ຂປລ
ຂປລ. ໃນວັນທີ 26 ພຶດສະພາ 2025, ທີ່ກົວລາລໍາເປີ, ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຊກຄ໌ ຊາບາສ ຄາລິດ ອາລ ຮາມັດ ອາລ ຊາບາສ ອົງມົງກຸດຣາຊະກຸມມານ ແຫ່ງ ລັດກູເວດ ເພື່ອປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງໃນວັນທີ 26-27 ພຶດສະພາ 2025.

ການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັນເປັນຄັ້ງທໍາອິດ ແລະ ເຊື່ອໝັ້ນວ່າການພົບກັນຄັ້ງນີ້, ຈະເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືອັນດີ ລະຫວ່າງສອງປະເທດ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມ ຊົມເຊີຍທີ່ເຫັນວ່າຕະຫລອດໄລຍະ 17 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 14 ກໍລະກົດ 2008, ສອງຝ່າຍ ໄດ້ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການຂະຫຍາຍຕົວເປັນກ້າວໆ ເຊິ່ງສະແດງອອກ ໃນການສົ່ງສານສະແດງຄວາມຊົມເຊີຍ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໃນໂອກາດວັນສໍາຄັນຕ່າງໆ, ການແລກປ່ຽນການຢ້ຽມຢາມຂອງການນຳ, ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ແລະ ອື່ນໆ.

ໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ລັດຖະບານ ແລະ ປະຊາຊົນກູເວດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ ໂດຍສະເພາະໃນຂະແໜງການກະສິກຳ ແລະ ພະລັງງານ, ພ້ອມທັງໄດ້ເຊື້ອເຊີນນັກທຸລະກິດຈາກລັດກູເວດ ມາສຶກສາໂອກາດໃນການລົງທຶນໃນຂົງເຂດບຸລິມະສິດ ທີ່ລັດຖະບານໃຫ້ການສົ່ງເສີມ ເປັນຕົ້ນ ດ້ານກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ, ພະລັງງານ-ບໍ່ແຮ່, ພະລັງງາານສະອາດ, ພື້ນຖານໂຄ່ງລ່າງ (ທາງດ່ວນ), ການບໍລິການໂຮງແຮມ, ການທ່ອງທ່ຽວ ແລະ ອື່ນໆ. ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ໄປຍັງ ສົມເດັດ ເຊກຄ໌ ອາເມັດ ອັບດຸນລາ ອາລ ອາເມັດ ອາລ ຊາ ບາສ ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ ສະເດັດຢ້ຽມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສອງຝ່າຍມີຄວາມສະດວກ ເພື່ອຊຸກຍູ້ ແລະ ສົ່ງເສີມສາຍພົວພັນ ແລະ ການຮ່ວມມືອັນດີລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ຂ່າວ-ພາບ: ກະຊວງການຕ່າງປະເທດ
KPL