມວນຊົນ ມີບົດບາດສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ກັບຄວາມສາມັກຄີ​ໃນພາກພື້ນ; ເຕັກໂນໂລຊີ AI ກຳລັງປ່ຽນແປງລະບົບນິເວດສື່ມວນຊົນໂລກ ເຊິ່ງມີທັງໂອກາດ ແລະ ສິ່ງທ້າທາຍທີ່ສັບສົນ. ພ້ອມ​ນີ້, ຍັງໄດ້ເນັ້ນໜັກເຖິງສິ່ງທ້າທາຍ ຈາກການແຜ່ກະຈາຍຂ່າວປອມໃນຍຸກ AI, ຫລັກການຂອງ AI ເປັນສິນຄ້າສາທາລະນະຂອງໂລກ, ຈັນຍາບັນສື່ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ລວມທັງ​ການ​ຮ່ວມ​ມື​ ລະຫວ່າງ ອາຊຽນ ແລະ ຈີນ ດ້ານການເຊື່ອມຕໍ່ໂຄງລ່າງດີຈິຕອນ, ການສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງ AI ​ແລະ ອື່ນໆ.

ກອງປະຊຸມຮ່ວມມືສື່ມວນຊົນອາຊຽນ-ຈີນ ຄັ້ງນີ້, ຍັງໄດ້ເປີດ "ຂໍ້ລິເລີ່ມຮ່ວມກັນໃນການສົ່ງ ເສີມການຄຸ້ມຄອງລະບົບນິເວດສື່ມວນຊົນ ອາຊຽນ-ຈີນ ຜ່ານການນຳໃຊ້ເຕັກໂນໂລຊີ ບັນຍາປະດິດ ຫລື AI"  ຕື່ມ​ອີກ.

ຂ່າວ-ພາບ: ຄໍາ​ຫລ້າ

KPL

ຂ່າວອື່ນໆ

ads
ads

Top