ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

27/05/2025 15:29
Email Print 274
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.



ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ
10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.



ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ​ໄດ້ກ່າວວ່າ: ການຮ່ວມມືກັບລັດຖະບານອົດສະຕຣາລີ ມີບົດບາດສໍາຄັນໃນການຫັນປ່ຽນ ການສຶກສາຂັ້ນປະຖົມສຶກສາ ໃນ ສປປ ລາວ ເຊິ່ງການສຶກສາແມ່ນເປັນພື້ນຖານ ຂອງສັງຄົມທີ່ເຂັ້ມແຂງ. ລັດຖະບານ ອົດສະຕຣາລີ ໄດ້ເປັນຄູ່ຮ່ວມພັດທະນາທີ່ສຳຄັນ ທີ່ໄດ້ຊ່ວຍເຫລືອຂະແໜງການສຶກສາ
, ວິທະຍາສາດ ແລະ ກິລາ ເພື່ອສົ່ງເສິມການຮຽນຮ່ວມ ແລະ ມີຄຸນນະພາບຫລາຍຂຶ້ນ, ເປັນບ່ອນທີ່ເດັກນ້ອຍທຸກຄົນ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ສ້າງອະນາຄົດທີ່ດີກວ່າ ໃຫ້ກັບຕົນເອງ ແລະ ຊຸມຊົນຂອງເຂົາເຈົ້າ. ນັບແຕ່ເລີ່ມສ້າງຕັັ້ງແຜນງານໃນປີ 2015, ແຜນງານບີຄວາ ທີ່ສະໜັບສະໜູນໂດຍ ລັດຖະບານອົດສະ ຕຣາລີ  ໄດ້ປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ໂດຍສະເພາະ ແມ່ນເພື່ອເດັກນ້ອຍທີ່ຢູ່ເຂດຫ່າງໄກ ແລະ ດ້ອຍໂອກາດ. ໜຶ່ງໃນຜົນສຳເລັດອັນສຳຄັນທີ່ສຸດໃນຮອບ 10 ປີຜ່ານມາ, ແມ່ນການປັບ ປຸງຫລັກສູດຊັ້ນປະຖົມສຶກສາແຫ່ງຊາດ ຢ່າງຮອບດ້ານ ໂດຍການນຳພາຂອງ ສສກ ເຊິ່ງຫລັກສູດໃໝ່ໄດ້ແນະນຳວິທີການສອນ ແລະ ການຮຽນທີ່ທັນກັບຍຸກສະໄໝ, ເນັ້ນໃສ່ຖືເອົານັກຮຽນເປັນສຳຄັນ.




ປັດຈຸບັນ
, ນັກຮຽນໄດ້ຮັບການສົ່ງເສີມ ໃຫ້ຮຽນດ້ວຍການປະຕິບັດຕົວຈິງ, ຮ່ວມມືກັບເພື່ອນຮ່ວມຫ້ອງ ແລະ ນຳໃຊ້ຄວາມຮູ້ເຂົ້າໃນຊີວິດປະຈຳວັນ. ສ່ວນຄູກໍກຳລັງປັບຕົວໃຫ້ຊິນເຄີຍ ກັບວິທີການສອນທີ່ເນັ້ນໃຫ້ຫ້ອງຮຽນ ມີບັນຍາກາດການສົນທະນາ ແລະ ຕໍ່ເນື່ອງຫລາຍຂຶ້ນ ​ເຊິ່ງໂດຍລວມ ແລ້ວ, ການປັບປ່ຽນການຮຽນ-ການສອນ ທີ່ໄດ້ອອກແບບມາ ເພື່ອໃຫ້ເໝາະສົມກັບວັດທະນະທຳ ແລະ ສັງຄົມລາວ, ທີ່ສົ່ງເສີມໃຫ້ມີການຮຽນຮ່ວມ, ການປະກອບສ່ວນ ແລະ ມີຄຸນນະພາບຂອງລະບົບ ການສຶກສາທີ່ດີຂຶ້ນກວ່າເກົ່າ.




ໂອກາດນີ້
, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີ  ກໍໄດ້ຍົກໃຫ້ເຫັນເຖິງການປັບປຸງຫລັກສູດ ເຊິ່ງເປັນດັ່ງສັນຍາລັກຂອງຄວາມພະຍາຍາມ ໃນການຮ່ວມມືລະຫວ່າງສອງປະເທດ. ການປັບປຸງຫລັກສູດແຫ່ງຊາດ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງລັດຖະບານລາວ ຕໍ່ລັດຖະບານອົດສະຕຣາລີ, ແຜນງານບິຄວາ ເປັນການຢັ້ງຢືນເຖິງຄວາມເຂັ້ມແຂງ ຂອງການຮ່ວມມື. ພ້ອມນີ້, ທ່ານ​ຍັງໄດ້ຢືນຢັນຄືນຄຳໝັ້ນສັນຍາ ຈະສະໜັບສະໜູນຊ່ອຍເຫລືອກ່ຽວກັບການຂາດແຄນຄູ ແລະ ການຮັກສານັກຮຽນໃຫ້ສືບຕໍ່ການຮຽນ ເຊິ່ງເປັນບັນຫາຮີບດ່ວນ, ສືບຕໍ່ລົງທຶນໃສ່ການພັດທະນາຄູ ແລະ ປັບປຸງຄຸນນະພາບການສຶກສາ, ສ້າງລະບົບການສຶກສາທີ່ເຂັ້ມແຂງ ແລະ ແທດເໝາະກັບອະນາຄົດ.

ຂ່າວ: ກິດຕາ

ພາບ: ສຸກທະວີ

KPL

ຂ່າວອື່ນໆ

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

ads
ads

Top