ກົມລ້ຽງສັດ ແລະ ການປະມົງ ຢຶນຢັນ ບໍ່ມີກໍລະນີລະບາດຂອງໄຂ້ເລືອດດຳ ຢູ່ລາວ

22/05/2025 19:35
ຂປລ ຂປລ. ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ອອກມາຢືນຢັນວ່າ: ຍັງບໍ່ທັນມີການລະບາດຂອງໄຂ້ເລືອດດຳ ແຜ່ລະບາດ ຢູ່ ສປປ ລາວ

ຂປລ. ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ອອກມາຢືນຢັນວ່າ: ຍັງບໍ່ທັນມີການລະບາດຂອງໄຂ້ເລືອດດຳ ແຜ່ລະບາດ ຢູ່ ສປປ ລາວ, ແຕ່ເຖິງແນວໃດກໍຕາມ ຮຽກຮ້ອງໃຫ້ປະຊາຊົນ ໃຫ້ກິນອາຫານທີ່ປຸງແຕ່ງສຸກດີ, ບໍ່ໃຫ້ກິນຊີ້ນສັດດິບ ຫລື ສຸກໆດິບໆ ເພື່ອຫລຸດຜ່ອນຄວາມສ່ຽງ ຈາກການຕິດເຊື້ອພະຍາດ ທີ່ຕິດ​ຈາກ​ສັດ​ສູ່​ຄົນ ໂດຍ​ສະ​ເພາະ​ໄຂ້​ເລືອດ​ດຳ ທີ່ອາດຈະເກີດຂຶ້ນ.

ທ່ານ ສຸພາວັນ ແກ້ວວິໄລ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ພະຍາດໄຂ້ເລືອດດຳ ເປັນພະຍາດຕິດຕໍ່ຮ້າຍແຮງຊະນິດໜຶ່ງ ທີ່ມັກເກີດຂຶ້ນກັບ ສັດລ້ຽງລູກດ້ວຍນ້ຳນົມ ເຊັ່ນ: ງົວ, ຄວາຍ ແບ້, ມ້າ, ແກະ, ໝູ ແລະ ສັດປ່າລ້ຽງລູກດ້ວຍນໍ້ານົມ. ປັດຈຸບັນ ສປປ ລາວ ແມ່ນຍັງບໍ່ມີການລາຍງານ ສັດລ້ຽງເປັນພະຍາດໄຂ້ເລືອດດຳ. ແຕ່ເຖິງຢ່າງໃດກໍຕາມ, ກົມລ້ຽງສັດ ແລະ ການປະມົງ ຈະໄດ້ສືບຕໍ່ສົມທົບກັບກົມລ້ຽງສັດ ແລະ ການປະມົງແຂວງ ຕິດຕາມຢູ່ຂອບເຂດທົ່ວປະ ເທດ ໂດຍສະເພາະໃນເຂດທີ່ີມີຄວາມສ່ຽງ ເຊັ່ນ: ແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ, ຄຳມ່ວນ ແລະ ບໍລິຄຳໄຊ ເຝົ້າລະວັງ ​ແລະ ຕິດຕາມຢ່າງເປັນປົກກະຕິ.

ພ້ອມນັ້ນ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ມີການນຳເຂົ້າສັດປະເພດ ງົວ, ຄວາຍ, ມ້າ, ໝູ, ແກະ, ແບ້ ແລະ ອື່ນໆ ຈາກປະເທດໄທ ຊົ່ວ ຄາວ, ພາຫະນະທຸກຄັນທີ່ຜ່ານດ່ານເຂົ້າມາ ສປປ ລາວ ກໍຕ້ອງໄດ້ມີການສີດພົ່ນຢາຂ້າເຊື້ອ ເພື່ອບໍ່ໃຫ້ນຳເຊື້ອເຂົ້າມາ; ແຈ້ງໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ສົມທົບກັບຂະແໜງລ້ຽງສັດ ແລະ ການປະ ມົງ ເຝົ້າລະວັງສັດລ້ຽງຢູ່ໃນແຂວງ ຫລື ເມືອງຂອງຕົນເອງ ໂດຍສະເພາະ ແຈ້ງໃຫ້ປະຊາຊົນຜູ້ລ້ຽງສັດ ໃຫ້ຕິດຕາມ ແລະ ຮັກສາສຸຂະພາບສັດຂອງຕົນ ຖ້າມີອາການປ່ວຍ ຫລື ຜິດປົກກະຕິ ໃຫ້ລາຍງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອຕິດຕາມກວດກາ ເອົາຕົວຢ່າງມາກວດໃສ່ຫ້ອງວິໄຈ, ພ້ອມທັງເນັ້ນໃຫ້ແຂວງ, ເມືອງ ໃຊ້ມາດຕະການສັກຢາປ້ອງກັນພະຍາດ ແຕ່ຫົວທີໃຫ້ສັດລ້ຽງ ເພື່ອຮັບປະກັນໃນເບື້ອງຕົ້ນ.

ຂໍ້ມູນ: ໜັງສືພິມວຽງຈັນໃໝ່
KPL

ຂ່າວອື່ນໆ

ads
ads

Top